EuroCham: ວິສາຫະກິດ ເອີລົບ ຫາກໍ "ລົງທຶນ" ຕື່ມອີກ 100 ລ້ານ USD ຢູ່ ຫວຽດນາມ

13:48 | 17/01/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 16 ມັງກອນ, ຢູ່​ຮ່າ​ໂນ້ຍ, ສະຫະສະມາຄົມວິສາຫະກິດ ​ເອີ​ລົບ​ ປະຈຳ​ຫວຽດນາມ (EuroCham) ​ໄດ້​ຈັດ​ພິທີ​​ໄຂ​ງານ​ວາງສະ​ແດງ​ປຶ້ມຂາວ​ປະຈຳ​ປີ​ ຄັ້ງ​ທີ 15.

ປຶ້ມຂາວ​ປີ 2024 ຂອງ EuroCham ມີ​ຫົວ​ຂໍ້ “ຊຸກຍູ້​ການ​ລົງທຶນ​ເພື່ອ​ພື້ນຖານເສດຖະກິດ​ສີຂຽວ ແລະ ​ຍືນ​ຍົງ” ​ໄດ້ສະໜອງມູມມອງຢ່າງເລິກເຊິ່ງ​ກ່ຽວ​ກັບ​ນະ​ໂຍບາຍ​ທຸລະ​ກິດ​ຂອງ ຫວຽດນາມ ຈາກ​ປະຊາ​ຄົມ​ວິ​ສາ​ຫະກິດ ​ເອີ​ລົບ.

ນີ້​ແມ່ນ​ບົດ​ສະຫຼຸບ​ການ​ຮ່ວມ​ມື​ທີ່ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີແນະ ​ເພື່ອສົ່ງເສີມບັນດາບູຣິມະສິດການ​ລົງທຶນ ​ແລະ ການ​ຄ້າ​ເພື່ອຊຸກຍູ້​ການ​ເຕີບ​ໂຕ​ຂອງ​ ຫວຽດນາມ. ຜະລິດຕະພັນການພິມໄດ້ສະໜອງໃຫ້​ບັນດາ​ນັກວາງແຜນກຳນົດນະ​ໂຍບາຍ, ​ວິ​ສາ​ຫະກິດ, ນັກ​ວິ​ຊາ​ການ ແລະ ບັນດາ​ຝ່າຍທີ່ກຽວຂ້ອງຂອງ​ ຫວຽດນາມ ​ແລະ ​ເອີ​ລົບ ມີມູມມອງຕົວຈິງກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ​ທີ່​ສຳຄັນ.​

​ໂດຍຜ່ານການສະໜອງຂໍ້ມູນໃຫ້ບັນດາການສົນທະນາລະຫວ່າງ​ບັນດາ​ກຸ່ມສິດຜົນປະໂຫຍດຕ່າງໆ, ປຶ້ມຂາວມີ​ບົດບາດ​ສຳຄັນ​ໃນ​ການສ້າງເປັນຮູບເປັນຮ່າງບັນດາ​ຂໍ້​ລິ​ເລີ່ມ ແລະ ຍຸດ​ທະ​ສາດ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ ​ເອີ​ລົບ ​ໃນ​ອະນາຄົດ.

​ອີງ​ຕາມ EuroCham, ປຶ້ມ​ຂາວ​ ແມ່ນ​ແຫຼ່ງເອກະສານອັນລ້ຳຄ່າ, ໄດ້ເຮັດຢ່າງອຸດົມສົມບູນ ຍ້ອນຄວາມຄິດຄວາມເຫັນປະກອບສ່ວນຈາກ 19 ອະນຸກຳມະການຂະແໜງການຂອງ EuroCham. ແຕ່ລະອະນຸກຳມະການເຫຼົ່ານີ້ ໄດ້ເຄື່ອນໄຫວຄືເປັນກຸ່ມຜູ້ຊ່ຽວຊານທີ່ສຸມໃສ່ການສະໜອງຄວາມຮູ້ລົງເລິກຂະແໜງ ແລະ ຍົກອອກຂໍ້ສະເໜີແນະໃຫ້ສຳລັບບັນດານະໂຍບາຍ.

ວິຊາສະເພາະຂອງພວກເຂົາ ລວມມີຫຼາຍຂົງເຂດ, ນັບແຕ່ພື້ນເສດຖະກິດດິຈິຕອລທີ່ພວມພັດທະນາຢ່າງວ່ອງໄວ ໄປສູ່ບັນດາຂໍ້ລິເລີ່ມການເຕີບໂຕສີຂຽວ, ຍືນຍົງ. ສິ່ງນີ້ເຮັດໃຫ້ປື້ມຂາວ ບໍ່ພຽງແຕ່ເປັນກຸ່ມສັງລວມບັນດາການຄົ້ນຄວ້າ ຫາກຍັງເປັນການແນະນຳກ່ຽວກັບຕົວຈິງອີກດ້ວຍ.

ນອກຈາກນັ້ນ, ປຶ້ມຂາວຍັງສະໜອງບັນດາມາດຕະການ​ແກ້​ໄຂ ໃຫ້ບັນດາສິ່ງທ້າທາຍທີ່ບັນດາບໍລິສັດ ເອີລົບ ປະເຊີນຢູ່ຫວຽດນາມ ແລະ ຍົກອອກການແນະນຳໃຫ້ທັງບັນດານັກວາງແຜນກຳນົດນະໂຍບາຍ ແລະ ບັນດາການນຳວິສາຫະກິດ ເມື່ອພວກເຂົາເຄື່ອນໄຫວພາຍໃຕ້ສະພາບແວດລ້ອມດ້ານນິຕິກຳ ແລະ ການເຕີບໂຕຂອງ ຫວຽດນາມ.

ທີ່ເຫດການ, ທ່ານ​ປະທານ EuroCham Gabor Fluit​ ໃຫ້ຂໍ້ສັງເກດ​ວ່າ ເຖິງ​ວ່າ​ເສດຖະກິດ​ທົ່ວໂລກ​ພວມ​ຢູ່​ໃນໄລຍະສັບສົນ ​ແຕ່​ເສດຖະກິດ​ ຫວຽດນາມ ຍັງໄດ້ສະແດງໃຫ້ເຫັນຄວາມສາມາດໃນການຟື້ນຟູ, ຄວາມມີໄຫວພິບ.

ທ່ານ​ເວົ້າ​ວ່າ: "ສັນຍານທີ່ສຳຄັນຂອງ​ສິ່ງນີ້ແມ່ນ​ການລົງທືນຂອງ​ ເອີ​ລົບ ​ເຂົ້າ​ ຫວຽດນາມ ເພີ່ມຂຶ້ນ. Nestlé ຫວຽດນາມ ຫາກໍ່ປະກາດລົງທຶນເພີ່ມ 100 ລ້ານ USD. ສິ່ງ​ດັ່ງກ່າວໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ​ເອີ​ລົບ ທີ່ມີ​ຕໍ່ ຫວຽດນາມ”.

ແຕ່ແນວໃດກໍ່ຕາມ, ຕາມ​ທ່ານ​ປະທານ EuroCham ແລ້ວ, ປີ 2024 ຈະ​ມີບັນດາຄວາມ​ຫຍຸ້ງຍາກສະເພາະ, ສະພາບ​ແວດ​ລ້ອມ​ເສດຖະກິດ​ບໍ່​ສະດວກ​ຄື​ກ່ອນ​ປີ 2020.

EuroCham: ວິສາຫະກິດ ເອີລົບ ຫາກໍ

ທ່ານປະທານ EuroCham Gabor Fluit ກ່າວ​ຄຳປາໄສ​ທີ່​ເຫດການ

ທ່ານ Gabor Fluit ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດນາມ​ ບັນດາຄວາມສ່ຽງຄື ຫານສົ່ງອອກ-ນຳເຂົ້າຊ້າລົງ, ຄວາມ​ສັບສົນ​ຂອງ​ບັນດາລະບົບສະໜອງ ແລະ ທັງບັນດາຄວາມຫຍູ້ງຍາກ​ທີ່​ບໍ່​ສາມາດຄາດເດົາໄດ້. ເມື່ອ​ປະ​ເທດ​ປະເຊີນໜ້າກັບ​ສິ່ງ​ທ້າ​ທາຍ, ກາລະ​ໂອກາດ​ໃນ​ປະຈຸ​ບັນ, ນະ​ໂຍບາຍ​ທີ່ເໝາະສົມຈະ​ເປັນປັດໄຈຫຼັກແຫຼ່ງ.

ໂດຍຍົກອອກສິ່ງ​ທ້າ​ທາຍ​ທີ່​ບັນດາ​ບໍລິສັດ ​ເອີ​ລົບ ປະ​ເຊີນ ແລະ ​ສະ​ເໜີ​ໃຫ້ອົງການວາງແຜນກຳນົດນະ​ໂຍບາຍ, ປະທານ​ອະນຸ​ກຳມະການ​ກໍ່ສ້າງ ຂຶ້ນກັບ Eurocham Michel Cassagnes ​ໄດ້​ສະ​ເໜີ​ແນະຫັນ​ຂະ​ບວນການອອກຝບຮັບຮອງອຸປະກອນໃຫ້ເປັນງ່າຍດາຍ ເພື່ອຫຼີກ​ລ່ຽງ​ຄວາມ​ຊັກ​ຊ້າ​ຂອງໂຄງການ. ການຮັບຮອງທັງມາດຕະຖານສາກົນ ແລະ ທຽບເທົ່າທ້ອງຂອງຖິ່ນອາດສາມາດອະນຸຍາດໃຫ້ມີການອະນຸມັດໄວຂຶ້ນ ໃນຂະນະທີ່ຍັງຮັບປະກັນຄວາມປອດໄພ.

ທ່ານ ສະເໜີວ່າ: "ໂດຍກ່ຽວຂ້ອງກັບລະບົບປ້ອງກັນອັກຄີໄພສໍາລັບກິດຈະການປັບປຸງ, ພວກເຮົາຕັ້ງຂໍ້ສະເໜີແນະກ່ຽວກັບບັນດານະໂຍບາຍທີ່ເປັນເອກະພາບ ໂດຍອະນຸຍາດໃຫ້ມີການຢືນຢັນວັດຖຸອຸປະກອນທີ່ເໝາະສົມຢ່າງວ່ອງໄວ, ເຖິງວ່າ ແມ່ນພາຍໃນ ຫຼື ນຳເຂົ້າ. ສິ່ງ​ນີ້​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການປະຕິບັດລະດັບຄວາມຄືບໜ້າໃນການ​ກໍ່ສ້າງ​ໂດຍ​ຜ່ານ​ຄວາມ​ກະຈ່າງແຈ້ງໃຫຍ່ກ່ວາກ່ຽວກັບຂໍ້ກຳນົດ”.

ກ່ຽວ​ກັບ​ການປະຕິຮູບຂໍ້ກຳນົດ, ລະບຽບການບໍລິຫານ, ທ່ານ ໂງຫາຍ​ຟານ, ຫົວໜ້າກົມຄວບ​ຄຸມລະບຽບການບໍລິຫານ, (ຫ້ອງ​ວ່າການ​ລັດຖະບານ) ​ໃຫ້​ຮູ້​ວ່າ ປີ 2023, ຂໍ້ກຳນົດ​ກ່ຽວກັບທຸລະ​ກິດ 628 ສະບັບ ໄດ້ຫຼຸດລົງຢູ່ 53 ສະບັບກ່ຽວກັບ​ເອກະສານ​ຂໍ້ກຳນົດກົດໝາຍ. ປີ 2024, ມີຢ່າງໜ້ອຍສຸດ 20% ຂອງລະບຽບການບໍລິຫານພາຍໃນ ແລະ 20% ຂອງຄ່າໃຊ້ຈ່າຍໃນການປະຕິບັດຕາມຈະຖືກຕັດລົງ ແລະ ຫັນເປັນງ່າຍດາຍ. ຮອດ​ປີ 2025, ​ເປົ້າ​ໝາຍ​ແມ່ນ​ຈະສຳເລັດການ​ແບ່ງ​ຊັ້ນສິດອຳນາດແກ້ໄຂ 699 ລະບຽບການບໍລິຫານໃນ 100 ຂົງ​ເຂດ.

ທ່ານ​ ຟານ ໄດ້ສະເໜີວ່າ ປະຊາຄົມວິ​ສາ​ຫະກິດ ຈະສັງລວມຂໍ້​ຫຍຸ້ງຍາກ, ຂໍ້ຄົງຄ້າງກ່ຽວກັບກົນໄກ, ນະ​ໂຍບາຍ, ລະບຽບ​ການ​ບໍລິຫານ​ທີ່​ສ້າງ​ສິ່ງກີດຂວາງ, ການກຳນົດປະຈຳໄລຍະ ຫຼື ກະທັນຫັນໂດຍມີການລາຍງານສົ່ງຕໍ່​ຫ້ອງ​ວ່າການ​ລັດຖະບານ - ອົງການ​ປະຈຳໜ່ວຍປະຕິບັດງານ ແລະ ສະພາທີ່​ປຶກສາ.

ມິງດຶກ

ເຫດການ
302 Found

Found

The document has moved here.