ຍສໝ - ສະຫາຍ ດິງຕ໊ຽນຢູງ ກໍ່ສະເໜີວ່າ, ໄປຄຽງຄູ່ກັບການສະຫຼຸບການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງນະຄອນຫຼວງ ໃນໄລຍະຜ່ານມາ, ສອງຝ່າຍຄວນກະຕຸກຊຸກຍູ້ ບັນດາເມືອງຂອງສອງນະຄອນຫຼວງສືບຕໍ່ຜັນຂະຫຍາຍການຮ່ວມມືຢ່າງແໜ້ນແຟ້ນເພື່ອບັນລຸປະສິດທິຜົນສູງກວ່າເກົ່າ.
Bí thư Thành ủy Đinh Tiến Dũng đề nghị, cùng với tổng kết việc thực thi biên bản thỏa thuận hợp tác giữa hai thủ đô thời gian qua, hai bên đồng thời đôn đốc các quận, huyện tiếp tục triển khai hợp tác mạnh mẽ để đạt hiệu quả hơn nữa.
ໂດຍປະຕິບັດການຮ່ວມມື, ການພົວພັນຕ່າງປະເທດເຂດຊາຍແດນ, ຫຼາຍປີຜ່ານມາ, ກອງບັນຊາການ ແລະບັນດາກົມກອງທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຮັກສາສາຍສຳພັນ, ການພົວພັນທີ່ສະໜິດສະໜົມກັບບັນດາກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ, ໂດຍສະເພາະແມ່ນ 2 ແຂວງທີ່ມີຊາຍແດນຕິດຈອດກັນ ນັ້ນແມ່ນບໍລິຄໍາໄຊ ແລະຄໍາມ່ວນ.
ວັນທີ 26 ກັນຍາ, ກະຊວງປ້ອງກັນປະເທດລາວ ໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ 1 ໃຫ້ແກ່ ສະຫາຍ ພົນຈັດຕະວາ ຮວ່າງເທ້ທ້ຽນ ທີ່ໄດ້ມີຜົນງານປະກອບສ່ວນເຂົ້າໃນການປະຕິວັດລາວ, ປະກອບສ່ວນເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງ ກອງທັບສອງປະເທດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ໃນການຕໍ່ສູ້ຕ້ານສັດຕູຕົວດຽວກັນ.
ຍສໝ - ຕອນບ່າຍວັນທີ 26 ກັນຍາ, ທ່ານປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ໃນຫຼາຍປີທີ່ຜ່ານມາ ໄປພ້ອມໆກັບການສຸມໃສ່ຂຸດຄົ້ນຄວາມສາມາດ ແລະ ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພາບພົດຕົວເມືອງຊົນນະບົດເຂດຫ່າງໄກສອກຫຼີກໄດ້ຮັບການປ່ຽນແປງໂສມໜ້າໃໝ່, ເມືອງເຮືອງຮ້ວາ ແຂວງ ກວາງຈິ ຍາມໃດກໍໄດ້ເອົາໃຈໃສ່ເຮັດວຽກງານການທູດປະຊາຊົນຕໍ່ກັບເມືອງຕ່າງໆຂອງລາວ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນຜົນໃນຮູບແບບຮຽກສ່ຽວ (ແຮກສ່ຽວ) ລະຫວ່າງບ້ານຕໍ່ບ້ານຢູ່ລຽບຕາມຊາຍແດນນັ້ນ, ໄດ້ກາຍເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ.
ຍສໝ - ເຂດອານຸສອນສະຖານປະທານໂຮ່ຈິມິນ ຢູ່ທີ່ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ ແມ່ນໂຄງການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ເພື່ອຈາລຶກການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມິນ. ເຂດອານຸສອນສະຖານນີ້ ປັດຈຸບັນບໍ່ສະເພາະແຕ່ເປັນສັນຍາລັກເທົ່ານັ້ນ ແຕ່ຫາກຍັງເປັນບ່ອນສຶກສາມູນເຊື້ອຄວາມສາມັກຄີມິດຕະພາບ ຫວຽດນາມ ແລະ ລາວ ໃຫ້ແກ່ຄົນຮຸ່ນໜຸ່ມຂອງສອງຊາດອີກດ້ວຍ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອງຊຸກຍູ້ການເຊື່ອມຈອດດ້ານເສດຖະກິດລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນການຄົມມະນາຄົມລະຫວ່າງ 2 ປະເທດຄື: ລະບົບທາງດ່ວນ, ຄົ້ນຄວ້າ ແລະ ຜັນຂະຫຍາຍເສັ້ນທາງລົດໄຟວຽງຈັນ - ວັງແອງ; ລົບລ້າງຄວາມຫຍຸ້ງຍາກແລະອຸປະສັກເພື່ອຊຸກຍູ້ໂຄງການຮ່ວມມືທີ່ສໍາຄັນແລະການເປີດແລະນໍາໃຊ້ໂຄງການຮ່ວມມືໃຫມ່;
ຍສໝ - ໂຄງການທາງລົດໄຟ ຫວຽດນາມ-ລາວ, ໄລຍະທາງ ວູ້ງອ່າງ - ຕານເອິບ - ມູຢ້າ, ມີຄວາມຍາວ 103 ກິໂລແມັດ, ດ້ວຍຍອດຈຳນວນເງິນລົງທຶນ 27.485 ຕື້ດົ່ງ, ໂດຍບໍລິສັດຫຸ້ນສ່ວນຮ່ວມທຸລະກິດ ເເດ່ວກາ ແລະ ບໍລິສັດ Petroleum Trading Lao Public (PetroTrade) ສະເໜີການຄົ້ນຄວ້າລົງທຶນ.
ຍສໝ - ງານວາງສະແດງ ໂດຍສູນວັດທະນະທໍາຫວຽດນາມ ປະຈໍາ ສປປ ລາວ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ສົມທົບກັບຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ຈັດຕັ້ງເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022.
ຍສໝ - ໃນວັນທີ 15 ພຶດສະພານີ້, ທ່າມກາງຄວາມສັນຕິພາບ, ມິດຕະພາບແບບພິເສດ ແລະ ຄວາມສາມັກຄີ, ໃນບໍລິເວນຫຼັກຊາຍແດນທີ 65, ຕາແສງຈ່າເນື່ອ, ເມືອງນ້ຳໂປ, ແຂວງດ້ຽນບຽນ (ຫວຽດນາມ) ແລະ ກຸ່ມບ້ານຫົວໝຶກ, ເມືອງ ເມືອງໃໝ່, ແຂວງຜົ້ງສາລີ (ລາວ), ອຳນາດການປົກຄອງ 2 ແຂວງດ້ຽນບຽນ ແລະ ຜົ້ງສາລີ ໄດ້ຮ່ວມມືກັນຈັດຕັ້ງພິທີການເປີດນຳໃຊ້ເສັ້ນທາງນ້ຳດິກ (ຫວຽດນາມ) - ຫ້ວຍເຮ້ຍ (ລາວ).
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ພສ 2566, ປ້ອມປ້ອງກັນຊາຍແດນດ່ານສາກົນ ໄຕຈາງ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ ໄດ້ມອບຂອງຂວັນ ແລະ ອວຍພອນປີໃໝ່ໃຫ້ພະນັກງານ, ລັດຖະກອນປ້ອມປ້ອງກັນຊາຍແດນ 162 (ກອງບັນຊາການທະຫານແຂວງຫຼວງພະບາງ).
ເນື່ອງໃນໂອກາດເຂົ້າຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ ຄັ້ງທີ 3 ຢູ່ ລາວ, ພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມກອງຮ້ອຍທະຫານຊາຍແດນ 213 ຂອງກອງທັບປະຊາຊົນລາວ. ຮ່ວມເດີນທາງມີພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.
ຍສໝ - ກຸ່ມບໍລິສັດ ເດວກ້າ ແລະ ກຸ່ມບໍລິສັດ Petroleum Trading Lao ຫາກໍໄດ້ເຊັນສັນຍາຮ່ວມທຶນປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟ ຫວຽດນາມ - ລາວ
ຍສໝ - ຫຼາຍປີມາແລ້ວ, ປະຊາຊົນຢູ່ບ້ານຊັັ໊ງຮັ່ງ, ຕາແສງອຽນເຄືອງ (ລາງແຈ້ງ) ແລະ ບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້, ແຂວງຫົວພັນ (ປະ ເທດ ສປປ ລາວ) ໄດ້ຮັກສາການພົວພັນສາມັກຄີມິດຕະພາບ, ຊ່ວຍເຫຼືອກັນ ພ້ອມກັນພັດທະນາ, ປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງປະເທດ.
ຍສໝ - ພ້ອມກັບຫຼາຍກິດຈະກຳຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ຢູ່ທັງສອງປະເທດ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດ ຕັ້ງການປະກວດ “ຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022.
ຍສໝ - ຫວຽດນາມ-ລາວ ເຫັນດີເປັນເອກະພາບບັນດາເນື້ອໃນຊຸກຍູ້ການຮ່ວມມື ພັດທະນາລະຫວ່າງຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ສອງປະເທດ.
ຍສໝ-ໂດຍການສືບທອດມູນເຊື້ອມິດຕະພາບອັນດີງາມ ທີ່ໄດ້ສ້າງໃນຕະຫຼອດ 60 ປີຜ່ານມາ, ມີຫຼາຍຮູບແບບ, ວິທີເຮັດທີ່ດີ, ຮັດແໜ້ນຄວາມສາມັກຄີ ແລະ ພ້ອມກັນຮ່ວມມືເພື່ອພັດທະນາຮ່ວມກັນ, ເປັນແບບຢ່າງຄືຮູບແບບແຮກສ່ຽວບ້ານ-ບ້ານ ລະຫວ່າງ 10 ແຂວງຂອງລາວທີ່ມີຊາຍແດນຮ່ວມກັບ 10 ແຂວງຂອງຫວຽດນາມ.
ຍສໝ - ສະຫາຍ ພົນໂທ ເລືອງດິ່ງຮົ່ງ ໃຫ້ຮູ້ວ່າ ບັນດາ ວິທະຍາຄານ, ໂຮງຮຽນຂອງກອງທັບປະຊາຊົນຫວຽດນາມ ເອກອ້າງທະນົງໃຈ ເມື່ອພັກ, ລັດ ແລະ ກອງທັນປະຊາຊົນລາວ ເຊື່ອໝັ້ນ, ສົ່ງບັນດາພະນັກງານ, ນັກຮົບທີ່ດີເດັ່ນມາກໍ່ສ້າງ, ບໍາລຸງສ້າງຢູ່ບັນດາຮາກຖານກໍ່ສ້າງຂອງຕົນ.
ຫວ່າງແລ້ວນີ້, ງານພົບປະແລກປ່ຽນນາຍທະຫານໜຸ່ມ ຫວຽດນາມ-ລາວ ໄດ້ຈັດຂຶ້ນຢູ່ແຂວງຫຼວງພະບາງ. ເຂົ້າຮ່ວມງານພົບປະມີ ສະຫາຍ ພົນເອກ ເລືອງເກື່ອງ ກຳມະການກົມການເມືອງ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ; ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ.
ຫວ່າງແລ້ວນີ້, ຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ໄປຮອດນະຄອນຫຼວງວຽງຈັນ, ສປປ ລາວ, ເລີ່ມຕົ້ນການເຄື່ອນໄຫວທີ່ນອນໃນລາຍການ “ພົບປະແລກປ່ຽນນາຍທະຫານໜຸ່ມ ຫວຽດນາມ-ລາວ ປີ 2022” ຢ່າງເປັນທາງການ.