ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ

06:38 | 31/10/2022

ທີ່ການສຳພາດ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ມີຄວາມໝາຍສຳຄັນທີ່ສຸດໃນການເຮັດໃຫ້ການພົວພັນຫວຽດນາມ - ຈີນເລິກເຊິ່ງກ່ວາອີກ.

ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ
ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໃຫ້ການສຳພາດຕໍ່ນັກຂ່າວ VOV
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໃຫ້ການສຳພາດຕໍ່ນັກຂ່າວ VOV

ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ມາຢ້ຽມຢາມປະເທດ ສປ.ຈີນ ຢ່າງເປັນທາງການໃນວັນທີ 30 ຕຸລາ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ບໍລິຫານງານສູນການພັກກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສິຈິ້ນຜິງ, ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີການສຳພາດທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ກ່ຽວກັບການພົວພັນສອງປະເທດ ກໍ່ຄືຄວາມໝາຍ, ຄວາມສຳຄັນຂອງການຢ້ຽມຢາມ.

ທີ່ການສຳພາດ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ມີຄວາມໝາຍສຳຄັນທີ່ສຸດໃນການເຮັດໃຫ້ການພົວພັນຫວຽດນາມ - ຈີນເລິກເຊິ່ງກ່ວາອີກ. ການຢ້ຽມຢາມໄດ້ດຳເນີນໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນໄລຍະຜ່ານມາສືບຕໍ່ທ່າພັດທະນາຢ່າງມີສະຖຽນລະພາບ, ຕັ້ງໜ້າ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນຫຼາຍຂົງເຂດ. ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢັ້ງຢືນວ່າ:

ໃນສະພາບການໂລກ, ພາກພື້ນມີການຜັນແປຫຼາຍຢ່າງທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ພະຍາດໂຄວິດ - 19 ໄດ້ ແລະ ພວມກໍ່ຜົນກະທົບຢ່າງຫຍໍ້ທໍ້ ຕໍ່ສະພາບການການເມືອງ, ເສດຖະກິດທົ່ວໂລກ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ ໃນການຊຸກຍູ້ ແລະ ເຮັດໃຫ້ການພົວພັນຫວຽດນາມ - ຈີນ ເລິກເຊິ່ງກ່ວາອີກ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສອງປະເທດ, ປະກອບສ່ວນນຳການພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ດ້ວຍທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະ ຜົນສຳເລັດໃນປັດຈຸບັນຂອງການພົວພັນສອງຝ່າຍ, ພ້ອມກັບຄວາມຕັດສິນໃຈ ແລະ ມານະພະຍາມຍາມລວມຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍພື້ນຖານມິດຕະພາບ, ການຮ່ວມມືຢ່າງແໝັ້ນແກ່ນກ່ວາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.