ຫວຽດນາມ ​ແລະ ອີ​ຢູ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ການ​ລົງທຶນ

10:43 | 18/01/2024

ຍສໝ - ຕອນບ່າຍວັນທີ 18 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານ ກຳມາທິການ ການຄ້າສາກົນ ຂອງລັດຖະສະພາ ເອີລົບ Bernd Lange.

ຫວຽດ​ນາມ ລອດ​ເຂົ້າ​​ກຸ່ມ 10 ປະ​ເທດ​ທີ່​​ສະ​ໜອງ​ສິນ​ຄ້າຫຼາຍ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ ອີ​ຢູ ຫວຽດ​ນາມ ລອດ​ເຂົ້າ​​ກຸ່ມ 10 ປະ​ເທດ​ທີ່​​ສະ​ໜອງ​ສິນ​ຄ້າຫຼາຍ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ ອີ​ຢູ
ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ  ອີ​ຢູ ເພີ່ມຂຶ້ນ 35% ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ ອີ​ຢູ ເພີ່ມຂຶ້ນ 35%

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະແດງມີຄວາມປາດຖະໜາຢາກ ໃຫ້ສະຫະພາບເອີລົບ (EU) ແລະ ບັນດາປະເທດສະມາຊິກສືບຕໍ່ແບ່ງປັນບົດຮຽນປະສົບການ, ໜູນຊ່ວຍດ້ານການເງິນ, ເຕັກໂນໂລຢີ ແລະ ຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນພະລັງງານສີຂຽວ. ຜ່ານນັ້ນ, ກໍ່ຊ່ວຍຫວຽດນາມ ມຸ່ງໄປເຖິງການປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ໃນປີ 2050 ໃຫ້ປະກົດຜົນເປັນຈິງ ແລະ ຊຸກຍູ້ການພັດທະນາສີຂຽວ ແລະ ຍືນຍົງ.

ຫວຽດນາມ ​ແລະ ອີ​ຢູ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ການ​ລົງທຶນ

ຫວຽດນາມ ​ແລະ ອີ​ຢູ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ການ​ລົງທຶນ

ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີທ່ານ Bernd Lange ຊຸກຍູ້ 10 ປະເທດສະມາຊິກ EU ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ, ພ້ອມກັນນັ້ນ, ກໍ່ຊຸກຍູ້ໃຫ້ EC ແກ້ໄຂບັດເຫຼືອງສຳລັບ ສິນທະເລສົ່ງອອກ ຂອງ ຫວຽດນາມ ບົນພື້ນຖານຢັ້ງຢືນຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມການກຳນົດ (IUU).

ສ່ວນທ່ານ Bernd Lange ປະທານ ກຳມະທິການການຄ້າສາກົນ ຂອງ ລັດຖະສະພາເອີລົບ ຖືວ່າ ຫວຽດນາມ ແລະ EU ມີການພົວພັນທີ່ເປັນປົກກະຕິ, ເປັນໜ້າເຊື່ອໃຈ ແລະ ມີການຮ່ວມມືອັນດີງາມ ໃນຫຼາຍຂົງເຂດ, ດັ່ງນັ້ນ ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນນີ້ໃຫ້ສືບຕໍ່ພັດທະນາຢ່າງເລິກເຊິ່ງກ່ວາອີກໃນອະນາຄົດ.

ຄຳຮຸ່ງ

Tags: ອີຢູ
ເຫດການ
302 Found

Found

The document has moved here.