WB: ເສດ​ຖະ​ກິດ ຫວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ປະ​ມານ 4,8% ໃນ​ປີ 2021

15:10 | 26/08/2021

ຍ​ສ​ໝ - ທີ່​ການ​ຖະ​ແຫຼງ​ຂ່າວ​ທາງ​ໄກ ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ບັບ​ອັບ​ເດັດ​ສະ​ພາບ​ການ​ເສດ​ຖະ​ກິດ ຫວຽດ​ນາມ ດ້ວຍ​ຫົວ​ຂໍ້ “ຫວຽດ​ນາມ​ປະ​ຕິ​ບັດ​ການ​ຫັນ​ເປັນ​ດີ​ຈີ​ຕອ​ນ - ເສັ້ນ​ທາງ​ມຸ່ງ​ໄປ​ເຖິງອະ​ນາ​ຄົດ” ໃນ​ຕອນ​ບ່າຍ​ວັນ​ທີ 24 ສິງ​ຫາ​, ທະ​ນາ​ຄານ​ໂລກ (WB) ຄາດ​ຄະ​ເນ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ປະ​ມານ 4,8% ໃນ​ປີ 2021 ແລະ ມຸ່ງ​ໄປ​ເຖິງ​ລະ​ດັບ​ການ​ເຕີບ​ໂຕ​ແຕ່ 6,5% - 7% ນັບ​ແຕ່​ປີ 2022.

WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ
WB ຍົກ​ໃຫ້​ເຫັນ​ ​ບັນ​ດາ​ປັດ​ໄຈ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ WB ຍົກ​ໃຫ້​ເຫັນ​ ​ບັນ​ດາ​ປັດ​ໄຈ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ
WB: ເສດ​ຖະ​ກິດ ຫວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ປະ​ມານ 4,8% ໃນ​ປີ 2021
ເສດ​ຖະ​ກິດ​ຫວຽດ​ນາມ ຍັງ​ມີ​ການ​ເຕີບ​ໂຕ​ໃນ 6 ເດືອ​ນ​ຕົ້ນ​ປີ 2021 (ພາບ: dantri.com.vn)

ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ​ນາງ Dorsati Madani ນັກ​ຊ່ຽວ​ຊານດ້ານ​ເສດ​ຖະ​ກິດຂອງ WB ຖື​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ມີ​ການ​ເຕີບ​ໂຕ​ຢ່າງ​ໜັ້ນ​ຄົງ ຢູ່​ລະ​ດັບ 5,6% ໃນ 6 ເດືອນ​ຕົ້ນ​ປີ 2021. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດ​ນາມ ພວມ​ປະ​ເຊີນ​ໜ້າ​ກັບ​ການ​ລະ​ບາດຂອງ​ໂຄວິດ - 19 ​ຮອບ​ໃໝ່​ຢ່າງ​ຮ້າຍ​ແຮງທີ່​ສຸດ ນັບ​ແຕ່ເວ​ລາ​ໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂຶ້ນ​ຢູ່ ຫວຽດ​ນາມ (ເດືອນພຶດ​ສະ​ພາ 2021). ລັດ​ຖະ​ບານ ​ໄດ້​ຮັບ​ມື​ດ້ວຍ​ວິ​ທີ​ກາ​ນ​ສືບ​ຕໍ່​ຮັກ​ສາ​ນະ​ໂຍ​ບາຍຜ່ອນຜັນດ້ານ​ການ​ເງິນ ແລະ ປະ​ກາດ​ໃຊ້​ບ້ວງ​ໜູນ​ຊ່ວຍ​ປີການເງິນຊຸດ​ໃໝ່ ໃນ​ຕົ້ນ​ເດືອນ​ກໍ​ລະ​ກົດ 2021 ຢູ່​ລະ​ດັບ​ປະ​ມານ 1 ຕື້ USD. ລະດັບ​ການ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃນ​ວົງ​ກ້​ວາງ​ກໍ່​ໄດ້​ຮັບ​ຍູ້​ແຮງ​ໂດຍ​ໄວ...

ເຂດ​ເສດ​ຖະ​ກິດການ​ຕ່າງ​ປະ​ເທດ​ກໍ່​ໄດ້ຫຼຸດກຳ​ລັງ​ໜູນ​ລົງ​ສ່ວນ​ໜຶ່ງ​, ຍ້ອນ​ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ໄດ້ຫຼຸດ​ລົງ 11% ໃນ 7 ເດືອນ​ຕົ້ນ​ປີ 2021 ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020.

ຄາດ​ຄະ​ເນ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ປະ​ມານ 4,8% ໃນ​ປີ​ 2021 ແລະ ຈິ່ງຄ່ອຍໆ​ກັບ​ຄືນ​ສູ່ລະດັບການ​ເຕີບ​ໂຕ​ໃນ​ໄລ​ຍະ​ກ່ອນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ເຊິ່ງແມ່ນ​ຢູ່​ລະ​ດັບ 6,5 – 7% ປີ 2022 ເປັນຕົ້ນໄປ.

ຕາມ​ທ່ານ​ນາງ Dorsati Madani ແລ້ວ, ນີ້​ແມ່ນ​ການ​ຄາດ​ຄະ​ເນ​ທີ່​ຕັ້ງ​ໜ້າ​ແຕ່​ຍັງ​ຕ່ຳ​ກວ່າ 2% ເມື່ອ​ທຽບ​ໃສ່​ກັບ​ການ​ຄາດ​ຄະ​ເນ​ທີ່​ WB ໄດ້ຍົກ​ອອກ​ມາ​ເມື່​ອ​ເດືອນ​ທັນ​ວາ ປີ 2020.

ການຄ​າດ​ຄະ​ເນ​ ໄດ້​ຍົກ​ອອກ​ມາ​ຫວ່າງ​ມໍ່ໆ​ມາ​ນີ້ ໂດຍ​ອີງ​ໃສ່​ສົມມຸດຖານທີ່​ວ່າ ການ​ແຜ່​ລະ​ບາດ​ຮອບນີ້ ຈະ​ຄ່ອຍໆ​ໄດ້​ຮັບ​ການ​ຄວບ​ຄຸມ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພື້ນ​ຖານ​ເສ​ດ​ຖະ​ກິດ​ຟື້ນ​ຟູ​ໃນ​ໄຕ​ມາດ​ທີ IV ຂອງ​ປີ 2021. ໄລ​ຍະ​ຟື້ນ​ຟູ​ກໍ່​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໂດຍ​ເລື່ອງ​ຍູ້​ໄວ​ຍຸດ​ທະ​ສາດ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃນ​ວົງ​ກ້​ວາງ, ຢ່າງ​ໜ້ອຍ​ສຸດ ມີປະ​ຊາ​ກອນທີ່​ເຖິງອາຍຸກະສຽນໄດ້​ຮັບ​ການ​ສັກ​ວັກ​ຊິນ​ 70% ໃນ​ກາງ​ປີ 2022, ເພື່ອ​ຊ່ວຍ​ສະ​ກັດ​ກັ້ນ​ບັນ​ດາ​ການ​ແຜ່​ລະ​ບາດ​ຮອບ​ໃໝ່​ທີ່​ຮ້າຍ​ແຮງ​ກ່​ວານີ້.

ທ່ານ​ນາງ Dorsati Madani ໃຫ້​ຮູ້​ວ່າ ການ​ຄາດ​ຄະ​ເນ​ດັ່ງກ​່າວ ໄດ້ສົມ​ມຸດຖານ​ວ່າ ວິ​ວັດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ທົ່ວ​ໂລກ​ສືບ​ຕໍ່​ໄດ້​ດຳ​ເນີນ ​ຈະ​ຮັບ​ປະ​ກັນການຮັກສາ​ຄວາມ​ຕ້ອງ​ການ​ສູງ​ສຳ​ລັບ​ສິນ​ຄ້າທີ່​ຜະ​ລິດ​ຢູ່ ຫວຽດ​ນາມ ຢູ່​ບັ​ນ​ດາ​ຕະ​ຫຼາດ​ສົ່ງ​ອອກຫຼັກ​ແຫຼ່ງ.

ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ Jacques Morisset ​ຫົວ​ໜ້ານັກ​ຊ່ຽວ​ຊານ​ເສດ​ຖະ​ກິດ​ຂອງ WB ຖື​ວ່າ ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແມ່ນ​ອະ​ນາ​ຄົດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ. ຫວຽດ​ນາມ ພວມ​ກຳ​ໄດ້​ທີ່​ຕັ້ງ​ທີ່​ດີ​ແຕ່​ຍັງບໍ່​ທັນຄົບ​ຖ້ວນ​ເພື່ອ​ກາຍ​ເປັນ​ປະ​ເທດ​ມະ​ຫາ​ອຳນາດ​ດີ​ຈີ​ຕອນ​ຂອງ​ໂລກ.

ທ່ານ Jacques Morisset ເນັ້ນ​ໜັ້ກ​ວ່າ: ຫວຽດ​ນາມ ຄວນ​ສົ່ງ​ເສີມ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ດຶງ​ດູດ​ການ​ລົງ​ທຶນ ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​​ນ້ອຍ ເຂົ້າ​ຮ່ວມ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ຮັບ​ເອົາ ແລະ ພັດ​ທະ​ນາ​ເຕັກ​ນິກ, ຮັກ​ສາ​ຄວາມ​ລັບ​​ຂໍ້​ມູນ​ສ່ວນ​ຕົວ ແລະ ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕິເນັດ. ລັດ​ຖະ​ບານ​ມີ​ຂັ້ນຕອນ​ການ​ກະ​ທຳ​ຢ່າງ​ລະ​ອຽດ​ຄື​ຍົກ​ສູງ​ເຕັກ​ນິກ​ດີ​ຈີ​ຕອນ, ບຳ​ລຸງ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປ່ຽນ​ແປງ​ທີ່​ມີ​ຄວາມ​ຄິດ​ປະ​ດິດ​ສ້າງ, ຍູ້​ແຮງ​ການສຳພັດ​ຂໍ້​ມູນ, ຄຸນ​ນະ​ພາບ ແລະ ຄວາມ​ໝັ້ນ​ຄົງ...

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.