ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 76 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັກ​ຊາດ ວັນ​ທີ 2 ກັນ​ຍາ

06:30 | 25/08/2021

ຍ​ສ​ໝ - ວັນ​ທີ 22 ສິງ​ຫາ, ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ (CVFS) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ທາ​ງ​ໄກ​ເພື່ອ​ສະ​ເຫຼີມ​ສະຫຼອງ 76 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ (19 ສິງ​ຫາ 1945 – 19 ສິງ​ຫາ 2021) ແລະ ວັນ​ຊາດ ຫວຽດ​ນາມ (2 ກັນ​ຍາ 1945 – 2 ກັນ​ຍາ 2021).

ສື່​ມວນ​ຊົນ ອານ​ເຊ​ຣີ ​ຕີ​ລາ​ຄາ​ສູງ​ບົດ​ບາດ​​ນຳ​ພ​າຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຕໍ່​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ສື່​ມວນ​ຊົນ ອານ​ເຊ​ຣີ ​ຕີ​ລາ​ຄາ​ສູງ​ບົດ​ບາດ​​ນຳ​ພ​າຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຕໍ່​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ
ອົງ​ກາ​ນຈັດ​ຕັ້ງປະ​ຊາ​ຊົນ ເພື່ອສະ​ພາບ​ແວດ​ລ້ອມ Bundang: ຄວາມ​ມາ​ນະ​ພະ​ຍາ​ຍາມ​ເບິ່ງ​ແຍງ​ດູ​ແລ​ເ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ​ໃນ​ໄລ​ຍະ​ສັນ​ຕິ​ພາບ ອົງ​ກາ​ນຈັດ​ຕັ້ງປະ​ຊາ​ຊົນ ເພື່ອສະ​ພາບ​ແວດ​ລ້ອມ Bundang: ຄວາມ​ມາ​ນະ​ພະ​ຍາ​ຍາມ​ເບິ່ງ​ແຍງ​ດູ​ແລ​ເ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ​ໃນ​ໄລ​ຍະ​ສັນ​ຕິ​ພາບ
ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 76 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັກ​ຊາດ ວັນ​ທີ 2 ກັນ​ຍາ
ພາບ​ປະ​ກອບ

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກາ​ນາ​ດາ ຟ້າມ​ກາວ​ຟອງ ໄດ້​ເນັ້ນ​ໜັກ​ເຖິງ ​ຄວາມ​ໝາຍ​ສ​າ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ ທີ່​ຕັ້ງ​ຍຸກ​ສະ​ໄໝ​ ຂອງ ​ການ​ສະ​ຖາ​ປະ​ນາ​ລັດ​ອຸດ​ສາ​ຫະ​ກຳ​ກະ​ສິ​ກຳ ຢູ່ ຫວຽດ​ນາມ ໂດຍ​ແມ່ນ​ຂີດ​ໝາຍ​ອັນ​ສະ​ຫງ່າ​ລາ​ສີ ​ໃນ​ປະ​ຫວັດ​ສາດ ແລະ ການ​ຮັກ​ສາ​ປະ​ເທດຊາດ ຂອງ ​ບັນດາເຜົ່າ.

ໃນ​ໄລ​ຍະ​ເວ​ລາ ສອງທົດ​ສະ​ວັດ​ທີ່​ຜ່ານ​ມາ, ຫວຽດ​ນາມ ຍາມ​ໃດ​ກໍ່​ນອນ​ໃນ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​​ໄວ​ທີ່​ສຸດ​ໃນ​ທົ່ວ​ໂລກ. ໃນ​ສະ​ພາບ​ການ​ເກີດ​ຂຶ້ນໂລກ​ລະ​ບາດ​ໂຄວິດ - 19 ທົ່ວ​ໂລກ, ອັດ​ຕາ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ໃນ 6 ເດືອນ​ຕົ້ນ​ປີ 2021 ບັນ​ລຸ​ໄດ້ 5,64%, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່ດຶງ​ດູດ​ໃຈ​ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ ແລະ ການ​ລົງ​ທຶນ.

ໃນ​ສະ​ພາບ​ການ​ຫວຽດ​ນາມ ພວມ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມ ປະ​ຈຳ ກາ​ນາ​ດາ ຟ້າມ​ກາວ​ຟອງ ໄດ້​ສະ​ແດງ​ຄວາມ​ຫວັງ​ ຢາກ​ໃຫ້ເພື່ອນ​ມິດ​ສາ​ກົນ ໜູນ​ຊ່ວຍ ຫວຽດ​ນາມ ສຳ​ຜັດ​ກັບ​ວັກ​ຊິນ​ກັນພະ​ຍາດ​ໂຄວິດ - 19, ຊ່ວຍ​ປະ​ຊາ​ຊົນ ຫວຽດ​ນາມ ​ຜ່ານ​ຜ່າ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນີ້.

ທ່ານ​ສາດ​ສະ​ດາ​ຈານ - ປະ​ລິນ​ຍາ​ເອກ ຟ້າມກວາງ​ມິງ ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກາ​ນາ​ດາ​ ໄດ້​ແນະ​ນຳ​ໂດຍສັງ​ເຂບ​ກ່ຽວ​ກັບ​ບັນ​ດາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົ​ດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທ​ດ​ຊາດ​ເປັນ​ເອ​ກະ​ພາບ, ໃນ​ນັ້ນ​ມີ​ການ​ສ້າງສາ, ປົກ​ປັກຮັກສາ, ພັດ​ທະ​ນາ​ປະ​ເທດ ຫວຽດ​ນາມ, ສະ​ພາບ​ການ​ໂລກ​ລະ​ບ​າດ​ໂຄວິດ - 19 ຂອງ ຫວຽດ​ນາມ...

ທ່ານ​ສາດ​ສະ​ດາ​ຈານ - ປະ​ລິນ​ຍາ​ເອກ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກາ​ນາ​ດາ​ ຟ້າມກວາງ​ມິງ ເນັ້ນ​ໜັກ​ວ່າ: “ຈິດ​ໃຈ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ​ພວມ​ສື​ບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃນ​ວິ​ວັດ​ການ​ສ້າງ​ສັງ​ຄົມ​ນິ​ຍົມ ຢູ່ ຫວຽດ​ນາມ ຄືໃນ​ປັດ​ຈຸ​ບັນ, ພິ​ເສດ​ແມ່ນ​ໃນ​ການ​ຕໍ່​ສູ້​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.