ໜູນ​ຊ​່ວຍ​ການ​ຂົນ​ສົ່ງທາງ​ການ​ບິນ​ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ, ບິ່ງ​ເຢືອງ, ດົ່ງ​ນາຍ, ລອງ​ອານ

15:15 | 26/08/2021

ຍ​ສ​ໝ - ກົມ​ການ​ບິນ ຫວຽດ​ນາມ ຫາ​ກໍ່​ປະ​ກາດ​ໃຊ້​ແຜນ​ການ​ປ​ະ​ສານສົມທົບ, ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຂົນສົ່ງທາງ​ການ​ບິນ ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ ແລະ ບັນ​ດາ​ແຂວງ​ບິ່ງ​ເຢືອງ, ດົ່ງ​ນາຍ, ລອງ​ອານ.

ຮ່າ​ໂນ້ຍ ​ສືບ​ຕໍ່​ໜູນ​ຊ່ວຍ​ຂອງ​ກິນ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຮ່າ​ໂນ້ຍ ​ສືບ​ຕໍ່​ໜູນ​ຊ່ວຍ​ຂອງ​ກິນ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ນັບ​ແຕ່​ວັນ​ທີ 23 ສິງ​ຫາ, ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ປະ​ຕິ​ບັດ “ຜູ້​ໃດ​ຢູ່​ໃສ​ກໍ່​ຢູ່ບ່ອນ​ນັ້້ນ” ຢ່າງ​ເຂັ້ມ​ງວດ ນັບ​ແຕ່​ວັນ​ທີ 23 ສິງ​ຫາ, ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ປະ​ຕິ​ບັດ “ຜູ້​ໃດ​ຢູ່​ໃສ​ກໍ່​ຢູ່ບ່ອນ​ນັ້້ນ” ຢ່າງ​ເຂັ້ມ​ງວດ
ໜູນ​ຊ​່ວຍ​ການ​ຂົນ​ສົ່ງທາງ​ການ​ບິນ​ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ, ບິ່ງ​ເຢືອງ, ດົ່ງ​ນາຍ, ລອງ​ອານ
ພາບ​ປະ​ກອບ: ກົມ​ການ​ບິນ​ຫວຽດ​ນາມ

ວັນ​ທີ 24 ສິງ​ຫາ, ກົມ​ການ​ບິນ ຫວຽດ​ນາມ ໃຫ້​ຮູ້​ວ່າ ຕາມ​ແຜນ​ການ​ແລ້ວ, ວຽກ​ງານ​ຂົນ​ສົ່ງ​ການ​ບິນ​ເພື່ອ​ພາປະ​ຊາ​ຊົນ, ພາ​ຫະ​ນະ, ອຸ​ປະ​ກອນ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄ​ວິດ - 19 ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໂດຍ​ໄວ ແລະ ທັນ​ການ, ຮັກ​ສາ​ລະ​ບົບ​ສະ​ໜອງ​ສິນ​ຄ້າ​ຢ່າງ​ລຸ​ລ່ວງ, ຕໍ່ເນື່ອງ​ໃນ​ໄລ​ຍະ​ເພີ່ມ​ທະວີການ​ແຍກ​ຫ່າງ​ໃນ​ສັງ​ຄົມ.

ພ້ອມ​ທັງຕ​້ອງ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມປ​ອດ​ໄພ​ໃນ​ການ​ບິນ, ບັນ​ດາຄຳ​ຮຽກ​ຮ້ອງ​ໃນຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຜ່ານ​ທາງ​ການ​ບິນ ແລະ ສົມ​ທົບເປັນ​ຈັງຫວະ ເພື່ອ​ຈຳ​ກັດ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ສິນ​ຄ້າ ຢູ່​ທ່າ​ອາ​ກາດ​ສະ​ຍານ​​ສາ​ກົນ ເຕີນ​ເຊີນ​ເຍິດ.

ເນື້ອ​ໃນ​ຂອງ​ແຜນ​ການ​ຂົນ​ສົ່ງ​ລວມ​ມີ​ການ​ໂດຍ​ສານຜູ້​ໂດຍ​ສານ ແລະ ສິນ​ຄ້າ. ສຳ​ລັບ​ເປົ້າ​ໝາຍທີ່​ແມ່ນ​ຜູ້​ໂດຍ​ສານ, ກົມ​ການ​ບິນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ແຂກທາງ​ລັດ​ຖະ​ການ​ຕ້ອງ​ມີ​ເອ​ກະ​ສານ​ແຈ້ງການ, ໃບນຳສົ່ງໄປເຮັດ​ວຽກ​ງານ​ຂອງ​ບັນ​ດາ​ອົງ​ການ​ແຫ່ງ​ລັດ.

ຜູ້​ໂດຍ​ສານ​ທີ່ແມ່ນ​ບັນ​ດາ​ກຳ​ລັງ​ສາ​ທາ​ລະ​ນະ​ສຸກ ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ ໂລກ​ລະ​ບາດ​ໂຄວິດ - 19 (ພົນ​ລະ​ເຮືອນ ແລະ ເສ​ນາ​ຮັກ) ຕ້ອງ​ມີ​ເອ​ກະ​ສານ​ຂອງ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫຼືຶ ບັນ​ດາ​ພະແນກ​ສາ​ທາ​ລະ​ນະ​ສຸກ.

ສຳ​ລັ​ບ​ຜູ້​ໂດຍ​ສານ​ທີ່ແມ່ນກຸ່ມ​ພົນ​ລະ​ເມືອງທີ່​ມີ​ຫ້ອງ​ການພວມ​ເຮັດ​ວຽກ ແລະ ຄອບ​ຄົວດຳລົງຊີວິດ​ຢູ່​ບັນ​ດາ​ເຂດ​ພາກ​ໃຕ້ ຢາກກັບ​ບ້ານ ຕ້ອງ​ມີ​ໃບສະ​ເໜີຂອງ​ທ້ອງ​ຖິ່ນ (ມີ​ແຜນ​ການ​​ສົ່ງ/ຮັບ, ​ຮັບໄປປະຕິບັດການ​ແຍກ​ຕົວ​ຢ່າງ​ລະ​ອຽດ) ແລະ ມີ​ເອ​ກະ​ສານປະສານ​ສົມ​ທົບຕື່ມອີກ.

ບັນ​ດາ​ກໍ​ລະ​ນີທີ່​ແມ່ນ​ພົນ​ລະ​ເມືອງ ໂດຍ​ບັນ​ດາ​ທ້ອງ​ຖິ່ນທີ່ພວມ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ ຕາມ​ຄຳ​ສັ່ງ​ເລກ​ທີ 16 ໄດ້ອະ​ນຸຍາດ​ໃຫ້​ເດີນ​ທາງ​ໄປ​ມາ ຕາມ​ໂທ​ລະ​ເລກ​ທາງ​ການ​ເລກ​ທີ 1063/ CĐ-TTCP ລົງ​ວັນ​ທີ 31 ກໍ​ລະ​ກົດ 2021 ຂ​ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ບັນ​ດາ​ກໍ​ລະ​ນີ​ໄປຕໍ່​ຖ້​ຽວ​ບິນ​ໂດຍ​ກົງ​ ແຕ່​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ​ໄປ​ຍັງຖ້ຽວ​ບິນ​ສາ​ກົນ ຂອງ​ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ.

ວິ​ວັດ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕາມແຜນການກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໂດຍ​ສານ​ຜູ້​ໂດຍ​ສານ, ສິນ​ຄ້າ ດ້ວຍທາງ​ການ​ບິນ​ໂດຍ ກະ​ຊ​ວງຄົມ​ມະ​ນາ​ຄົມ ແລະ ຂົ​ນ​ສົ່ງ​ປະ​ກາດ​ໃຊ້​ຢູ່​ຂໍ້​ກຳ​ນົດວ່າດ້ວຍ​ການ​ຂົນ​ສົ່ງ​ໃນ​ສະ​ພາບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ກົມ​ການ​ບິນ ຫວຽດ​ນາມ ຈະ​ສ້າງແຜນການ​ພິ​ຈາ​ລະ​ນະ​ເອກ​ະ​ສານ​ຜູ້ໂດຍສານ ແລະ ອອກ​ໃບ​ອະ​ນຸ​ຍາດໃຫ້​ປະ​ຕິ​ບັດ​​ຜ່ານທາງອອນລາຍ ດ້ວຍ​ພາກ​ສ່ວນ​ເຂົ້າ​ຮ່ວມ​ລວມ​ມີ ການ​ນຳ​ກົມ​ການ​ບິນ​ຫວຽດ​ນາມ, ບັນ​ດາ​ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ, ບັ​ນ​ດາ​ທ່າ​ອາ​ການ​ສະ​ຍານ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ການ​ແກ້​ໄຂ​ການອອກອະນຸຍາດຖ້ຽວ​ບິນ​ໃນ​ໄລ​ຍະ​ຕະຫຼອດ 7 ຊົ່ວ​ໂມງຂອງທຸກວັນ.

ໃນ​ວິ​ວັດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ກົມຮຽກ​ຮ້ອງ​ໃຫ້​ບັນ​ດາ​ທ່າ​ອາ​ກາດ​ສະ​ຍານ​ສົມ​ທົບ​ກັບ​ສູນ​ຄວບ​ຄຸມ​ໂລກ​ລະ​ບາດ (CDC) ບັນ​ດາ​ແຂວງ, ນະ​ຄອນ ຈັດ​ຕັ້ງ​ການ​ຕິດ​ຕາມ​ວຽກ​ງານ​ຂ້າ​ເຊື້ອ​ບັນ​ດາ​ພາ​ຫະ​ນະ, ອຸ​ປະ​ກອນ​ຂອງ​ບໍ​ລິ​ສັດ​ການ​ບິນ, ບັນ​ດາ​ໜ່ວຍ​ງານ​ໃນ​ພາກ​ພື້ນ ທ່າ​ອາ​ກາ​ສະ​ຍານ, ສະ​ໜາມ​ບິນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.