ພູພຽງຫີນຕົວຈົ່ວ, ດ້ຽນບຽນ (ພາບ: ຢຸຍຢວາງ) |
ຕາມການຕີລາຄາຂອງວິສາຫະກິດການທ່ອງທ່ຽວສອງພາກໃຕ້ - ເໜືອ ກ່ວາ 50 ແຫ່ງ ໄດ້ມີຄວາມສົນໃຈຕໍ່ການທ່ອງທ່ຽວຊາຍແດນ, ນີ້ແມ່ນຄວາມສາມາດບົ່ມຊ້ອນໃຫຍ່ຫຼວງທີ່ສຸດເພື່ອອາດຈະພັດທະນາບັນດາຜະລິດຕະພັນການທ່ອງທ່ຽວ caravan, overland tours… ບັນດາຜະລິດຕະພັນນີ້ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວມາຈາກສອງປະເທດເທົ່ານັ້ນ, ຫາກຍັງດຶງດູດບັນດາແຂກທ່ອງທ່ຽວສາກົນ ທີ່ມາຈາກໄທ, ສິງກະໂປ, ມຽນມາ, ອົດສະຕາລີ, ອາເມລິກາ ແລະ ເອີລົບ ອີກດ້ວຍ.
ແຕ່ຕົວຈິງແລ້ວ, ຄວາມສາມາດບົ່ມຊ້ອນນີ້ຍັງບໍ່ທັນໄດ້ຮັບການຂຸດຄົ້ນຢ່າງສຸດຂີດ ຫຼື ຍູ້ແຮງກາຍເປັນການທ່ອງທ່ຽວປາຍແຫຼມດ້ວຍຫຼາຍເຫດຜົນ. ທ່ານ ຫງວຽນແອັງຕວັນ, ຜູ້ອຳນວຍການໃຫຍ່ ບໍລິສັດຈຳກັດ Ant Travel ໃຫ້ຮູ້ວ່າ: “ຖ້າສວມບົດບາດເປັນນັກທ່ອງທ່ຽວຊອກຫາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ມີລັກສະນະເຊື່ອມຕໍ່ລະຫວ່າງສອງປະເທດ, ພິເສດແມ່ນການທ່ອງທ່ຽວເຂດຊາຍແດນ, ຂ້າພະເຈົ້າເຫັນວ່າຍາກທີ່ຈະຊອກຫາ tour ທີ່ເພິ່ງພໍໃຈໄດ້. ປັດຈຸບັນ ມີພຽງແຕ່ 2-3 ວິສາຫະກິດທີ່ຈັດຕັ້ງຮູບແບບການທ່ອງທ່ຽວລາຄາຖືກ ເຊິ່ງອອກເດີນທາງຈາກ ຮ່າໂນ້ຍ, ດານັງ ໄປຍັງ ປາກເຊ, ວຽງຈັນ, ຫຼວງພະບາງ… ສ່ວນບັນດາວິສາຫະກິດຕ່າງໆສ່ວນຫຼາຍສ້າງຜະລິດຕະພັນຕາມຄວາມຮຽກຮ້ອງຂອງລູກຄ້າ”.
ຢູ່ບັນດາສະຖານທີ່ແຫ່ງນີ້, ກໍ່ຍັງບໍ່ມີຫຼາຍບໍລິສັດທີ່ມີຄວາມສົນໃຈເຖິງຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວລະຫວ່າງສອງປະເທດ. ບັນດາວິສາຫະກິດທີ່ມາຈາກນະຄອນໃຫຍ່ກໍ່ບໍ່ຢາກມາລົງທຶນຢູ່ແຫ່ງນີ້, ແລະ ມີແຕ່ 2 – 3 ວິສາຫະກິດເທົ່ານັ້ນ. ເຫດຜົນແມ່ນຍ້ອນບັນດາບໍລິສັດການທ່ອງທ່ຽວ, ແຂກທ່ອງທ່ຽວຍັງເປັນຫ່ວງກ່ຽວກັບການປະຕິບັດລະບຽບການບໍລິຫານ ໃນການເຂົ້າເຂດຊາຍແດນຈະປະສົບກັບຄວາມຫຍຸ້ງຍາກ, ຍັງບໍ່ທັນໄດ້ເຫັນດີເປັນເອກະພາບ. ບັນດາການບໍລິການຄື ຮ້ານອາຫານ, ໂຮງແຮມ, ການບໍລິການຄວບຄູ່ກໍຍັງບໍ່ທັນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງລູກຄ້າ. ພື້ນຖານໂຄງລ່າງ, ຄົມມະນາຄົມຍັງບໍ່ທັນດີ, ບໍ່ມີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນເຂດຊາຍແດນ.
ບັນດາຄູ່ດ່ານຊາຍແດນສາກົນດັ່ງກ່າວລ້ວນແຕ່ມີເສັ້ນທາງແຕ່ດ່ານຊາຍແດນກັບຄືນໃຈກາງແຂວງ ຫຼື ເຊື່ອມຕໍ່ກັບຖະໜົນແຫ່ງຊາດ. ບັນດາເສັ້ນທາງຢູ່ລຽບຕາມຊາຍແດນກັບບັນດາຄວາມສາມາດບົ່ມຊ້ອນໃນການພັດທະນາການທ່ອງທ່ຽວທີ່ໃຫຍ່ຫຼວງ ສ່ວນຫຼາຍບໍ່ສາມາດນຳເຂົ້າຂຸດຄົ້ນການທ່ອງທ່ຽວໄດ້. ຍົກຕົວຢ່າງຄື: ດ່ານຊາຍແດນນາແມວ ກ່ຽວກັບເຂດອະນຸລັກຮັກສາທຳມະຊາດ ປູຮູ (ແທັງຮ່ວາ), ແຂກທ່ອງທ່ຽວ ອາດຈະເດີນຕາມທາງເສັ້ນທາງ ໄຕຕຽນ ເພື່ອໄປຍັງມົກເຈົາ. ແຕ່ເສັ້ນທາງນີ້ຍັງມີຖະໜົນດິນ ຍາວປະມານ 5 – 7 ກີໂລແມັດ ຢູ່ໃນປ່າ ແລະ ຂົວບາງແຫ່ງລົດໃຫຍ່ບໍ່ສາມາດຜ່ານໄດ້. ສິ່ງນັ້ນ ໄດ້ກີດຂວາງເລື່ອງແຂກທ່ອງທ່ຽວມາຢ້ຽມຢາມ.
ເພື່ອແກ້ໄຂບັນຫາດັ່ງກ່າວ, ຫວຽດນາມ ຄວນຫັນລະບຽບການ, ກົນໄກເຂົ້າອອກເມືອງເປັນງ່າຍດາຍເພື່ອໃຫ້ແຂກທ່ອງທ່ຽວບໍ່ຮູ້ສຶກກັງວົນໃນວິວັດການເດີນທາງຂອງຕົນ. ຕາມທ່ານນາງ ຕະທິຕູອວຽນ, ຮອງຜູ້ອຳນວຍການພັດທະນາຜະລິດຕະພັນຂອງ Vietravel ແລ້ວ, ບັນດາດ່ານຊາຍແດນຕ້ອງຫຼຸດເວລາປະຕິບັດລະບຽບການ, ມີແລວທາງບຸລິມະສິດໃຫ້ແກ່ແຂກທ່ອງທ່ຽວ, ພິເສດແມ່ນແຂກທ່ອງທ່ຽວທີ່ເປັນຄະນະ, ເພື່ອສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ.
ຫວຽດນາມ ອາດຈະສ້າງເສັ້ນທາງເຊື່ອມຕໍ່ບໍ່ພຽງແຕ່ສອງປະເທດ ຫວຽດນາມ - ລາວ ເທົ່ານັ້ນ ຫາກຍັງບືນຕົວຂຶ້ນອອກສູ່ບັນດາປະເທດອາຊີຕາເວັນອອກອີກດ້ວຍ. ໜຶ່ງໃນບັນດາ tour ທີ່ດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດແມ່ນ ເຫ້ວ - ບາງກອກ (ໄທ), ວິງ - Yangon (ມຽນມາ); ດ້ຽນບຽນ - Nayoidaw/Mandalay (ມຽນມາ); ຮ່າໂນ້ຍ - Yangon... ໄລຍະຫ່າງລະຫວ່າງບັນດາສະຖານທີ່ນີ້ຄ້າຍຄືກັນກັບຮ່າໂນ້ຍ - ດ່ານັ້ງ, ຫຼື ຮ່າໂນ້ຍ ນະຄອນໂຮ່ຈີມິນ.
ພ້ອມກັບການລົງທຶນໃຫ້ແກ່ພື້ນຖານໂຄງລ່າງ, ຫວຽດນາມ ກໍ່ຄວນສວຍໃຊ້ທ່າແຮງຂອງອຸດສາຫະກຳ 4.0 ໃນການພັດທະນາການທ່ອງທ່ຽວ. ທ່ານ ເລືອງຢຸຍແຢວງ, ຜູ້ອຳນວຍການບໍລິສັດການທ່ອງທ່ຽວ Fivestar, ໃຫ້ຮູ້ວ່າ ຕ້ອງສ້າງລະບົບການທ່ອງທ່ຽວອັດສະລິຍະ ສະໜອງຂໍ້ມູນທີ່ຖືກຕ້ອງໃນເວັບໄຊທ່ອງທ່ຽວຂອງທ້ອງຖິ່ນ, ເປີດນຳໃຊ້ແຜນທີ່ດີຈີຕອນ, ລະບົບຄຸ້ມຄອງການພັກພາອາໄສ, wifi ສາທາລະນະໂດຍບໍ່ເສຍຄ່າໃຫ້ແກ່ແຂກທ່ອງທ່ຽວຢູ່ສະຖານທີ່ຕ່າງໆ…ເລື່ອງນີ້ຈະເຮັດໃຫ້ການທ່ອງທ່ຽວເຂດຊາຍແດນມີຄວາສະດວກກ່ວາອີກ. ຈາກນັ້ນ, ແຂກທ່ອງທ່ຽວກໍຈະນັບມື້ນັບຫຼາຍຂຶ້ນ.
ບຸນຄົງ