ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ເວ​ນາ​ຊູ​ເອ​ລາ

08:29 | 17/11/2022

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽດ​ຢ​ວຽນ ໄດ້​ນຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ລາ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລັດ Merida.

ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ສ​ປ​ຊ ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ສ​ປ​ຊ
ຫວຽດ​ນາມ-ອ​​ົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຊາວ​ເຜົ່າ​ສ່ວນ​ນ້ອຍ ແລະ ທ້ອງ​ຖິ່ນ ຫວຽດ​ນາມ-ອ​​ົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຊາວ​ເຜົ່າ​ສ່ວນ​ນ້ອຍ ແລະ ທ້ອງ​ຖິ່ນ

ໂດຍ​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ທ່ານ​ປະ​ທານ FUNDECEM Enrique Plata Ramírez ໃຫ້​ຮູ້​ວ່າ ບົນ​ພື້ນ​ຖານ​ນຳ​ໃຈ​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​ອັນ​ດີ​ງາມ​ລະ​ຫວ່າງ ເວ​ເນ​ຊູ​ເອ​ລາ ແລະ ຫວຽດ​ນາມ, ການ​ສ້າງ​ຕັ້ງ​ສະ​ມາ​ຄົມ​ເພື່ອນ​ມິດ​ຫວຽດ​ນາມ ຢູ່ Merida ແມ່ນ​ຂີດ​ໝາຍ​ສຳ​ຄັນ​ເພື່ອ​ສ້າງ​ຂົວ​ເຊື່ອມ​ຕໍ່​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ລັດ Merida ແລະ ຫວຽດ​ນາມ ໃນບັນ​ດາ​ຂົງ​ເຂດ​ຄື: ການ​ເມືອງ, ເສດ​ຖະ​ກິດ, ການ​ຄ້າ, ວັດ​ທະ​ນະ​ທຳ - ສັງ​ຄົມ, ການ​ທ່ອງ​ທ່ຽວ, ການພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​…

ທ່ານ Ramírez ໃຫ້​ຮູ້​ວ່າ ສະ​ມາ​ຄົມ​ເພື່ອ​ນ​ມິດ ຫວຽດ​ນາມ ຢູ່ Merida ແມ່ນ​ກຸ່ມ​ເຕົ້າ​ໂຮມ​ບັນ​ດາ​ສະ​ມາ​ຊິກທີ່​ເຄື່ອນ​ໄຫວ​ໃນຫຼາຍ​ຂົງ​ເຂດ​ຕ່າງກັນ, ນັບແຕ່​ອົງ​ການ​ປົກ​ຄອງ​ລັດ, ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ວັດ​ທະ​ນະ​ທຳ, ນັກ​ຮຽນ​ຮູ້, ສາ​ດ​ສະ​ດາ​ຈານ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ບັນ​ດາ​ຜູ້​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ ໃນ​ສັງ​ຄົມ​ຢູ່​ລັດ Merida. ພິ​ເສດ, ດ້ວຍ​ການ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ພູ​ມີ​ສາດ, ອາ​ກາດ, ທິວ​ທັດ​ທຳ​ມະ​ຊາດ ແລະ ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ທ້ອງ​ຖິ່ນຂອງ​ສອງ​ປະ​ເທດ, ສະ​ມາ​ຄົມ​ກໍ່​ສະ​ແດງ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ແຮກ​ສ່ຽວ​ລະ​ຫວ່າງ​ລັດ Merida ແລະ ແຂວງ​ລາວ​ກາຍ ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ເວ​ນາ​ຊູ​ເອ​ລາ
ທ່ານເອກອັກຄະລັດຖະທູດ ເລ​ວຽດ​ຢ​ວຽນ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ

ກ່າວ​ຄຳ​ເຫັນ​ທີ​ພິ​ທີ​ເປີດ​ຕົວ, ທ່ານ Joel Cuevas - ປະ​ທານ​ທຳ​ອິດ​ຂອງ ສະ​ມາ​ຄົມ​ເພື່ອນ​ມິດ ຫວຽດ​ນາມ ຢູ່ Merida ໄດ້​ສະ​ແດງ​ຄວາມ​ຕື້ນ​ຕັນ​ໃຈ ແລະ ເປັນ​ກຽດ​ເມື່ອ​ໄດ້​ຮັບ​ດຳ​ລົງ​ບົດ​ບາດ​ນຳ​ພາ​ຂອງ​ອົງ​ການ​ມິດ​ຕະ​ພາບ​ນີ້ ແລະ ຢັ້ງ​ຢືນ​ວ່າ ສະ​ມາ​ຄົມ​ຈະ​ຊຸກ​ຍູ້​ການ​ກໍ່​ສ້າງ ແລະ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ, ເຊື່ອມ​ຕໍ່ ແລະ ເພີ່ມ​ທະ​ວີ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດທຳການຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ທ້ອງ​ຖິ່ນ ແລະ ບັນດາວິ​ສາ​ຫະ​ກິດ, ຫົວໜ່ວຍເຊື່ອມຕໍ່​ທີ່​ຄ້າຍ​ຄື​ກັນ​ຢູ່ ຫວຽດ​ນາມ.

ທີ່​ການ​ພົບ​ປະ, ທ່ານ Alberth Eduardo Candelas Rangel, ຜູ້​ອຳ​ນວຍ​ການ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ຂະ​ຫນາດ​ນ້ອຍ ແລະ ກາງ ​ລັດ Merida, ​ສະມາຊິກຄະນະນຳ​ສະ​ມາ​ຄົມ​ເພື່ອນ​ມິດ​ຫວຽດ​ນາມ ຢູ່ Merida ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສົມທົບ​ກັນ​ຢ່າງ​ຕັ້ງ​ໜ້າ​ກັບ​ລັດ​ຖະ​ບານ Merida, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ລາ ເພື່ອ​ຜັນ​ຂະ​ຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ, ຊຸກຍູ້​ການ​ພັດທະນາ​ສະມາຊິກ, ປະກອບສ່ວນ​ນຳ​ວັດທະນະທຳ ຫວຽດນາມ ​ເຂົ້າ​ໃກ້ກັບ​ປະຊາຊົນ Merida ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ລັດ Merida ​ແລະ ຫວຽດນາມ.

ສ່ວນທ່ານເອກອັກຄະລັດຖະທູດ ເລ​ວຽດ​ຢ​ວຽນ ໄດ້ຂອບໃຈຜູ້​ວ່າ​ການລັດ Merida - ທ່ານ Jehyson Guzmán ທີ່ມີຄວາມສົນໃຈຕໍ່ການຊຸກຍູ້ການພົວພັນລະຫວ່າງລັດ Merida ແລະ ຫວຽດນາມ. ພາຍຫຼັງ 33 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ການສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ ຢູ່ Merida ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ແລະ ເຮັດໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເວ​ນາ​ຊູ​ເອ​ລາ ເວົ້າ​ລວມ​, ກໍ່ຄືລະຫວ່າງຫວຽດນາມ ແລະລັດ Merida ເວົ້າສະເພາະ ເລິກ​ເຊິ່ງຂຶ້ນຕື່ມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽ​ດ​ຢ​ວຽນ ໃຫ້​ຮູ້​ວ່າ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ເວ​ນາ​ຊູ​ເອ​ລາ ຈະ​ສົມ​ທົບ​ກັບ​ສະ​ມາ​ຄົມ​ເພື່ອນ​ມິດ ຫວຽດ​ນາມ ຢູ່ Merida ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ເຄື່ອນ​ໄຫວ​ຢູ່​ທ້ອງ​ຖິ່ນ, ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ທ້ອງ​ຖິ່ນ ຂອງ​ເວ​ເນ​ຊູ​ເອ​ລາ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ໃນ​ການ​ຢ້ຽມ​ຢາມ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽນ​ຢ​ວຽນ ໄດ້​ມີ​ການ​ເຮັດ​ວຽກ​ກັບອຳ​ນວຍ​ການ​ມະ​ຫາ​ວິ​ທະ​ຍາ​ໄລ Los Andres - ທ່ານ​ສາດ​ສະ​ດາ​ຈານ Mario Bonucci ເພື່ອ​ແລກ​ປ່ຽນ​ກາ​ລະ​ໂອ​ກາດ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ Los Andres ແລະ ບັນ​ດາ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ຂອງ ຫວຽດ​ນາມ, ກໍ່​ຄື​ຄວາມ​ສາ​ມາດ​ໃນ​ການ​ຈັດ​ຕັ້ງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່​ໂຮງ​ຮຽນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນອນ​ຈາກ​ນັ້ນ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວຽນ​ຢ​ວຽນ ກໍ່​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ບາງວິ​ສາ​ຫະ​ກິດ​ທຳການຜະ​ລິດ​ຢູ່​ທ້ອງ​ຖິ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື ຕ່ຳ​ແຜ່ນ​ຕັດ​ຫຍິບ, ເຄື່ອງ​ດື່ມ, ປູກ​ລ້ຽງ ແລະ ປຸງ​ແຕ່ງ​ສິນ​ໃນ​ນ້ຳ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.