ທ່ານ​ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ້ງ​ເຫ​ວະ ​ພົບ​ປະກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດ

07:35 | 23/11/2022

ຕອນບ່າຍວັນທີ 21 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ, ລາຊາອານາຈັກ ກຳປູເຈຍ, ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 43, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ໄດ້ພົບປະກັບ ປະທານສະພາແຫ່ງຊາດ ສິງກະໂປ, ປະທານສະພາແຫ່ງຊາດ ອາແຊັກໄບຢານ ແລະ ຮອງປະທານສະຖາບັນຜູ້ແທນສະພາແຫ່ງຊາດ ເບຣາຣຸດ.

ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ນິວ​ຊີ​ແລນ​ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ນິວ​ຊີ​ແລນ​ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ
ທ່ານ​ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ້ງ​ເຫ​ວະ ​ພົບ​ປະກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ພົບປະກັບ ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-jin (ພາບ: VOV)

ຢູ່ທີ່ການພົບປະກັບ ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-jin, ທ່ານປະທານສະພາແຫ່ງຊາດ ເຫັນດີເປັນເອກະສັນຮັກສາປະສິດທິຜົນການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ມີບັນດາການເຄື່ອນໄຫວພົບປະລັດຖະສະພາ, ຊຸກຍູ້ການພົວພັນສອງຝ່າຍ; ເປີດກວ້າງການຮ່ວມມືເຂົ້າໃນບັນດາຂົງເຂດໃໝ່ ຄື ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ.

ທີ່ການຕ້ອນຮັບ ທ່ານນາງປະທານສະພາແຫ່ງຊາດ ອາແຊັກໄບຢານ, Shahiba Gafarova, ການນຳຢືນສອງທ່ານຢັນວ່າ ສອງປະເທດຄວນ ສືບຕໍ່ເພີ່ມທະວີການຮ່ວມມືເສດຖະກິດ - ການຄ້າ, ເປີດກ້ວາງການສົ່ງອອກສິນຄ້າເຊິ່ງກັນ ແລະ ກັນ, ຊຸກຍູ້ ແລະ ຜັນຂະຫຍາຍປະສິດທິຜົນບັນດາກົນໄກທີ່ມີຢູ່ແລ້ວເຊັ່ນ ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືເສດຖະກິດ-ການຄ້າ ແລະ ເຕັກໂນໂລຊີ - ເຕັກນິກ ຫວຽດນາມ-ອາແຊັກໄບຢານ; ຍູ້ແຮງການຮ່ວມມືດ້ານວັດທະນະທຳ, ທ່ອງທ່ຽວ, ການສຶກສາ ແລະ ການພົບປະ ປະຊາຊົນ.

ຢູ່ທີ່ການຕ້ອນຮັບ ທ່ານຮອງປະທານສະຖາບັນຜູ້ແທນສະພາແຫ່ງຊາດ ເບຣາຣຸດສ, Valeri Vaclavovich, ສອງຝ່າຍເປັນເອກະສັນກັນຮ່ວມມືໃນບັນດາຂົງເຂດ ເສດຖະກິດ-ການຄ້າ, ການລົງທຶນ, ທ່ອງທ່ຽວ, ພົບປະ ປະຊາຊົນ, ຖືການຮ່ວມມືເປັນຊ່ອງທາງສໍາຄັນໃນການພົວພັນ ຫວຽດນາມ-ເບຣາຣຸດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.