ລົດຕັງ ຫວຽດ​ນາມ ຈະ​ແຂ່ງ​ຂັນ​ຢູ່ສາຍດຽວ​ກັນ​ກັບ ລັດ​ເຊຍ ແລະ ຈີນ

13:46 | 22/08/2021

ຍ​ສ​ໝ - ຕາມ​ໝາກ​ຜົນ​ຂອງ​ການ​ຈົກ​ສະຫຼາກ​ຈັດເຂົ້າ​ຕາ​ຕະ​ລາງ ບັນ​ດາ​ທິມ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ Tank Biathlon ຂອງ ການແຂ່ງຂັນກິລາການທະຫານສາກົນ Army Games-2021, ບັນ​ດາ​ນັກ​ຮົບ​ລົດ​ຕັງ ຫວຽດ​ນາມ ຈະ​ແຂ່​ງ​ຂັນ​ຢູ່​​ສາຍ I.

ຫວຽດ​ນາມ​ຮັບ​ປະ​ກັນ​ການ​ອົບ​ພະ​ຍົບ​ຢ່າງ​ປອດ​ໄພ ຫວຽດ​ນາມ​ຮັບ​ປະ​ກັນ​ການ​ອົບ​ພະ​ຍົບ​ຢ່າງ​ປອດ​ໄພ
ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ລົດຕັງ ຫວຽດ​ນາມ ຈະ​ແຂ່ງ​ຂັນ​ຢູ່ສາຍດຽວ​ກັນ​ກັບ ລັດ​ເຊຍ ແລະ ຈີນ
ພາບ: qdnd

ພິ​ທີ​ຈົກ​ສະຫຼາກຂອງ​ບັນ​ດາ​ສະ​ມາ​ຊິກ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັ​ນ Tank Biathlon ຢູ່ Army Games-2021 ໄດ້​ດຳ​ເນີນ​ຢູ່​ສວນ​ສາ​ທາ​ລະ​ນະ Patriot ຢູ່​ຊານ​​ນະ​ຄອນ ມົດ​ສະ​ກູ, ໂດຍ​ແບ່ງ​​ທິມ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເປັນ 2 ​ສາຍ. ​ສາຍ​ທີ I ລວມ​ມີ 11 ປະ​ເທດ​​ຄື: ອາ​ແຊກ​ໄບ​​ຊານ, ເບ​ລາ​ຣຸດ, ເວ​ເນ​ຊູ​ເອ​ລາ, ຫວຽດ​ນາມ, ກາ​ຊັກ​ສະ​ຖານ, ຈີນ, ມົງ​ໂກລີ​, ລັດ​ເຊຍ, ​ແຊັກ​ບີ, ຊີ​ຣີ ແລະ ​​ອູ​ເບ​ກິດ​ສະ​ຖານ.

ດັ່ງ​ນັ້ນ, ທິມ​ລົດ​ຕັງ ຫວຽດ​ນາມ ຈະ​ພົບ​ປະ​ກັບ​ບັນ​ດາ​ຄູ່​ແຂ່ງ​ທີ່ເກັ່ງ ແລະ ແ​ຂງ. ແຕ່​ນັ້ນ​ກໍ່​ແມ່ນ​ປັດ​ໄຈ​ກຳ​ລັງ​ໜູນ​ຊຸກ​ຍູ້​ສະ​ແດງ​ທັກ​ສະທີ່​ດີ​ທີ່​ສຸດ​ຂອງ​ບັນ​ດາ​ນັກ​ຮົບ​ລົດ​ຕັງ.

ຕາມ​ໝາກ​ຜົ​ນ​ຂອງ​ການ​ຈົກ​ສະຫຼາກແບ່ງ​ສາຍຢູ່​ບັນ​ດາ​ເນື້ອ​ໃນ​ແຂ່ງ​ຂັນ​ສ່ວນ​ຕົວແລ້ວ, ບັນ​ດາ​ທິມ ຫວຽດ​ນາມ, ຈີນ ແລະ ແຊັກ​ບີ ຈະ​ແຂ່ງ​ຂັນ​ບັນ​ດາ​ລົດ​ຕັງ​ທີ່​ມີ​ສີ​ແດງ.

ການ​ແຂ່ງ​ຂັນ​ຄັ້ງ​ທຳ​ອິດຂອງ​ການ​ແຂ່ງ​ຂັນ​ລົດ​ຕັງ​ສ່ວນ​ຕົ​ວ​ສາຍ 1 TB – 2021 ຄາດ​ວ່າ ຈະ​ດຳ​ເນີນ​ໃນ​ເວ​ລາ 11 ໂມງ 00 ນາ​ທີ ຂອງວັນ​ທີ 22 ເດືອ​ນ​ສິງ​ຫາ ຕາມ​ເວ​ລາ ມົດ​ສະ​ກູ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.