ການ​ສົ່ງ​ອອກ ຫວຽດ​ນາມ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ຢູ່ ອັງ​ກິດ

07:28 | 14/11/2022

ຍ​ສ​ໝ - ຫວຽດນາມ​ມີ​ທ່າ​ໄດ້​ປຽບ​ໃນ​ຕະຫຼາດ​ອັງກິດ ​ແລະ ບັນດາ​ວິ​ສາ​ຫະ​ກິດສົ່ງ​ອອກ​ຫວຽດນາມ ພວມ​ນຳ​ໃຊ້​ບັນດາ​ທ່າ​ໄດ້​ປຽບ​ດັ່ງກ່າວໄດ້​ເປັນ​ຢ່າງ​ດີ. ນັ້ນ​ແມ່ນ​ການ​ຕີ​ລາຄາ​ຂອງ​ທ່ານ ຫງວຽນ​ແກ໋ງ​ເກື່ອງ, ທີ່​ປຶກສາຝ່າຍການ​ຄ້າ, ຫ້ອງການ​ການ​ຄ້າ​ຫວຽດນາມ ປະຈຳ ອັງກິດ ​ໃນ​ການ​ພົບ​ປະ​ແລກປ່ຽນ​ກັບ​ນັກ​ຂ່າວຫວຽດ​ນາມ ຢູ່ ລອນ​ດອນ.

ເວ​ທີ​ປາ​ໄສ​ສົ່ງ​ເສີ​ມການ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ກູ​ບາ ເວ​ທີ​ປາ​ໄສ​ສົ່ງ​ເສີ​ມການ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ກູ​ບາ
ງວດ​ທຸລຽນ​ທຳ​ອິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ຈີນ​ຢ່າງ​ເປັນ​ທາງ​ການ ງວດ​ທຸລຽນ​ທຳ​ອິດ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ຈີນ​ຢ່າງ​ເປັນ​ທາງ​ການ

ທ່ານ ​ຫງວຽນ​ແກ໋ງ​ເກື່ອງ ທີ່​ປຶກສາ​ຝ່າຍ​ການ​ຄ້າ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ບໍ່​ເທົ່າ​ໃດ​ປະ​ເທດ​ທີ່​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ກັບ ອັງກິດ (ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອັງກິດ, UKVFTA). ໃນ​ອາ​ຊຽນ​ມີພຽງ​ແຕ່ ສິງກະ​ໂປ ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາ FTA ກັບ​ອັງກິດ. ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ຜະລິດ​ສິນຄ້າ​ຂະໜາດ​ໃຫຍ່​ໃນ​ພາກ​ພື້ນ, ສະ​ນັ້ນ ​ມີ​ທ່າ​ໄດ້​ປຽບ​ສູງ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ ອາ​ຊຽນ ທີ່​ບໍ່​ໄດ້​ລົງ​ນາມ​ໃນ FTA ກັບ ອັງກິດ ​ເມື່ອ​ສົ່ງ​ອອກ​ສິນຄ້າ​ໄປ​ຕະຫຼາດ​ນີ້ ຍ້ອນ​ໄດ້​ຮັບ​ບຸລິມະສິດ​ຍົກ​ເວັ້ນພາສີ ​ແລະ ຫຼຸດຜ່ອນ​ພາສີຕາມສັນຍາ.

ຕາມ​ທ່ານ ຫງວຽນ​ແກ໋ງ​ເກື່ອງ ​ແລ້ວ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ມູນ​ຄ່າ​​ເຄື່ອງ​ໝາຍ​ການຄ້າແຫ່ງ​ຊາດ​ຂອງ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ກະໂດດຂັ້ນ​ໃນ​ໂລກ ຍ້ອນ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ບໍ່​ພຽງ​ແຕ່ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ການປ້ອງກັນໂລກລະບາດ​ໂຄ​ວິດ-19 ອີກ​ດ້ວຍ. ທ່ານ​ ເກື່ອງ ​ຢືນຢັນ​ວ່າ ບັນດາ​ມູນຄ່າ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ນີ້​ພວມ​ສ້າງ​ຜົນ​ດີ​ຢ່າງຕັ້ງໜ້າຕໍ່​ຈິດຕະສາດ​ຂອງ​ວິ​ສາ​ຫະກິດ ​ແລະ ຜູ້​ບໍລິ​ໂພ​ກອັງກິດ. ນອກ​ນັ້ນ, ຫວຽດນາມ ກໍຍັງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ວິ​ສາ​ຫະກິດ ​ແລະ ປະ​ຊາ​ຊົນ​ອັງກິດ​ຄື: ຊາວ​ຫວຽດນາມ ​ດຸ​ໝັ່ນ; ນັກຮຽນຫວຽດນາມ ຮຽນເກັ່ງ; ສິນຄ້າຫວຽດນາມມີຄຸນນະພາບສູງ; ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຂອງ​ນັກ​ທຸລະ​ກິດ​ຫວຽດນາມ ​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຄວາມ​ສາມາດ​ດ້ານ​ພາສາ​ອັງກິດ​ທີ່​ດີ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ບັນດາ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ຂອງ​ອັງກິດ.

ການ​ສົ່ງ​ອອກ ຫວຽດ​ນາມ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ຢູ່ ອັງ​ກິດ

ການ​ສົ່ງ​ອອກ​ອາ​ຫານ​ທະ​ເລ​ຂອງ​ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ຫລາຍ​ຢ່າງ

ທ່ານ ຫງວຽນ​ແກ໋ງ​ເກື່ອງ ​ໃຫ້​ຮູ້​ວ່າ: ອັງກິດ​ ອາດສາມາດ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ​ໃນ​ປີ 2023 ​ແລະ ​ໃນ​ຂະ​ບວນການນີ້, ອັງກິດ ສະ​ແດງ​ເຈດ​ຕະ​ນາ​ດີ ຈະ​ມີ​​ບັນດາ​ຄຳ​ໝັ້ນ​ສັນຍາ​ເປີດ​ກວ້າງ​ຕະຫຼາດ​ໃຫ້​ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມຕື່ມ​ອີກ, ສ້າງ​ເງື່ອນ​ໄຂ​ສະ​ດວກເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແກ່ງແຍ້ງກັບ​ຕະ​ຫລາດ​ອັງ​ກິດ​ໄດ້​ດີ​ຂຶ້ນ ແລະ ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ໄປ​ອັງ​ກິດ ຈະ​ເພີ່ມ​ຂຶ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທີ່​ປຶກສາ​ຝ່າຍການ​ຄ້າ ຫງວຽນ​ແກ໋ງ​ເກື່ອງ ​ເນັ້ນ​ໜັກ​ວ່າ: ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວມ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ດັ່ງກ່າວເປັນ​ຢ່າງ​ດີ ເມື່ອ​ການ​ສົ່ງ​ອອກ​ຂອງ ຫວຽດນາມ ​ໄປ​ຍັງ ອັງກິດ ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ປີ​ນີ້. ​ໃນ 9 ​ເດືອນ​ຕົ້ນ​ປີ 2022, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ກວ່າ 5,22 ຕື້ USD, ​ໃນ​ນັ້ນ ຫວຽດນາມ ມີ​ຍອດ​ວົງ​ເງິນ​ການ​ຄ້າເກີນ​ດຸ​ນ​ແມ່ນ 4,07 ຕື້ USD, ດ້ວຍຍອດວົງ​ເງິນການ​ສົ່ງ​ອອກ​ໄປ​ອັງກິດ ບັນລຸ​ເກືອບ 4,65 ຕື້ USD, ​ເພີ່ມ​ຂຶ້ນ 8,1 % ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ​ເກື່ອງ ​ກ່າວ​ວ່າ ​ໃນ​ຊຸມ​ເດືອນ​ທ້າຍ​ປີ, ການ​ສົ່ງ​ອອກ​ໄປຍັງ​ອັງກິດ ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ເຂົ້າສານ, ລວມທັງ​ເຂົ້າສານ ST25 ອາດ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ໄຕ​ມາດ​ທີ 4 ປີ 2022 ​ແລະ 2 ​ເດືອນ​ຕົ້ນ​ປີ 2023.

​ແຕ່​ຕົ້ນ​ປີ 2022, ຫ້ອງ​ການ​ການ​ຄ້າ​ຫວຽດນາມ ປະຈຳ ອັງກິດ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ປຶກສາ​ຫາລື ​ແລະ ການ​ເຊື່ອມ​ຕໍ່​ການ​ຄ້າ ​ເພື່ອ​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ຕະຫຼາດ ​ແລະ ແນະນຳ​ວິ​ສາ​ຫະກິດ ຫວຽດນາມ ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ ອັງກິດ ​ເພື່ອ​ສາມາດ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ເບື້ອງ​ຕົ້ນ ກັບວິສາຫະກິດອັງກິດ - ບາດກ້າວກະກຽມສໍາລັບສັນຍາສົ່ງອອກໃນອະນາຄົດ. ບັນດາ​ວາ​ລະ​ປຶກສາ​ຫາລື​ໄດ້​ສຸມ​ໃສ່​ຕະຫຼາດ​ເຄື່ອງ​ເຟີ​ນີ​ເຈີ, ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງນຸ່ງ​ຫົ່ມ ​ແລະ ຜະລິດ​ຕະພັນ​ການ​ສຶກສາ​ຈຳນວນ​ໜຶ່ງ, ພິ​ເສດ​ແມ່ນ​ບັນດາ​ຜະ​ລິດ​ຕະ​ພັນເຊິ່ງ​ວິ​ສາ​ຫະກິດ​ຫວຽດນາມ ອາດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ UKVFTA ​ແລະ ​ຜູ້​ບໍລິ​ໂພ​ກອັງ​ກິດ​ມີ​ຄວາມ​ຕ້ອງການ​ສູງ, ​ໃນ​ຂະນະ​ທີ່​ບັນດາແຫຼ່ງ​ສະ​ໜອງ​ແບບ​ເກົ່າ​ຂອງ​ອັງກິດ ຈຳນວນ​ໜຶ່ງ​ຈາກ ຢູ​ແກຼນ, ລັດ​ເຊຍ, ຈີນ​ ແລະ​ ບາງ​ປະ​ເທດ​ສະ​ມາ​ຊິກ EU ​ຖືກ​ຂາດ​ວັກ​ຂາດ​ຕອນ.

ຫ້ອງ​ການ​ການ​ຄ້າ ກໍ່​ຈັດ​ຕັ້ງ​ບັນດາ​ເຫດການສົ່ງ​ເສີມ​ການ​ຄ້າ ​ເຊັ່ນ: ໜູນ​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ງານຕະຫຼາດ​ນັດ​ວາງສະ​ແດງການ​ຄ້າ​ເອ​ເລັກ​ໂຕ​ນິກ​ໃຫຍ່​ທີ່​ສຸດ​ຂອງ​ໂລກ White Label Expo ຢູ່ ລອນ​ດອນ ​ໃນ​ເດືອນ​ກຸມພາ; ງານວາງສະແດງເຄື່ອງເຟີນີເຈີໃນ Birmingham ໃນເດືອນເມສາ; ​ໂຄງການ​ແນະນຳ​ອາຫານ​ຫວຽດນາມ​ ຢູ່​ລອນ​ດອນ ​ໃນ​ເດືອນ​ມິຖຸນາ ​ແລະ ຢູ່ Nottingham ​ໃນເດືອນ​ກໍລະກົດ; ​ການ​ໂອ້​ລົມສົນທະນາກ່ຽວກັບກາລະໂອກາດຮ່ວມມື Smart Cities ລະຫວ່າງວິສາຫະກິດຂອງສອງປະເທດໃນເດືອນຕຸລາ ແລະ ງານຕະຫຼາດນັດຜະລິດຕະພັນພືດຢູ່ລອນດອນ VegFest ລອນດອນ ເດືອນພະຈິກ.

ທ່ານ ຫງວຽນ​ແກ໋ງ​ເກື່ອງ ​ໃຫ້​ຮູ້​ວ່າ: ປີ​ໜ້າ, ຫ້ອງການ​ການ​ຄ້າ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ການ​ຄ້າ ​ແລະ ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປຍັງ​ອັງກິດ, ​ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ເຄື່ອງ​ເຟີ​ນີ​ເຈີ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ອັງກິດ ຢູ່ Birmingham ​ໃນ​ຕົ້ນ​ປີ 2003. ​ຫ້ອງ​ການ​ການ​ຄ້າ​ກໍ່​ໄດ້​ເຂົ້າ​ຮ່ວມ​ບັນດາເຫດການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ຫວຽດນາມ - ອັງກິດ, ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ໂຄສະນາ​ເຄື່ອງໝາຍ​ການຄ້າແຫ່ງ​ຊາດ.

​ເວົ້າ​ເຖິງ​ບັນດາ​ສິ່ງ​ທ້າ​ທາຍ​ຢູ່​ຕະຫຼາດ ອັງກິດ, ທ່ານ ຫງວຽນ​ແກ໋ງ​ເກື່ອງ ​ໃຫ້​ຮູ້​ວ່າ: ​ໄລຍະ​ທາງ​ພູມ​ສາດ​ລະຫວ່າງ 2 ປະ​ເທດ​ຍາວ​ໄກພໍ​ສົມ​ຄວນ ​ເຮັດ​ໃຫ້​ຄ່າ​ຂົນ​ສົ່ງ​ຈາກ ຫວຽດນາມ ​ໄປ ອັງກິດ ສູງ, ກວມ​ອັດຕາ​ສ່ວນຫຼ​າຍ​ພໍ​ສົມ​ຄວນ​ໃນ​ລາ​ຄາ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ສົ່ງ​ອອກ​ຈາກ​ຫວຽດ​ນາມ ໄປ​ຍັງ​ອັງ​ກິດ. ນອກຈາກນັ້ນ, ລາຄານໍ້າມັນເຊື້ອ​ເພິງທີ່ສູງຍັງເຮັດໃຫ້ຄ່າຂົນສົ່ງ ແລະ ການປະກັນໄພໃນ​ການ​ເດີນ​ເຮືອເພີ່ມຂຶ້ນ. ສິ່ງທ້າທາຍອີກອັນຫນຶ່ງແມ່ນຄວາມແຕກຕ່າງຂອງວິທີການ ແລະ ປະເພນີດຳເນີນທຸລະກິດລະຫວ່າງສອງປະເທດ. ທ່ານ ​ເກື່ອງ ຖື​ວ່າ: ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ເຂົ້າ​ໃຈ ​ແລະ ດັດ​ປັບ​ວິທີ​ດຳ​ເນີນ​ທຸລະ​ກິດ​ໃຫ້​ເໝາະ​ສົມ​ກັບ​ຕະຫຼາດ ອັງກິດ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ບັນດາ​ຄູ່​ຮ່ວມ​ມື ອັງກິດ ​ເພື່ອ​ສາມາດ​ລົງ​ນາມ​ໃນ​ສັນຍາ​ກັບ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ​ແລະ ຈຳໜ່າຍ​ດ້ວຍ​ລະບົບ​ຈຳໜ່າຍ​ທົ່ວ​ອັງກິດ.

ກ່ຽວ​ກັບ​ກາລະ​ໂອກາດ, ທ່ານ ຫງວຽນ​ແກ໋ງ​ເກື່ອງ ຢືນຢັນ​ວ່າ UKVFTA ສືບ​ຕໍ່​ແມ່ນ​ປັດ​ໄຈ​ສ້າງ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງ​ໃຫ້​ບັນດາ​ຜະລິດ​ຕະພັນ​ຫວຽດນາມ ຢູ່​ຕະຫຼາດ ອັງກິດ; ​ໃຫ້​ຄຳ​ເຫັນ​ວ່າ ​ເຖິງ​ວ່າ​ມີ​ການ​ຜັນ​ແປ​ຢ່າງ​ໃຫຍ່​ຫຼວງ​ດ້ານ​ການ​ເມືອງ ແລະ ​ເສດຖະກິດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ກໍ່​ຕາມ ແຕ່ອັງກິດ ຍັງ​ຄົງ​ແມ່ນ​ຕະຫຼາດ​ໃຫຍ່​ທີ່​ມີ​ກຳ​ລັງ​ຊື້ທີ່​ໝັ້ນຄົງ ​ແລະ ​ໃນ​ໄລຍະ​ຍາວ, ບັນດາ​ວິ​ສາ​ຫະກິດ ອັງກິດ ຍັງ​ແມ່ນ​ໜຶ່ງ​ໃນ​ບັນດາ​ລູກ​ຄ້າ​ທີ່​ວິ​ສາ​ຫະກິດ ຫວຽດນາມ ສາມາດ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສ້າງການພົວພັນຮ່ວມມື​ໃນ​ໄລຍະ​ຍາວ​ນານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.