ບັນ​ດາ​ສິ່ງ​ທີ່​ເປັນ​ໜ້າ​ຈັບ​ໃຈ​ກ່ຽວ​ກັບ​ວັນ​ເພັງ​ເດືອນ 7 ຢູ່ ຫວຽດ​ນາມ

06:00 | 25/08/2021

ຍ​ສ​ໝ - ຫວຽດ​ນາມ​ມີ 54 ຊົນ​ເຜົ່າ​ອ້າຍນ້ອງ, ແຕ່​ລະ​ຊົນ​ເຜົ່າ​ພັດ​ມີ​ບັນ​ດາ​ຮີດຄອງ​ປະ​ເພ​ນີ, ຈຸດ​ວັດ​ທະ​ນະ​ທຳ​ສະ​ເພາະ​ຂອງ​ຕົນ, ດັ່ງ​ນັ້ນ ວິ​ທີ​ການ​ບູ​ຊາ​ວັນ​ເພັງ​ເດືອນ 7 ກໍ່​ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ແຕກ​ຕ່າງ​ກັນ…

ບັນ​ດາ​ວຽ​ກ​ຄວນ​ທຳ​ໃນ​ວັນ​ເພັງ​ເດືອນ 7 ບັນ​ດາ​ວຽ​ກ​ຄວນ​ທຳ​ໃນ​ວັນ​ເພັງ​ເດືອນ 7
ບູ​ຊາ​ວັນ​ເພັງ​ເດືອນ 7: ສິ່ງ​ສຳ​ຄັນ​ແມ່ນ​ພິ​ທີ​ກິນ​ເຈ ບູ​ຊາ​ວັນ​ເພັງ​ເດືອນ 7: ສິ່ງ​ສຳ​ຄັນ​ແມ່ນ​ພິ​ທີ​ກິນ​ເຈ
ບັນ​ດາ​ສິ່ງ​ທີ່​ເປັນ​ໜ້າ​ຈັບ​ໃຈ​ກ່ຽວ​ກັບ​ວັນ​ເພັງ​ເດືອນ 7 ຢູ່ ຫວຽດ​ນາມ
ພາບ​ປະ​ກອບ

ງານ​ຕ​ະຫຼາດ​ນັດ​ໃນ​ວັນ​ເພັງເດືອນ 7

ສຳ​ລັບ​ຊາວ​ເຜົ່າ​ໄຕ ຢູ່ ຮ່າ​ຢາງ, ວັນ​ເພັງ​ເດືອນ 7 ຍັງ​ໄດ້​ເອີ້ນ​ວ່າ “ບຸນ​ເຕັດ ຈີ໋ນ​ເຈິດ” ຫຼື ບຸນ​ເຕັດ​ວັນ​ເພັງ​ເດືອນ 7. ໃນ​ວັນນີ້ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ລູກຫຼານ​ເຕົ້າ​ໂຮມ​ກັນ, ກັບ​ບ້ານ​ເຕົ້າໂຮມ​ນຳ​ຄອບ​ຄົວ, ຢຶ້​ຢາມ​ຖາມ​ຂ່າວ​ພໍ່​ແມ່​ພີ່​ນ້ອງ ແລະ ອາ​ໄລ​ຫາ​ບັນ​ພະ​ບຸ​ລຸດ. ສຳ​ລັບ​ແມ່​ຍິງ​ຊາວ​ເຜົ່າ​ໄຕ ທີ່​ເອົາ​ຜົວ​ແລ້ວ, ນີ້​ແມ່ນໂອ​ກາດ​ເພື່ອ​ກັບ​ເມືອ​ເບິ່ງ​ແຍງ, ດູ​ແລ​ພໍ່​ແມ່​ຂອງ​ຕົນ​ພາຍຫຼັງ​ປີ​ໜຶ່ງ​ທີ່ໄປ​ຢູ່​ກັບ​ຄອບ​ຄົວ​ຂອງ​ຜົວ. ດັ່ງ​ນັ້ນ, ເຖິງວ່າ​ຟ້າວ​ຟັ່ງ​ກັບ​ວຽກ​ງານ​ແນວ​ໃດ, ເມື່ອ​ຮອດ​ວັນ​ເພັງ​ເດືອນ 7, ຊາວ​ເຜົ່າ​ໄຕ​ຢູ່​ຮ່າ​ໂນ້ຍ ພັດ​ຢຸດ​ພັກ​ທຸກວຽກ​ງານ ເພື່ອ​ພ້ອມ​ກັນເມືອ​ກິນ​ບຸນ​ເຕັດ​ຈິ໋ນ​ເຈິດ. ແຕ່​ລະ​ຄອບ​ຄົວ ລ້ວນ​ແຕ່​ກະ​ກຽມ​ບຸນ​ເຕັດ​ຈີ໋ນ​ເຈິດ ມາ​ເປັນ​ເວ​ລາຫຼາຍ​ເດືອນ ຄື​: ລ້ຽງ​ເປັດ, ຕາກ​ໃບ​ໄມ້, ໃບຕອງແຫ້ງ ເພື່ອເຮັດເຂົ້າ​ໜົມ ແລະ ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ.

ຍ້ອນ​ວ່ານີ້​ແມ່ນ​ວັນ​ບຸນ​ໃຫຍ່​ຂອງ​ປະ​ຊາ​ຄົມ​ຊາວ​ເຜົ່າ​ໄຕ​ຢູ່​ຮ່າ​ຢ່າງ ພາຍຫຼັງ​ບຸນ​ເຕັດ ດັ່ງ​ນັ້ນ​ ນັບແຕ່​ວັນ​ທີ 10 ເດືອນ 7 ເປັນຕົ້ນໄປ, ໃນ​ທົ່ວ​ໝູ່​ບ້ານໄດ້​ເຕັມ​ໄປ​ດ້ວຍບັນ​ຍາ​ການຂອງ​ບຸນ​ເຕັດ​ຈິ໋ນ​ເຈິດ. ຮອດ​ວັນ​ເພັງ​ເດືອນ 7 ຂອງ​ທຸກ​ໆ​ປີ, ເຖິງວ່າ​ບໍ່ໄດ້ເປີດ​ຕະຫຼາດ​ນັດ​ໃດ​ ແຕ່​ພໍ່​ແມ່​ປະ​ຊາ​ຊົນ​ຊົນ​ເຜົ່າ​ໄຕ ກໍ່ລ້ວນ​ແຕ່​ອອກ​ຕະຫຼາດ, ກາຍເປັນຕະຫຼາດ​ນັດ​​ເພື່ອ​ກະ​ກຽມ​ໃຫ້​ແກ່​ບຸນ​ເຕັດ​ຈິ໋ນ​ເຈິດ.

ງານ​ຕະ​ຫຼາດ​ນັ້ນ​ພິ​ເສດ​ຍ້ອນ​ວ່າ ໃນ​ມື້​ນັ້ນ ປະ​ຊາ​ຊົນ​ພຽງ​ແຕ່​ວາງ​ຂາຍ​ບັນ​ດາ​ເຄື່ອງ​ຂອງ​ບູ​ຊາສຳລັບ​ວັນ​ເພັງ​ເດືອນ 7. ​ຕະຫຼາດນັດ​​ເລີ່ມ​ເປີດແຕ່​ຮຸ່ງ​ເຊົ້າ ຢູ່​ບັນ​ດາ​ເຂດ​ຕະຫຼາດ​ຕ່າງໆ​ຂອງ​ບັນ​ດາ​ໝູ່​ບ້ານ ແລະ ກໍ່​ສິ້ນ​ສຸດ​ໄວ​ກ່​ວາ ເມື່ອ​ທຽບ​ໃສ່​ກັບ​​ຕະຫຼາດ​ນັດ​ປົກ​ກະ​ຕິ, ເພື່ອໃຫ້​ປະ​ຊາ​ຊົນ​ມີ​ເວ​ລາ​ກະ​ກຽມ​​ງານ​ບຸນ​ວັນ​ເພັງ​ເດືອນ​ 7.

ບຸນວັນເພັງໝົດເດືອນ

ປະ​ຊາ​ຊົນ​​ເຜົ່າ​ຢ້າວແດງ​ຢູ່ ອຽນ​ບ໊າຍ ໄດ້​ຖື​ວັນ​ທີ 14 ແມ່ນ​ວັນຫຼັກ​ຂອງວັນ​ເພັງ ແຕ່​ວ່າ​ເຂົາ​ເຈົ້າ​ບໍ່​ເຮັດບຸນ​ວັນ​ເພັງ​ພຽງ​ແຕ່​ວັນ​ທີ 14 ເທົ່າ​ນັ້ນ, ຫາກ​ຍັງເຮັດຢາຍໃສ່​ໝົດ​ເດືອນ, ເລີ່ມ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ທຸກໆ​ຄອບ​ຄົວ​ລ້ວນ​ແຕ່​ກະ​ກຽມ​ເຂົ້າ​ໜຽວ​ແຊບ, ໝູ, ໄກ່, ເຫຼົ້າ​ເພື່ອ​ຕ້ອນ​ຮັບ​ວັນ​ເພັງ.

ຊາວ​ເຜົ່າ​ຢ້າວ ມີ​ຈິດສຳນຶກວ່າ ບຸນ​ວັນ​ເພັງ​ຍິ່ງ​ມີລູກຫຼານ, ຍາດພີ່ນ້ອງຫຼາຍ​ຄົນ ກໍ່ຍິ່ງມວນ. ວັນ​ເພັງ​ເດືອນ 7 ໄດ້​ຈັດ​​ຕາມ​ແຕ່​ລະ​ຄອບ​ຄົວ, ແຕ່​ລະ​ຄອບ​ຄົວ​ຈະ​ກະ​ກຽມ​ພາເຂົ້າປະ​ມານ 5 – 7 ພາ​ ເພື່ອ​ເຊື້ອ​ເຊີນ​ອ້າຍ​ນ້ອງ, ຄົນບ້ານ​ໃກ້​ເຮືອນ​ຄຽງ. ຖ້າ​ວ່າ​ຈັດ​ຢູ່​ຄອບ​ຄົວ​ນີ້, ຄອບ​ຄົວ​ອື່ນໆກໍ່ຈະ​ປະ​ກອບ​ເຫື່ອ​ແຮງ, ປະ​ກອບ​ວັດຖຸ​ດິບ, ຖັດ​ຈາກ​ນັ້ນກໍ່​ຈະ​ໄປຈັດຢູ່​ຄອບ​ຄົວ​​ອື່ນຕໍ່.

​ພໍ່​ແມ່​ປະ​ຊາ​ຊົນ​ໄດ້ກະ​ກຽມ​ພາ​ເຂົ້າ​ບູ​ຊາ​ບັນ​ພະ​ບຸ​ລຸດຢ່າງ​ລະ​ອຽດ​ລະ​ອໍ, ລວມ​ມີ​ໝູໂຕ​ໜຶ່ງ​ປະມານ 40-50 ກິໂລກຣາມ, ໄກ່​ຕົ້ມ 1 ໂຕ, ເຫຼົ້າ, ເງິນເຈ້ຍ. ບັນ​ດາ​ໝໍເຢົາ ໄດ້​ເຊີນ​ມາ​ເພື່ອ​ລາຍງານ, ຂໍ​ບັນ​ພະ​ບຸ​ລຸດ, ບັນ​ດາ​ເທວະ​ດາ​ ໃຫ້​ພໍ່​ແມ່​ປະ​ຊາ​ຊົນມີ​ການ​ດຳ​ລົງ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ.

ບຸນວັນເພັງຂອງຊາວ ກາວລານ ບໍ່ອາດຂາດເຂົ້າໜົມປ່ານ

ເຂົ້າ​ໜົມ​ຂອງ​ຊາວ ກາວ​ລານ​ໄດ້​ຫໍ່​ດ້ວຍ​ໃບ​ຕອງ​ທີ່​ຕາກ​ແດດ​ແລ້ວ ດັ່ງ​ນັ້ນ​ຈິ່ງເຮັດໃຫ້ມີ​ກິ່ນ​ຫອມ ແລະ ໜຽວ. ແມ່​ຍິງ​ຊົນ​ເຜົ່າ​ກາວ​ລານ ຜູ້​ໃດ​ກໍ່​ຮູ້​ວິ​ທີເຮັດ​ເຂົ້າ​ໜົມ ແລະ ເຖິງວ່າຫຍຸ້ງກັບວຽກ​ງານ​ແນວ​ໃດ ແຕ່ກໍ່​ສັບ​ຊ້ອນ​ເວ​ລາ​ເພື່ອ​ເຮັດ​ເຂົ້າ​ໜົມ​ປ່ານໃນ​ວັນ​ເພັງ​ເດືອນ 7.

ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ປະ​ຊາ​ຊົນ​ຊາວ​ເຜົ່າ​ກາວ​ລານ​ແລ້ວ, ບັນ​ດາ​ເຂົ້າ​ໜົມ​ເຮັດອອກມາທຳ​ອິດ​ຈະ​ບູ​ຊາ​ບັນ​ພະ​ບຸ​ລຸດ, ຫຼັງ​ຈາກ​ນັ້ນ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຈິ່ງ​ໄດ້​ກິນ.

ຂາບໄຫວ້ອວຍ​ພອນ​ປູ່​ຍ່າຕາ​ຍາຍ, ພໍ່​ແມ່​

ຊາວ​ເຜົ່າຜູ້​ໄທ​ຢູ່ ລາຍ​ເຈົາ ຈັດ​ວັນບຸນວັນ​ເພັງ​ເດືອນ 7 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ຕາມ​ພາ​ສາ​ໄທ ໄດ້​ເອີ້ນ​ວ່າ ສິບສີ່​ເບິນ​ເຈັດ. ຊາວຜູ້​ໄທ​ ມີຈິດສຳນຶກວ່າ ວັນ​ເພັງ​ເດືອນ 7 ແມ່ນ​ວັນ​ບຸນ​ຫໍ່​ເຂົ້າ​ປະ​ດັບ​ດິນ, ພາ​ວະ​ນາ​ຂໍ້​ໃຫ້​ຄອບ​ຄົວ​ຈົ່ງ​ມີ​ຄວາມ​ສະ​ຫງົບ​ສຸກ ແລະ ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ພາ​ລະ​ນາ​ຂໍ​ໃຫ້​ໄພ​ແຫ້ງ​ແລ້ງ​ຜ່ານ​ໄປ ແລະ ມີແຕ່ຄວາມໂຊກດີເຂົ້າມາ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ.

ຊາວ​ເຜົ່າຜູ້​ໄທ ​ມີ​ຮີດ​ຄອງ​ປະ​ເພ​ນີ, ໃນ​ພິ​ທີ ສິບສີ່​ເບິນ​ເຈັດ, ລູກຫຼານທີ່​ຢູ່​ເຮືອນຕ່າງ​ຫາ​ກໍ່​ນຳ​ເຄື່ອງ​ຂອງ​ມາ​ອວຍ​ພອນ ພໍ່​ແມ່, ​ປູ່​ຍ່າ​ຕາ​ຍາຍ. ຜູ້​ມີ​ເງື່ອນ​ໄຂກໍ່ຈະ​ນຳ​ເອົາ​ໄກ່, ເປັດ, ໝູ, ເຫຼົ້າ, ເຂົ້າ​ສານ ຫຼື​ ເຂົ້າ​ໜົມມາ ເພື່ອ​ສະ​ແດງ​ຄວາມ​ຮູບ​ບຸນ​ຄຸນ​ພໍ່​ແມ່.

ກ່​ອນ​ທີ່​ຈະ​ກິນ​ເຂົ້າ, ລູກຫຼານ​ຈະຂາບ​ໄຫວ້ອວຍ​ພອນ​ພໍ່​ແມ່, ​ປູ່​ຍ່າ​ຕາ​ຍາຍ ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.