ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ

19:00 | 17/11/2022

ຍ​ສ​ໝ - ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເຈີ່ນ​ກວັກ​ເຟືອງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ໂຄງການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ຂອງ ອົດ​ສະ​ຕາ​ລີ ​ໃຫ້​ບັນດາ​ອົງການ​ຫວຽດນາມ ​ເວົ້າ​ລວມ ແລະ ກະຊວງ​ແຜນການ ​ແລະ ການ​ລົງທຶນ ຍາມ​ໃດ​ກໍ່ຖື​ເປັນ​ສຳ​ຄັນ​ພິ​ເສດ, ​ເພາະວ່າ​ບັນດາ​ເນື້ອ​ໃນ​ນີ້​ໄດ້​ປະກອບສ່ວນ​ໂດຍ​ກົງ​ໃນ​ການປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຂອງ​ບັນດາ​ອົງການ, ພະນັກງານ​ຂອງ​ຫວຽດນາມ.

ການ​ສົ່ງ​ອອກ ຫວຽດ​ນາມ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ຢູ່ ອັງ​ກິດ ການ​ສົ່ງ​ອອກ ຫວຽດ​ນາມ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ຢູ່ ອັງ​ກິດ
ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ
ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ
ກອງ​ປະ​ຊຸມ​ສຳ​ມະ​ນາ

ວັນ​ທີ 15 ພະ​ຈິກ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ຄະ​ນະ​ປະ​ສານ​ງານ​ໂຄງ​ການ Aus4Reform ໄດ້​ສົມ​ທົບ​ກັບ​ສະ​ຖານທູດ ອົດ​ສະ​ຕາ​ລີ ປະ​ຈຳ ຮ່າ​ໂນ້ຍ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ “ໂຄງ​ການ​ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ ຫວຽດ​ນາມ (Aus4Reform): ໝາກ​ຜົນ, ບົດ​ຮຽນ ແລະ ການ​ກຳ​ນົດ​ທິດ​ໃນ​ອະ​ນາ​ຄົດ”.

ໂຄງ​ການ Aus4Reform, ໂດຍ​ລັດ​ຖະ​ບານ​ອົດ​ສະ​ຕາ​ລີ​ໜູນ​ຊ່ວຍ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ອົງ​ການ​ຫວຽດ​ນາມ​ໃນ​ການ​ປະ​ຕິ​ບັດ​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່, ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ປັບ​ປຸງ​ສະ​ພາບແວດລ້ອມແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລ​ະ​ກິດ ຕາມ​ທິດ​ຍົກ​ລະ​ດັບ​ສະ​ມັດ​ຕະ​ພາບ​ໃນ​ການ​ອອກ​ແຮງ​ງານ, ຄຸນ​ນະ​ພາບ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ​ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ. ໂຄງ​ການດັ່ງກ່າວ ​ໄດ້​ຮັບ​ການ​ປະ​ຕິ​ບັດ​ນັບ​ແຕ່​ເດືອນ​ພະ​ຈິກ​ປີ 2017 ຫາ ​ເດືອນ ພະ​ຈິກ​ປີ 2022, ດ້ວຍ​ຈຳ​ນວນ​ເງິນ​ອຸດ​ໜູນ 6,5 ລ້ານ ໂດ​ລາ​ອົດ​ສະ​ຕາ​ລີ.

Aus4Reform ແມ່ນ​ໂຄງ​ການ​ທີ 3 ໃນ​ລະ​ບົບ​ໂຄງ​ການ​ໜູນ​ຊ່ວຍ​ກ່​ວາ​ທົດ​ສະ​ວັດ​ຂອງ​ລັດ​ຖະ​ບານ​ອົດ​ສະ​ຕາ​ລີ​ທີ່​ສະ​ຫງວນ​ໃຫ້​ແກ່​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ ຫວຽດ​ນາມ ລວມ​ມີ​ໂຄງ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ພາຍຫຼັງ​ເຂົ້າ​ເປັນ​ສະ​ມາ​ຊິກ WTO (2008 - 2014), ໂຄງ​ການ​ໜູນ​ຊ່ວຍ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍງ​ຂອງ ຫວຽດ​ນາມ (2014 - 2017) ແລະ ໂຄງ​ການ​ອົດ​ສະ​ຕາ​ລີ​ໜູນ​ຊ່ວຍ​ການ​ປະ​ຕິ​ຮູບດ້ານ​ເສດ​ຖະ​ກິດ ຫວຽດ​ນາມ (2017 – 2022).

ດ້ວຍ 4 ພ​າກ​ສ່ວນ​ໂດຍ 4 ອົງ​ການ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ບໍ​ລິ​ຫານ​ເສດ​ຖະ​ກິດ​ຂັ້ນ​ສູງ​ກາງ (ຂຶ້ນ​ກັບ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ), ກົມ​ແກ້ງ​ແຍ້ງ ແລະ ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ (ຂຶ້ນ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກຳ​ນ​ຄ້າ), ສະ​ຖາ​ບັນ​ນະ​ໂຍ​ບາຍ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ກະ​ສິ​ກຳ ຊົນ​ນະ​ບົດ (ຂຶ້ນ​ກັບ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ), ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ເປັນ​ເຈົ້າ​ພາບຈັດການ​ປະ​ຕິ​ບັດ ແລະ ກອງ​ທຶນ​ທີ່​ມີ​ໄຫວ​ພິບ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ບັນ​ຫາ​ບຸ​ລິ​ມະ​ສິດ​ໂດຍ​ດ່ວນ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ, ໂຄງ​ການ Aus4Reform ໄດ້​ໜູນ​ຊ່ວຍ​ລັດ​ຖະ​ບານ ຫວຽດ​ນາມ ຜ່ານ​ການ ເພີ່ມ​ທະ​ວີ​ບັນ​ດາ​ການ​ຄົ້ນ​ຄ້​ວາ ແລະ ໄຈ້​ແຍກ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ອົງ​ການ​ຫວຽດ​ນາມ, ເພີ່ມ​ທ​ະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ນັກ​ວາງ​ແຜນ​ກຳ​ນົດ, ຫາງ​ສຽງ, ວົງ​ການ​ນັກ​ຮຽນ​ຮູ້ ແລະ ບັນ​ດາ​ນັກ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ຮ່ຳ​ຮຽນ​ປະ​ສົບ​ການ, ແລກ​ປ່ຽນ​ຂໍ້​ມູນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ, ພິ​ເສດ​ແມ່ນ​ບັນ​ດາ​ອົງ​ການ​ຂອງ​ອົດ​ສະ​ຕາ​ລີ.

ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເຈີ່ນ​ກວັກ​ເຟືອງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ໂຄງການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ຂອງ ອົດ​ສະ​ຕາ​ລີ ​ໃຫ້​ບັນດາ​ອົງການ​ຫວຽດນາມ ​ເວົ້າ​ລວມ ແລະ ກະຊວງ​ແຜນການ ​ແລະ ການ​ລົງທຶນ ຍາມ​ໃດ​ກໍ່ຖື​ເປັນ​ສຳ​ຄັນ​ພິ​ເສດ, ​ເພາະວ່າ​ບັນດາ​ເນື້ອ​ໃນ​ນີ້​ໄດ້​ປະກອບສ່ວນ​ໂດຍ​ກົງ​ໃນ​ການປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຂອງ​ບັນດາ​ອົງການ, ພະນັກງານ​ຂອງ​ຫວຽດນາມ.

ກໍ່​ຢັ້ງ​ຢືນ​ໝາກ​ຜົນ​ຂອງ​ໂຄງ​ການ, ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski ໃຫ້ຮູ້ວ່າ: ອົດສະຕາລີ ແລະ ຫວຽດນາມ ໄດ້ຮ່ວມ​ມື​ກັນຢ່າງແໜ້ນແຟ້ນກ່ຽວກັບການປະຕິຮູບດ້ານເສດຖະກິດພາຍຫຼັງຫວຽດນາມ ເປີດ​ປະ​ຕູເສດຖະກິດໃນຕົ້ນຊຸມປີ 1990, ລວມ​ມີ​ບັນ​ດາ​ໄລ​ຍະ​ສຳ​ຄັນຄື ເມື່ອ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ WTO, ເລີ່ມເຂົ້າຮ່ວມບັນ​ດາ​ສັນຍາ​ການ​ຄ້າ​ເສລີ ​ແລະ ຫວ່າງ​ມໍ່ໆ​ມາ​ນີ້ ​ໃນວິ​ວັດ​ການ​ຮັ​ບ​ມື ແລະ ການ​ຟື້ນ​ຟູ​ເສດຖະກິດ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19.

ກອງປະຊຸມໃນມື້ນີ້ ໄດ້​ສ້າງ​ຂີດ​ໝາຍ​ໃນ​ການ​ປະ​ຕິ​ບັດ​ສຳ​ເລັດ​ໄລ​ຍະ​ປັດ​ຈຸ​ບັນ​ຂອງໂຄງການ Aus4Reform, ໄປ​ຄຽງ​ຄູ່​ກັບ​ການ​ຮ່ວມ​ມື ແລະ ປະຕິຮູບເສດຖະກິດຂອງພວກເຮົາຍັງສືບຕໍ່. ສິ່ງນີ້​ແມ່ນ​ໄດ້​ຮັບການປັບ​ປຸງ​ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ຮັກສາ​ໄວ້​ລະຫວ່າງ​ລັດຖະບານ​ຂອງ​ພວກ​ເຮົາ ກັບ​ບັນດາ​ເປົ້າ​ໝາຍ​ຮ່ວມມື​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ, ​ເພີ່ມ​ທະວີ​ການ​ລົງທຶນ, ​ເພີ່ມ​ທະວີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ”, ທ່ານ Andrew Goledzinowski ຢືນຢັນ.

ໝາກຜົນ​ຂອງ​ໂຄງການ Aus4Reform ​ແມ່ນ​ໄດ້​ນຳ​ໃຊ້​ເປັນ​ພື້ນຖານ​ໃນ​ການ​ປະຕິບັດ​ບັນ​ດາການ​ປະຕິ​ຮູບ​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ປັບປຸງ​ພື້ນຖານ​ເສດຖະກິດ​ຕະຫຼາດ, ພັດທະນາ​ພາກ​ເອກະ​ຊົນ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ແກ່ງ​ແຍ້​ງ ​ແລະ ປົກ​ປ້ອງ​ຜູ້​ບໍລິ​ໂພ​ກ, ​ຍູ້​ແຮງ​ການ​ສ້າງໂຄງ​ປະກອບ​ເສດຖະກິດ​ຊົນນະບົດ​ຄືນ​ໃໝ່ ​ແລະ ​ເພີ່ມ​ທະວີມູນຄ່າເພີ່ມໃນຂົງເຂດກະສິກໍາ; ຜ່ານ​ນັ້ນ ກໍ​ປະກອບສ່ວນ​ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ເສດຖະກິດ.

ຄຽງ​ຄູ່​ກັບ​ຂະ​ບວນວິວັດ​ການ​ປະຕິ​ຮູບ​ເສດຖະກິດ ​ແລະ ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ​ປະ​ເທດ, ຄວາມ​ຕ້ອງການ​ໜູນ​ຊ່ວຍ​ດ້ານ​ວິຊາ​ການ​ໃນ​ຂົງ​ເຂດ​ນີ້​ແມ່ນ​ໃຫຍ່​ຫຼວງທີ່ສຸດ​ໃນ​ຊຸມ​ປີ​ຕໍ່ໜ້າ. ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ນີ້ ຈະ​ແມ່ນ​ພື້ນຖານ​ເພື່ອ​ກໍ່ສ້າງ​ໄລຍະ​ຕໍ່​ໄປ​ຂອງ​ບັນດາ​ໂຄງການ​ໜູນ​ຊ່ວຍ​ຂອງ ອົດ​ສະ​ຕາ​ລີ ​ເພື່ອ​ປະຕິ​ຮູບ​ເສດຖະກິດ​ຢູ່ ຫວຽດນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.