ຫວຽດນາມ ຍາມ​ໃດ​ກໍ່​ລະນຶກ​ເຖິງ​ຄວາມ​ຮັກ​ແພງ ​ແລະ ການ​ສະໜັບສະໜູນ​ຂອງ​ປະ​ເທດ​ເພື່ອນ​ມິດ ຣູມາ​ນີ.

11:44 | 23/01/2024

ຍສໝ - ໂດຍສືບຕໍ່ວາລະຢ້ຽມຢາມ ຣູມານີ ຢ່າງເປັນທາງການ, ວັນທີ 21 ມັງກອນ ຜ່ານມາ, ທີ່ນະຄອນຫຼວງ ບູຄາເລດ, ທ່ານນາຍົກລົດຖະມົນຕີຫວຽດນາມ ຟາມມິງຈິ້ງ ໄດ້ພົບປະກັບບັນດາສະມາຄົມ, ອົງການຈັດຕັ້ງ, ເພື່ອນມິດ ຣູມານີ.

ນັກ​ກິລາ 5.000 ກວ່າ​ຄົນ ​ໄດ້​ແລ່ນ​ຮ່ວມ​ກັນ, ​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ​ກັບ​ຄົນ​ພິການ ນັກ​ກິລາ 5.000 ກວ່າ​ຄົນ ​ໄດ້​ແລ່ນ​ຮ່ວມ​ກັນ, ​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ​ກັບ​ຄົນ​ພິການ
ລາຍການ “ເດືອນ ມີນາ ເຂດຊາຍແດນ”ສືບ​ຕໍ່​ແຜ່​ຂະ​ຫຍາຍ​ຄວາມ​ຮັກ​ແພງ​ປະ​ເທດ​ຊາດ ຂອງ​ຄົນ​ລຸ້ນ​ໜຸ່ມ ລາຍການ “ເດືອນ ມີນາ ເຂດຊາຍແດນ”ສືບ​ຕໍ່​ແຜ່​ຂະ​ຫຍາຍ​ຄວາມ​ຮັກ​ແພງ​ປະ​ເທດ​ຊາດ ຂອງ​ຄົນ​ລຸ້ນ​ໜຸ່ມ

ໂດຍສືບຕໍ່ວາລະຢ້ຽມຢາມ ຣູມານີ ຢ່າງເປັນທາງການ, ວັນທີ 21 ມັງກອນ ຜ່ານມາ, ທີ່ນະຄອນຫຼວງ ບູຄາເລດ, ທ່ານນາຍົກລົດຖະມົນຕີຫວຽດນາມ ຟາມມິງຈິ້ງ ໄດ້ພົບປະກັບບັນດາສະມາຄົມ, ອົງການຈັດຕັ້ງ, ເພື່ອນມິດ ຣູມານີ. ໄລຍະຜ່ານມາ, ສະມາຄົມ, ອົງການຈັດຕັ້ງ, ເພື່ອນມິດ ຣູມານີ ໄດ້ປະສານສົບທົບຢ່າງຕັ້ງໜ້າກັບສະຖານເອກອັກຄະລັດຖະທູດຫວຽດນາມປະຈຳ ຣູມານີ ແລະ ປະຊາຄົມຊາວຫວຽດນາມຈັດຫຼາຍກິດຈະກຳທີ່ມີຄວາມໝາຍ, ຄວາມສຳຄັນເຊັ່ນ: ສະເຫຼີມສະຫຼອງວັນບຸນສຳຄັນຕ່າງໆຂອງ ຫວຽດນາມ ແລະ ຣູມານີ, ກິດຈະກຳດ້ານສິລະປະ, ວັດທະນະທຳ, ຈັດງານວາງສະແດງ, ກອງປະຊຸມພົບປະເຈລະຈາ… ແລະຫຼາກຫຼາຍກິດຈະກຳພົວພັນການຕ່າງປະເທດ.

ຫວຽດນາມ ຍາມ​ໃດ​ກໍ່​ລະນຶກ​ເຖິງ​ຄວາມ​ຮັກ​ແພງ ​ແລະ ການ​ສະໜັບສະໜູນ​ຂອງ​ປະ​ເທດ​ເພື່ອນ​ມິດ ຣູມາ​ນີ.

ຫວຽດນາມ ຍາມ​ໃດ​ກໍ່​ລະນຶກ​ເຖິງ​ຄວາມ​ຮັກ​ແພງ ​ແລະ ການ​ສະໜັບສະໜູນ​ຂອງ​ປະ​ເທດ​ເພື່ອນ​ມິດ ຣູມາ​ນີ

ກ່າວຄຳເຫັນທີ່ງານພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິ້ງ ໄດ້ຊີ້ແຈງວ່າ: ຫວຽດນາມ ຍາມໃດກໍ່ຈົດຈຳເຖິງບັນດານ້ຳໃຈ ແລະ ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າຂອງ ຣູມານີ ທີ່ສະຫງວນໃຫ້ແກ່ ຫວຽດນາມ ສະເໝີມາ; ຫວັງວ່າເພື່ອນມິດຕະພາບ ຣູມານີ ຈະສືບຕໍ່ເຜີຍແຜ່ໃຫ້ປະຊາຊົນ ໂລມາເນຍ ເພື່ອຊຸກຍູ້ສາຍພົວພັນຂອງສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມຟາມມິງຈິ້ງໄດ້ຢ້ຽມຢາມແລະເຮັດວຽກທີ່ມະຫາວິທະຍາໄລກໍ່ສ້າງບູຄາເລດ, ໜຶ່ງໃນບັນດາໂຮງຮຽນແຖວໜ້າຂອງ ຣູມານີ.

ໃນຂອບເຂດການເດີນທາງຢ້ຽມຢາມ ຣູມານີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິ້ງ, ວັນທີ 21 ມັງກອນຜ່ານມາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທ໋ງເຊີນ ໄດ້ພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດໂລມາເນຍ Luminita Odobescu. ທີ່ກອງປະຊຸມພົບປະເຈລະຈາ, ລັດຖະມົນຕີກະຊວງການຕ່າງປະເທດສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາກົນໄກການປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງຢ່າງເປັນປະຈຳ; ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃໝ່ລະຫວ່າງສອງກະຊວງການຕ່າງປະເທດໂດຍໄວ, ສ້າງພື້ນຖານການຮ່ວມມືໂດຍກົງລະຫວ່າງບັນດາກົມ, ກອງ, ສະຖາບັນຄົ້ນຄ້ວາຂອງສອງກະຊວງ. ລັດຖະມົນຕີກະຊວງການຕ່າງປະເທດສອງທ່ານ ກໍ່ໄດ້ເຫັນດີເປັນເອກະພາບປະສານສົມທົບກັນເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ແຮງງານ, ການສຶກສາບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການແລກປ່ຽນລະຫວ່າງປະຊາຊົນສອງຊາດໃຫ້ຫຼາຍກ່ວາອີກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.