ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ສະວິດ, ເລີ່ມຕົ້ົ້ນການໄປປະຕິບັດງານເຂົ້ົ້ົ້າຮ່ວມ WEF Davos 2024

11:08 | 17/01/2024

ຍສໝ - ຄາດ​ວ່າ ​ໃນ​ຖ້ຽວການໄປປະຕິບັດງານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະ​ເປັນ​ປະທານ, ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາໄສທີ່​ບັນດາ​ເຫດການ​ໃນ​ຂອບ​ເຂດ​ກອງ​ປະຊຸມ WEF Davos 2024.

ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024 ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024
ທ່ານພົນຕີ ເລດຶກໄທ ໄດ້ໄປຢ້ຽມຢາມ ແລະ ກວດກາບັນດາດ່ານຊາຍແດນສາກົນ ເບອີ ທ່ານພົນຕີ ເລດຶກໄທ ໄດ້ໄປຢ້ຽມຢາມ ແລະ ກວດກາບັນດາດ່ານຊາຍແດນສາກົນ ເບອີ

ຕອນ​ເຊົ້າ​ວັນ​ທີ 16 ມັງກອນ (ຕາມ​ເວລາ​ທ້ອງ​ຖິ່ນ), ຖ້ຽວບິນພິເສດໂດຍສານ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ຫວຽດນາມ ​ໄດ້​ເດີນທາງໄປ​ຮອດ Zurich ປະ​ເທດ ສະວິດ​, ເລີ່ມຕົ້ົ້ນການປະຕິບັດງານ​ເຂົ້າຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 54 ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກຢູ່​ນະ​ຄອນ Davos ປະ​ເທດ​ສະ​ວິດ (WEF Davos 2024).

ໄປ​ສະໜາມ​ບິນ​ເພື່ອ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ຫວຽດນາມ ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສະ​ວິດ ຝູງເຖລອງ ແລະ ພັນລະຍາ; ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ນະຄອນ Geneva ນາງ ເລທິຕຽດມາຍ; ບັນດາພະນັກງານເອກ​ອັກຄະ​ລັດຖະທູດ, ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ນະຄອນ Geneva ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່ ສະ​ວິດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ສະວິດ, ເລີ່ມຕົ້ົ້ນການໄປປະຕິບັດງານເຂົ້ົ້ົ້າຮ່ວມ WEF Davos 2024
​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນ​ລະ​ຍາ ເລີ່ມຕົ້ົ້ນການປະຕິບັດງານ​ເຂົ້າຮ່ວມ WEF Davos 2024

ຄາດ​ວ່າ​ໃນ​ການໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະ​ເປັນ​ປະທານ, ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳປາໄສທີ່​ບັນດາ​ເຫດການ​ໃນ​ຂອບ​ເຂດ​ກອງ​ປະຊຸມ WEF Davos 2024 ​ເຊັ່ນ: ການໂອ້ລົມເຈລະຈາດຶງ​ດູດ​ການ​ລົງທຶນ​ໃນ​ຂົງ​ເຂດເຄິ່ງຊັກນຳໄຟຟ້າ; ການໂອ້ລົມສົນທະນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດນາມ - WEF; ການໂອ້ລົມສົນທະນາກ່ຽວກັບນະ​ໂຍ​ບາຍ “ຫວຽດ​ນາມ - ການກຳນົດທິດ​ວິ​ໄສ​ທັດ​ທົ່ວ​ໂລກ”; ການໂອ້ລົມເຈລະຈາກ່ຽວກັບການຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝຢູ່ຫວຽດນາມ; ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ''ການຊຸກຍູ້ບົດ​ບາດ​ຂອງ​ການ​ຮ່ວມ​ມື​ທົ່ວ​ໂລກ​ໃນ​ອາ​ຊຽນ".

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບ ທ່ານສາດສະດາຈານ Klaus Schwab, ຜູ້​ກໍ່​ຕັ້ງ ທັ/ເປັນປະທານຜູ້​ບໍລິຫານ WEF; ພົບປະສອງ​ຝ່າຍ​ກັບ​ການ​ນຳ​ບັນດາປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ວິ​ສາ​ຫະ​ກິດ WEF; ພ້ອມກັນນັ້ນ ກໍ່ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ການໂອ້ລົມເຈລະຈາກ່ຽວກັບປະສົບການ ແລະ ຮູບແບບການພັດທະນາສູນການເງິນສາກົນຂອງ ສະວິດ; ການຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ສະວິດ.

ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ WEF Davos 2024 ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວຫຼາຍຢ່າງນັ້ນ ​ໄດ້​ສະ​ແດງມຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນຢ່າງມີຄວາມ​ຮັບຜິດຊອບ​ຂອງ​ ຫວຽດນາມ ທີ່​ກອງ​ປະຊຸມ. ຜ່ານນັ້ນ, ເພື່ອນ​ມິດສາ​ກົນກໍ່​ເຂົ້າ​ໃຈ​ກ່ວາ​ອີກ​ກ່ຽວ​ກັບ​ຄວາມ​ສາມາດບົ່ມຊ້ອນ, ກາ​ລະ​ໂອກາດ​ຮ່ວມ​ມື, ບົດບາດ, ທີ່​ຕັ້ງ​ສາກົນ​ຂອງ​ຫວຽດນາມ ​ເພື່ອ​ດຶງ​ດູດ​ບັນດາແຫຼ່ງຊັບພະຍາກອນໃຫ້ໄດ້ຫຼາຍທີ່ສຸດ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດຊາດ; ພ້ອມ​ກັນ​ນັ້ນ, ກໍ່ຊຸກຍູ້​ການ​ຮ່ວມ​ມື​ກັບ​ ສະ​ວິດ, ພິ​ເສດ​ແມ່ນ​ດ້ານ​ການ​ເງິນ - ການ​ທະນາຄານ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.