ຫວ​ຽດ​ນາມ ແລະ ເບ​ລາ​ຣູດ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

13:45 | 22/08/2021

ຍ​ສ​ໝ - ວັນ​ທີ 17 ສິງ​ຫາ, ສະ​ຖານ​ທູດ ເບ​ລາ​ຣຸດ ປະ​ຈຳ ຮ່າ​ໂນ້ຍ ແລະ ກະ​ຊວງ​ກິ​ລາ ແລະ ການ​ທ່ອງ​ທ່ຽວ ເບ​ລາ​ຣຸດ ໄດ້​ຈັດ​ກອງ​ປະ​ຊຸມ​ທາງ​ໄກ ກັ​ບ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງສອງ​ປະ​ເທດ.

ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ​ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງທາງ​ທະ​ເລ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ​ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງທາງ​ທະ​ເລ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ
ການພົບ​ປະ​ພົວ​ພັນ​ປະ​ຊາ​ຊົນ: ກຸນ​ແຈ​ໃຫ້​ແກ່​ການ​ພັດ​ທະ​ນາ​ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ ການພົບ​ປະ​ພົວ​ພັນ​ປະ​ຊາ​ຊົນ: ກຸນ​ແຈ​ໃຫ້​ແກ່​ການ​ພັດ​ທະ​ນາ​ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ
ຫວ​ຽດ​ນາມ ແລະ ເບ​ລາ​ຣູດ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ
ກອງ​ປະ​ຊຸມ​ທາງ​ໄກ (ພາ​ບ: ສູນ​ຂໍ້​ມ​ູນ​ການ​ທ່ອງ​ທ່ຽວ)

ຫວຽດ​ນາມ ນັບ​ມື້​ນັບ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ເບ​ລາ​ຣຸດ ດ້ວຍຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ທີ່​ເປັນຫຼາຍ​ຮູບຫຼາຍ​ແບບ, ໃນ​ນັ້ນ​ມີ​ການ​ທ່ອງ​ທ່ຽວ​ຜັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບທ​າງທະ​ເລ, ການ​ທ່ອງ​ທ່ຽວ ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ​ກ໋ອບ ແລະ ການ​ທ່ອງ​ທ່ຽວ​ຊື້​ເຄື່ອງຂອງ.

ເບ​ລາ​ຣຸດ ແມ່ນ​ຈຸດ​ນັບ​ພົບ ທີ່​​ຊາວ​ຫວຽດ​ນາມຫຼາຍ​ຄົນໄດ້​ຄັດ​ເລືອກ ບໍ່​ພຽງ​ແຕ່​ດ້ວຍ​ເປົ້າ​ໝາຍ​ທ່ອງ​ທ່ຽວ​ວັດ​ທະ​ນະ​ນຳ, ປະ​ຫວັດ​ສາດ​ເທົ່າ​ນັ້ນ ຫາກ​ຍັງ​ຍ້ອນ​ວ່າ​​ມີ​ຊັບ​ພະ​ຍາ​ກອນ​ດ້ານ​ການ​ທ່ອງ​ທ່ຽວຫຼາຍ​ຢ່າງທີ່​ດຶງ​ດູດ​ໃຈ ແລະ ພິ​ເສດ​ແມ່ນ​ການ​ເຊື່ອມ​ຕໍ່​ຂອງ​ອະ​ດີດນັກສຶກ​ສາ ຫວຽດ​ນາມ ປະ​ຈຳ ເບ​ລາ​ຣຸດ.

ໃນ​ຊຸມ​ວັນ​ມໍ່ໆ​ມານີ້, ເງື່ອນ​ໄຂ​ໄປ​ມາ​ລະ​ຫວ່າງ​ສອງ​ປະ​ເທດ ນັບ​ມື້​ນັບ​ມີ​ຄວາມ​ສະ​ດວກ. ນັບ​ແຕ່​ເດືອນ​ກໍ​ລະ​ກົດ ​ປີ 2015, ຫວຽດ​ນາມ​ໄດ້​ນຳ​ໃຊ້​ການຍ​ົກ​ເວັ້ນ​ວີ​ຊາ​​ຝ່າຍ​ດຽວ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ ເບ​ລາ​ຣ​ຸດ ໃນ​ໄລ​ຍະ​ເວ​ລາ 15 ວັນ ແລະ ສືບ​ຕໍ່​​ຕໍ່​ກຳ​ນົດ​ເວ​ລາ​ຮອດ​ວັນ​ທີ 31 ທັນ​ວາ ປີ 2022. ຍ້ອນ​ແນວ​ນັ້ນ ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ເບ​ລາ​ຣຸດ ມາ ຫວຽດ​ນາມ ​ໄດ້ເພີ່ມ​ຂຶ້ນ​ທຸກ​ປີ. ປີ 2018, ແຂກ​ທ່ອງ​ທ່ຽວ​ເບ​ລາ​ຣຸດ ມາ​ຫວຽດ​ນາມ ບັນ​ລຸ​ຕົວ​ເລກ 10.500 ເທື່ອ​ຄົນ. ປີ 2018, ຕົວ​ເລກນີ້​ບັນ​ລຸ​ໄດ້ 10.918 ເທື່ອ​ຄົນ. ປີ 2019, ແຂກ​ທ່ອງ​ທ່ຽວ ເບ​ລາ​ຣຸດ ມາ​ຍັງ ຫວຽດ​ນາມ ແມ່ນ 12.665 ເທື່ອ​ຄົນ, ເພີ່ມ​ຂຶ້ນ 16% ເມື່ອ​ທຽບ​ໃສ່​ກັບ​ປີ 2018.

ທ່ານ ຮ່າ​ວັນ​ຊຽນ ຮອງ​ຫົວ​ໜ້າ​ກົມ​ໃຫຍ່ການ​ທ່ອງ​ທ່ຽວ ຫວຽດ​ນາມ ເນັ້ນ​ໜັ້ກ​ວ່າ ຫວຽດ​ນາມ ແລະ ເບ​ລາ​ຣ​ຸດ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ, ມີ​ກາລະ​ໂອ​ກາດ​ໃນ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ແຕ່​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຜ່ານ​ມາ​ຍັງ​ບໍ່​ທັນ​ສົມ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ຂ​ອງ​ແຕ່​ລະ​ປະ​ເທດ. ສອ​ງ​ຝ່າຍ​ຄວ​ນ​ສືບ​ຕໍ່​ຊຸກ​ຍູ້​ການ​ໂຄ​ສະ​ນາ, ແບ່ງ​ບັນ​ຂໍ​້​ມູນ​ຂ່າວ, ແລກ​ປ່ຽນ​ຄະ​ນະ​ອົງ​ການ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ, ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ, ສື່ມວນ​ຊົນ ເພື່ອ​ເພີ່ມ​ທະ​ວີ​ການຊອກ​ຮູ້​ກ່ຽວ​ກັບ​ການ​ຕະຫຼາດ ແລະ ສ້າງ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ບັນ​ດາ​ຕະຫຼາດ, ເຫດ​ການ​ທ່ອງ​ທ່ຽວ​ສາ​ກົນ ຂອງ​ແຕ່​ລະ​ຝ່າຍ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ທີ່ກອງ​ປະ​ຊຸມ, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ລົງ​ນາມ​ບົດ​ບັດ​ທຶກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.