UNDP ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຟື້ນຟູເສດຖະກິດ

09:13 | 21/10/2022

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ UNDP ສືບຕໍ່ໜູນຊ່ວຍແຫຼ່ງກຳລັງ, ໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນປະສົບການເພື່ອໃຫ້ ຫວຽດນາມ ປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030.

undefined
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕ້ອນຮັບທ່ານນາງ Ramla Al Khalidi, ຜູ້ຕາງໜ້າຂອງ UNDP ປະຈຳ ຫວຽດນາມ

ວັນທີ 19 ຕຸລາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕ້ອນຮັບທ່ານນາງ Ramla Al Khalidi, ຜູ້ຕາງໜ້າຂອງໂຄງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ ເຂົ້າຍື່ນສານຕາຕັ້ງເນື່ອງໃນໂອກາດເລີ່ມມາປະຕິບັດໜ້ທີ່ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ UNDP ສືບຕໍ່ໜູນຊ່ວຍແຫຼ່ງກຳລັງ, ໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນປະສົບການເພື່ອໃຫ້ ຫວຽດນາມ ປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030, ປະຕິບັດການຫັນປະເທດເປັນອຸດສາຫະກິດ - ທັນສະໄໝ ດ້ວຍ 3 ຂອດບຸກທະລຸກ່ຽວກັບການສ້າງ ແລະ ຍົກສູງຄຸນນະພາບລະບອບລະບຽບການໃຫ້ສົມບູນແບບ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ປັບປຸງລະບົບໂຄງປະກອບພື້ນຖານໂຄງລ່າງ.

ສ່ວນທ່ານນາງ Ramla Al Khalidi ຢັ້ງຢືນວ່າ: UNDP ຍາມໃດກໍ່ຖືການຮ່ວມມືກັບ ຫວຽດນາມ ເປັນສຳຄັນ ແລະ ຈະມານະພະຍາຍາມຮ່ວມມືຢ່າງແໜ້ນແຟ້ນເພື່ອປະຕິບັດສຳເລັດເອກະສານໂຄງການແຫ່ງຊາດລະຫວ່າງ ຫວຽດນາມ ແລະ UNDP ໄລຍະ 2022 – 2026 ແລະ ຂອບການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ ໄລຍະ 2022 – 2026, ພິເສດແມ່ນໃນການຟື້ນຟູເສດຖະກິດ, ໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ໜູນຊ່ວຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໝູນໃຊ້ເຕັກໂນໂລຊີດີຈີຕອນໃນບັນດາຂົງເຂດສາທາລະນະສຸກ - ການສຶກສາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.