ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris

13:50 | 22/08/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 19 ສິງຫາ, ຢູ່​ກາ​ນ​ຖະ​ແຫຼງ​ຂ່າວ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ທາງ​ໄກ, ທ່ານນາງ ​ຟ້າມ​ທູ​ຮັ່ງ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ຍົກ​ໃຫ້​ເຫັນ​ທັດ​ສະ​ນະ​ຕໍ່​ບາງ​ບັນ​ຫາ​ທີ່ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ, ໃນ​ນັ້ນ​ມີ​ໂຄງ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາງ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ແລະ ຂໍ້​ມູນ​ກ່ຽວ​ກັບ​ເລື່ອງ​ສະ​ຫະ​ພັນ​ຕັດ​ຫຍິບ ແລະ ເກີບ​ໜັງ ອ​າ​ເມ​ລິ​ກາ ​ສົ່ງ​ຈົດ​ໝາຍ​ໄປ​ຍັງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ…

CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ໜັງ​ສື​ພິມ​ລາວ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ຂ​ອງ ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໜັງ​ສື​ພິມ​ລາວ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ຂ​ອງ ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ
ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris
​ທ່ານນາງ​ຮອງປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris (ພາບ: AFP)

ກ່ຽວ​ກັບ​ການ​ເດີນ​ທາງ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານນາງ​ຮອງປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris, ທ່ານ​ນາງ ​ຮັ່ງ​ໃຫ້​ຮູ້​ວ່າ: ​ລາຍການ​ຢ້​ຽມ​ຢາມ​ຂອງ ​ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ມາຍັງ ຫວຽດ​ນາມ ນັ້ນ, ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ​້ອງ​ຂອງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາພວ​ມ​ໄດ້ສັບ​ຊ້ອນຢ່າງຕັ້ງ​ໜ້າ.

ບັນ​ດາ​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ ແລະ ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ສອງ​ຝ່າຍ ລ້ວນ​ແຕ່​ແນ​ໃສ່​ເຮັດ​ໃຫ້​ການ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອາ​ເມ​ລິ​ກາ ເລິກ​ເຊິ່ງ​ກ່​ວາ​ອີກ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ຂ​ອງ​ພາກ​ພື້ນ ແລະ ໃນ​ໂລກ.

ໂດຍ​ກ່ຽວ​ຂ້ອງ​ເຖິງ​ຂໍ້​ມູນ​ສະ​ຫະ​ພັນ​ຕັດ​ຫຍິບ ແລະ ເກີບ​ໜັງ ອາ​ເມ​ລິ​ກາ (AAFA) ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ້ງ ເພື່ອ​ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການຕ້ານ​ໂລກ​ລະ​ບ​າດ​ໂຄວິດ - 19, ທ່ານ​ນາງ​ ຮັ່ງ ​ຊີ້​ແຈ້ງວ່າ: ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ, ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່ທຸກ​ການ​ຊ່ວຍ​ເຫຼືອ​ຂອງ​ບັນ​ດາ​ປະ​ເທດ ແລະ ຄູ່​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.