ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນໄພພິບັດທາດພິດສີສົ້ມ ຢູ່ ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2021), ວັນທີ 7 ສິງຫາ, ຢູ່ສຳນັກງານສະມາຄົມຊາວຫວຽດນາມ ອາໄສຢູ່ ຝລັ່ງ (UGVF) ຢູ່ປາຣີ, ສະມາຄົມຊາວໜຸ່ມຫວຽດນາມ ຢູ່ ຝລັ່ງ (UJVF) ໄດ້ສົມທົບກັບອົງການຈັດຕັ້ງ ໄຂງານວາງສະແດງພາບແຕ້ມກ່ຽວກັບທາດພິດສີສົ້ມ ໂດຍນັກຈິດຕະກອນຍິງ ເຈິ່ນແອັງ ປະຕິບັດ.
ໃນໜ້າທຳອິດຂອງໜັງສືພິມlສະບັບຕ່າງໆຂອງ ລາວອອກວັນທີ 9 ສິງຫາ ໄດ້ລົງພິມບົດຂຽນຕ່າງໆກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ສປປ.ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 9 – 10 ສິງຫາ.
ຍສໝ - ເວັບໄຂ intheblack.com ຂອງ ອົດສະຕາລີ ຫວ່າງແລ້ວນີ້ ໄດ້ລົງບົດຂຽນຂອງ ທ່ານນັກຂ່າວອາວຸໂສຂອງ ອົດສະຕາລີ, ໂດຍຍົກໃຫ້ເຫັນບັນດາປັດໄຈພື້ນຖານທີ່ຊ່ວຍໃຫ້ພື້ນຖານເສດຖະກິດ ຫວຽດນາມ ຮັບມືກັບບັນດາສິ່ງທ້າທາຍໃນປັດຈຸບັນ, ພິເສດແມ່ນຜົນກະທົບຈາກໂລກລະບາດ ໂຄວິດ - 19.
ຍສໝ - ໃນສະພາບການບັນດາຂະບວນການຄ້າມະນຸດ, ສົ່ງຜູ້ອົບພະຍົບໄປຍັງບັນດາປະເທດເອີລົບແບບຜິດກົດໝາຍ ຍັງຄົງມີການຜັນແປຢ່າງສັບສົນ, ຫວຽດນາມ ໄດ້ ແລະ ພວມຍາມໃດກໍ່ໄດ້ຮັບປະກັນການອົບພະຍົບຢ່າງປອດໄພ, ປ້ອງກັນ, ຕ້ານການຄ້າມະນຸດ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງກ້ວາງຂວາງ.
ນະພິທີ ທ່ານນາຍົກລັດຖະມົນຕີ ໄດ້ເຫັນປະຈຳຕາບັນດາທ່ານໝໍຢູ່ ໂຮງໝໍເຈິ້ໄຣ ປະຕິບັດການເຊື່ອມຕໍ່ລະບົບ Telehealth ກັບບາງໂຮງໝໍຢູ່ ນະຄອນ ໂຮ່ຈີມິນ, ແຂວງ ລອງອານ, ບິ່ງເຢືອງ
ເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງວັນສ້າງຕັ້ງ ອາຊຽນ, ຕອນເຊົ້າວັນທີ 8 ສິງຫາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງພິທີເຄົາລົບທຸງ ແລະ ວັນຄອບຄົວ ອາຊຽນ ດ້ວຍຫົວຂໍ້ “ອາຊຽນສາມັກຄີກັນ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ”. ເຫດການໄດ້ຈັດຕັ້ງຕາມຮູບການທາງໄກ ດ້ວຍສະຖານທີ່ຖ່າຍທອດສົດ ຂອງ 10 ປະເທດອາຊຽນ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັດນາກະຊວງ, ຂະແໜງການ, ທ້ອງຖິ່ນຄວນມີມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ, ທັນການ ແລະ ມີປະສິດທິຜົນ ກ່ອນອື່ນໝົດແມ່ນປົກປ້ອງສຸຂະພາບ, ຊີວິດອິນຊີ ແລະ ນຳຊີວິດການເປັນຢູ່ຂອງ ປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ.
ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນພາກພື້ນກໍ່ຄືໃນໂລກ, ອາຊຽນ ຍັງຢັ້ງຢືນຢ່າງຈະແຈ້ງຈິດໃຈສາມັກຄີ, ເປັນເຈົ້າການໃນການປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມກັນຜ່ານຜ່າສະພາບຫຍຸ້ງຍາກ, ຄ່ອຍໆຟືຶ້ນຟູເສດຖະກິດ ເພື່ອເບິ່ງແຍງດຸແລປະຊາຊົນນັບມື້ນັບດີກ່ວາເກົ່າ.
ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນບ໊າຮຸ່ງ ຢັ້ງຢຶນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ເບິ່ງແຍງດຸແລ, ມີຄວາມເອົາໃຈໃສ່ຕໍ່ປະຊາຄົມ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເວົ້າລວມ ແລະ ອາໄສຢູ່ລາວ ເວົ້າສະເພາະ.
ຍສໝ - ການພົວພັນລະຫວ່າງປະຊາຊົນ ໄທ ແລະ ປະຊາຊົນ ຫວຽດນາມ ແມ່ນມີຄວາມສຳຄັນທີ່ສຸດ ແລະ ແມ່ນກຸນແຈຂອງການພົວພັນສາກົນຕົວຈິງ…
ຍສໝ - ນີ້ແມ່ນເນື້ອໃນສຳຄັນຂອງທ່ານເອກອັກຄະລັດຖະທູດ George Moose ຮອງປະທານສະຖາບັນສັນຕິພາບ ອາເມລິກາ ແບ່ງປັນຢູ່ກອງປະຊຸມສຳມະນາດທາງໄກ “ແກ້ໄຂຜົນທີ່ຕາມມາຂອງສົງຄາມ, ພ້ອມກັນກ້າວໄປທາງໜ້າ” ທີ່ຫາກໍ່ດຳເນີນໃນວັນທີ 3 ສິງຫາ.
ຍສໝ - ໃນເດືອນສິງຫາ ແລະ ເດືອນກັນຍາ 2021, UNESCO ໄດ້ຮຽກຮ້ອງບັນດາເລື່ອງລາວທີ່ສ້າງແຫຼ່ງບັນດານໃຈຈາກປະຊາຄົມ ເພື່ອແນໃສ່ສົ່ງເສີມນັກຮຽນຊົນເຜົ່າສ່ວນໜ້ອຍ, ພິເສດແມ່ນເດັກນ້ອຍຍິງ, ສືບຕໍ່ຮ່ຳຮຽນພາຍຫຼັງໂລກລະບາດໂຄວິດ - 19.
ຍສໝ - ຫວຽດນາມມີຄວາມປາດຖະໜາຢາກໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ອາເມລິກາ ສືບຕໍ່ຮ່ວມມືໃນຂົງເຂດແກ້ໄຂຜົນຮ້າຍທີ່ຕາມມາຂອງລູກລະເບີດ, ທາດພິດເຄມີ/ດີໂອຊິນ ຢ່າງແໜ້ນແຟ້ນກ່ວາອີກ ຄືໃນຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດ.
ຍສໝ - ວັນທີ 4 ສິງຫາ, ຜູ້ຕາງໜ້າສະຫະພັນນັກທຸລະກິດຍິງ ຫວຽດນາມ ປະຈຳ ໄຕ້ຫວັນ ໄດ້ມອບເຂົ້າສານ 1 ໂຕນໃຫ້ແກ່ສະຫະພັນແມ່ຍິງ ນະຄອນໂຮ່ຈີມິນ ເພື່ອແນໃສ່ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ, ທ່ານຮອງປະທານາທິບໍດີ , ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫ່ວາງວັນທີ 4 - 6 ສິງຫາ 2021.
ຍສໝ - ນັກຊ່ຽວຊານ Mohamed Abdoun ຂອງ ອານເຊຣີ ໄດ້ໃຫ້ຂໍ້ສັງເກດບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະແດງໃຫ້ເຫັນວ່າ ຢູ່ ຫວຽດນາມ ນິຍາມເສດຖະກິດການຕະຫຼາດມີລັກສະນະມະນຸດສະທຳ, ມະນຸດບໍ່ຖືກຫັນເປັນເງິນຕາ...
ຍສໝ - ຕາມທ່ານ ເຢືອງແອັງດຶກ ຮອງປະທານຄະນະກຳມະການປະຊາຊົນະຄອນໂຮ່ຈີມິນ ແລ້ວ, ໜ່ວຍງານນຳເຂົ້າໄດ້ສົ່ງເອກະສານເພື່ອໃຫ້ກະຊວງສາທາລະນະສຸກພິຈາລະນາ ແລະ ອະນຸມັດ ວັກຊິນ Sinopharm 1 ລ້ານໂດສ ໂດຍນັກອຸປະຖຳໄດ້ໃຫ້ການສະໜັບສະໜູນນະຄອນໃນວັນທີ 31 ກໍລະກົດ. ພາຍຫຼັງໄດ້ຮັບການພິຈາລະນາ ແລະ ອະນຸມັດ ຈາກກະຊວງສາທາລະນະສຸກ ແລະ ມີເງື່ອນໄຂຢ່າງຄົບຖ້ວນແລ້ວ, ທາງນະຄອນຈະຈັດຕັ້ງການສັກວັກຊິນໂດຍບໍ່ເສຍຄ່າຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.
ຕອນເຊົ້າວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ.
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ຢືນຢັນວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ.
ຍສໝ - ລັດຖະບານສືບຕໍ່ມີເອກະສານຊີ້ນຳກ່ຽວກັບການພິຈາລະນາ, ດັດປັບລາຄານ້ຳປະປາ, ຄ່າໂທລະຄົມມະນາຄົມໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.