ຍສໝ - ການຊ່ວຍຄົນທຸກຍາກ, ຜູ້ມີປະສົບການປະສົບກັບຄວາມຫຍຸ້ງຍາກ ຫຼື ປິ່ນປົວໃຫ້ແກ່ຄົນເຈັບພະຍາດປະສາດ ແມ່ນການເຄື່ອນໄຫວທຳການກຸສົນເປັນປະຈຳຂອງບັນດາພຸດທະສາສະນິກກະຊົນ ກໍ່ຄືປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ປະເທດລ້ານຊ້າງ.
ຍສໝ - ໃນຊຸມວັນທ້າຍປີ, ເຂດພູຜາປ່າໄມ້ ໄຕບັກ ຢູ່ບັນດາແຂວງ ຄື: ອຽນບ໊າຍ, ລາວກາຍ ເລີ່ມຕ້ອນຮັບບຸນເຕັດກ່ອນປົກກະຕິ ດ້ວຍສີບົວທີ່ສວຍງາມຂອງດອກໝັ້ນເຖື່ອນ.
ຍສໝ - ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈີ່ນກວັກເຟືອງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງໂຄງການໜູນຊ່ວຍດ້ານເຕັກນິກຂອງ ອົດສະຕາລີ ໃຫ້ບັນດາອົງການຫວຽດນາມ ເວົ້າລວມ ແລະ ກະຊວງແຜນການ ແລະ ການລົງທຶນ ຍາມໃດກໍ່ຖືເປັນສຳຄັນພິເສດ, ເພາະວ່າບັນດາເນື້ອໃນນີ້ໄດ້ປະກອບສ່ວນໂດຍກົງໃນການປ່ຽນແປງໃໝ່ຈິນຕະນາການ ແລະ ຍົກສູງຄວາມສາມາດຂອງບັນດາອົງການ, ພະນັກງານຂອງຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 14 ພະຈິກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດກອງປະຊຸມສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022), ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ພິທີປະດັບຫຼຽນໄຊ ແລະ ຫຼຽນກາຂອງ ພັກ, ລັດ ລາວ ໃຫ້ແກ່ສ່ວນບຸກຄົນ ແລະ ໝູ່ຄະນະຂຶ້ນກັບລະບົບຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ.
ຍສໝ - ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ເລວຽດຢວຽນ ໄດ້ນຳໜ້າຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລັດ Merida.
ຍສໝ - ທ່ານຮອງເລຂາຄະນະພັກແຂວງ ກໍຢືນຢັນວ່າ ບັນດາການເຄື່ອນໄຫວສະແດງໃຫ້ເຫັນຈິດໃຈສະໜິດຕິດແທດລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດເວົ້າລວມ, ໃນນັ້ນມີ ແຂວງ ເທື່ອທຽນເຫ້ວ ແລະ ບັນດາແຂວງຂອງລາວ ທີ່ມີເສັ້ນຊາຍແດນຮ່ວມກັນເວົ້າສະເພາະ.
ຍສໝ - ຫວຽດນາມມີທ່າໄດ້ປຽບໃນຕະຫຼາດອັງກິດ ແລະ ບັນດາວິສາຫະກິດສົ່ງອອກຫວຽດນາມ ພວມນຳໃຊ້ບັນດາທ່າໄດ້ປຽບດັ່ງກ່າວໄດ້ເປັນຢ່າງດີ. ນັ້ນແມ່ນການຕີລາຄາຂອງທ່ານ ຫງວຽນແກ໋ງເກື່ອງ, ທີ່ປຶກສາຝ່າຍການຄ້າ, ຫ້ອງການການຄ້າຫວຽດນາມ ປະຈຳ ອັງກິດ ໃນການພົບປະແລກປ່ຽນກັບນັກຂ່າວຫວຽດນາມ ຢູ່ ລອນດອນ.
ຍສໝ - ທີ່ການພົບປະກັບທ່ານປະທານສະພາສູງ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ ປະເທດນີ້ ຈະສືບຕໍ່ໜູນຊ່ວຍຊາວເຊື້ອຊາດຫວຽດນາມ ທີ່ພວມດຳລົງຊວິດ, ທຳມາຫາກິນຢ່າງມີສະຖຽນລະພາບ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ລົງທຶນດຳເນີນທຸລະກິດ.
ທີ່ການສຳພາດ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ມີຄວາມໝາຍສຳຄັນທີ່ສຸດໃນການເຮັດໃຫ້ການພົວພັນຫວຽດນາມ - ຈີນເລິກເຊິ່ງກ່ວາອີກ.
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ UNDP ສືບຕໍ່ໜູນຊ່ວຍແຫຼ່ງກຳລັງ, ໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນປະສົບການເພື່ອໃຫ້ ຫວຽດນາມ ປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030.
ຍສໝ - ໃນຊຸມປີມໍ່ໆມານີ້, ຫວຽດນາມ ແລະ ຮຸງກາຣີ ໄດ້ມີການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ເພື່ອເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນໄລຍະເວລາຈະມາເຖິງ, ຫວຽດນາມ ແລະ ຮຸງກາຣີ ຈະເພີ່ມທະວີການເຄື່ອນໄຫວໃນບັນດາຂົງເຂດຕື່ມອີກ, ພິເສດແມ່ນບັນດາຂົງເຂດດົນຕີ, ຟ້ອນ, ຮູບເງົາ...
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈິມິນ, ທ່ານ Watanabe Nobuhiro, ຫົວໜ້າກົງສຸນໃຫຍ່ ຍີ່ປຸ່ນ ໄດ້ມີການເຮັດວຽກແບບທາງໄກເພື່ອປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (21 ກັນຍາ 1973 – 21 ກັນຍາ 2023) ກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຢູ່ບັນດາແຂວງພາກໃຕ້.
ການຄົ້ນຄວ້າປະຫວັດສາດແຫ່ງການສ້າງ ແລະ ພັດທະນາເນື້ອໃນທິດສະດີຂອງກະແສຟອງແນວຄິດເສດຖະກິດ ຢູ່ ເຢຍລະມັນ ໄດ້ຊ່ວຍເພີ່ມທະວີການເຄື່ອນໄຫວຄົ້ນຄວ້າທິດສະດີ, ຕິດພັນກັບການສະຫຼຸບພຶດຕິກຳຕົວຈິງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດເຢຍລະມັນ ຫຼາຍກວ່າອີກ, ຜ່ານນັ້ນຊ່ວຍຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.
ຍສໝ - ຈາກດຽນບຽນຈົນຮອດກອມຕຸມ, ຫວຽດນາມ ແລະ ລາວມີຄູ່ດ່ານຊາຍແດນສາກົນ 10 ແຫ່ງ ລວມມີ: ໄຕຈາງ - ສົບຮຸນ, ລ໊ອງເຊິບ - ປາຮ່າງ, ນາແມວ - ນ້ຳໂສຍ, ນ້ຳກັ່ນ - ນ້ຳການ, ເກົ່າແຈວ - ນ້ຳພາວ, ຈາລໍ່ - ນາພາວ, ລາໄລ - ລາໄລ, ລາວບາວ - ແດນສະຫວັນ, ນາມຢາງ - ດັກຕາອອກ ແລະ ເບີອີ - ພູເກືອ. ຢູ່ລຽບຕາມເສັ້ນຊາຍແດນສອງປະເທດຍັງມີເຂດອະນຸລັກທຳມະຊາດ, ປ່າສະຫງວນແຫ່ງຊາດ, ຖ້ຳ, ນ້ຳຕົກຕາດຫຼາຍແຫ່ງທີ່ມີທິວທັດທຳມະຊາດໃຫຍ່ໂຕມະໂຫຖານ.
ຍສໝ - ອາທິດຜ່ານມາ, ຢູ່ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ໄດ້ໄຂງານວາງສະແດງວິຈິດສິນ ຫວຽດນາມ - ລາວ 2022. ສະມາຄົມວິຈິດສິນ 2 ປະເທດ ໄດ້ສົມທົບກັນຈັດຕັ້ງລາຍການ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈກ່ຽວກັບພາບພົດຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ - ລາວ ຢ່າງເລິກເຊິ່ງກວ່າອີກ.
ຍສໝ - ເວທີປາໄສຄະນະກຳມະການແມ່ນ້ຳຂອງສາກົນ (MRC) ໄດ້ໄຂຂຶ້ນຢູ່ສຳນັກງານລັດຖະສະພາ ເຂດ Flanders ຢູ່ນະຄອນຫຼວງ Brussels (ແບນຊິກ). ເຫດການໂດຍບັນດາອົງການການຕ່າງປະເທດ, ຄົມມະນາຄົມ - ວຽກງານສາທາລະນະ, ສິ່ງແວດລ້ອມ, ການຄ້າ - ການລົງທຶນຢູ່ເຂດ Flanders ໄດ້ສົມທົບກັນຈັດຕັ້ງ.
ຍສໝ-ນັ້ນແມ່ນເນື້ອໃນຈິດໃຈສໍາຄັນໃນການຕອບສໍາພາດນັກຂ່າວວາລະສານຍຸກສະໄໝກ່ຽວກັບການພົວພັນມິດຕະພາບຫວຽດນາມ - ລາວ ຂອງ ທ່ານ ຫງວຽນບາຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.
ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລ້ວ, ມີ 7 ປັດໄຈເຮັດໃຫ້ການພົວພັນຫວຽດນາມ - ລາວກາຍເປັນການພົວພັນພິເສດ. ປັດໄຈພິເສດທີ່ສຸດນັ້ນແມ່ນ ຈິດໃຈມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ຫວຽດນາມ ແລະ ລາວ ບໍ່ມີວັນປ່ຽນແປງ.
ເນື່ອງໃນໂອກາດໄປຢ້ຽມຢາມ ນິວຊີແລນຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 1, ຕອນເຊົ້າວັນທີ 14 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe.
ໃນໄລຍະ 70 ປີແຫ່ງການຄຸ້ມຄອງ, ພະລາຊິນີ ໄດ້ນຳພາປະເທດອັງກິດພັດທະນາ, ວັດທະນາຖາວອນ, ປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.