ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ

20:59 | 03/10/2023

ໂດຍປະຕິບັດການຮ່ວມມື, ການພົວພັນຕ່າງປະເທດເຂດຊາຍແດນ, ຫຼາຍປີຜ່ານມາ, ກອງບັນຊາການ ແລະບັນດາກົມກອງທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຮັກສາສາຍສຳພັນ, ການພົວພັນທີ່ສະໜິດສະໜົມກັບບັນດາກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ, ໂດຍສະເພາະແມ່ນ 2 ແຂວງທີ່ມີຊາຍແດນຕິດຈອດກັນ ນັ້ນແມ່ນບໍລິຄໍາໄຊ ແລະຄໍາມ່ວນ.

ຫວຽດນາມ - ກໍາປູເຈຍ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ເພີ່ມທະວີການຮ່ວມມື ຫວຽດນາມ - ກໍາປູເຈຍ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ເພີ່ມທະວີການຮ່ວມມື

ໂດຍເສີມຂະຫຍາຍມູນເຊື້ອການພົວພັນຕ່າງປະເທດ, ການຮ່ວມມືສອງຝ່າຍ, ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ມານະພະຍາຍາມຮັດແໜ້ນການພົວພັນ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບ ຫວຽດນາມ-ລາວ ດ້ວຍຫຼາຍກິດຈະກໍາທີ່ແທດຈິງ ແລະມີຄວາມໝາຍ.

ນີ້ແມ່ນໄລຍະປ່ຽນລະດູ ສະນັ້ນປະຊາຊົນຢູ່ 9 ບ້ານຊາຍແດນຕິດກັບຫວຽດນາມ ມາກວດພະຍາດ ຢູ່ ສຸກສາລາທະຫານ ທົ່ງແປ (ຕັ້ງຢູ່ເມືອງຄໍາເກີດ, ແຂວງບໍລິຄໍາໄຊ) ຫຼາຍສົມຄວນ (15-17 ຄົນຕໍ່ວັນ) ສະນັ້ນກໍາລັງແພດທະຫານຂຶ້ນກັບທະຫານຊາຍແດນແຂວງຮ່າຕິ້ງ ຕ້ອງຮັບເອົາ ແລະກວດພະຍາດທັງເວັນ ແລະຄືນ. ເຖິງວ່າ ຕ້ອງເຮັດວຽກຫຼາຍຊົ່ວໂມງກໍຕາມແຕ່ແພດທະຫານຊາຍແດນທີ່ພວມຕັ້ງທັບໃນດິນແດນປະເທດລາວ ຍາມໃດກໍ ກວດ, ປິ່ນປົວພະຍາດ, ໃຫ້ຄໍາປຶກສາສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ແນະນໍາວິທີກັນພະຍາດທົ່ວໄປໃຫ້ແກ່ປະຊາຊົນຢ່າງສຸດຈິດສຸດໃຈ.

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ
ແພດທະຫານຢູ່ສຸກສາລາທະຫານ ທົ່ງແປ (ຂຶ້ນກັບຄ້າຍທະຫານຊາຍແດນດ່ານສາກົນ ເກົ່າແຈວ) ກວດສຸຂະພາບໃຫ້ແກ່ປະຊາຊົນລາວ. ພາບ: baohatinh.vn

ພັນຕີ, ນາຍໝໍ ຫງວຽນເໝົ້າຈຸງ ແພດທະຫານ ສຸກສາລາທະຫານ ທົ່ງແປ ໃຫ້ຮູ້ວ່າ “ດ້ວຍອາລົມຈິດ ແລະຄວາມຮັບຜິດຊອບ, ພວກຂ້າພະເຈົ້າ ໄດ້ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ໄລ່ສະເພາະ 9 ເດືອນ ປີ 2023, ສຸກສາລາທະຫານ ທົ່ງແປ ກວດ, ປິ່ນປົວພະຍາດໄດ້ 2.256 ເທື່ອຄົນ (ໃນນັ້ນພະຍາບານສຸກເສີນໃຫ້ 41 ຄົນ), ແຈກຢາຍຢຸກຢາໃຫ້ແກ່ 1.050 ເທື່ອຄົນ (ລວມມູນຄ່າເກືອບ 43 ລ້ານດົ່ງ). ຜ່ານການເຄື່ອນໄຫວກວດ, ປິ່ນປົວພະຍາດ ໄດ້ປະກອບສ່ວນຮັດແໜ້ນສາຍໃຈລະຫວ່າງທະຫານຊາຍແດນຫວຽດນາມ ແລະປະຊາຊົນເພື່ອນມິດລາວ, ສ້າງຄວາມສະໜິດຕິດພັນລະຫວ່າງບັນດາກໍາລັງທີ່ກ່ຽວຂ້ອງຂອງສອງປະເທດ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ລາວ”.

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ
ທະຫານຊາຍແດນແຂວງຮ່າຕິ້ງ ມອບຂອງຂວັນໃຫ້ປະຊາຊົນທີ່ປະສົບກັບໄພພິບັດທໍາມະຊາດຢູ່ແຂວງບໍລິຄໍາໄຊ (ຕົ້ນເດືອນສິງຫາ ປີ 2023). ພາບ: baohatinh.vn

ພັນໂທ ເຈິ່ນວັນຊົງ ຮອງຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນ ເກົ່າແຈວ ໃຫ້ຮູ້ວ່າ: ໂດຍປະຕິບັດໜ້າທີ່ພົວພັນຕ່າງປະເທດເຂດຊາຍແດນ, ທາງກົມກອງ ໄດ້ເປັນເຈົ້າການໜູນຊ່ວຍບັນດາຄະນະປະຕິບັດງານຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນຂອງສອງປະເທດ ໄປມາດ່ານສາກົນ ເກົ່າແຈວ ເປັນຢ່າງດີ, ໂດຍສະເພາະແມ່ນຈາກຫວຽດນາມ ໄປຊ່ວຍເຫຼືອ, ມອບຂອງຂວັນໃຫ້ເພື່ອນລາວ. ພ້ອມກັບການເສີມຂະຫຍາຍການເຄື່ອນໄຫວຂອງສຸກສາລາທະຫານ ທົ່ງແປ ຢ່າງມີປະສິທິຜົນ, ພວກເຮົາ ຍາມໃດກໍສ້າງເງື່ອນໄຂດີທີ່ສຸດໃຫ້ປະຊາຊົນເຂດຊາຍແດນໄປມາຢ້ຽມຢາມຍາດຕິພີ່ນ້ອງ, ຊ່ວຍເຫຼືອປະຊາຊົນລາວ ມາຖອດຖອນບົດຮຽນທໍາມາຫາກິນ, ກວດ ແລະປິ່ນປົວພະຍາດ, ໄປທ່ຽວ, ຮໍ່າຮຽນ...

ພັນໂທ ເຈິ່ນວັນຊົງ ໃຫ້ຮູ້ຕື່ມອີກວ່າ “ພວກຂ້າພະເຈົ້າ ແລກປ່ຽນຂໍ້ມູນຂ່າວສານກັບຄ້າຍຕໍາຫຼວດດ່ານສາກົນນໍ້າພາວ, ກອງຮ້ອຍທະຫານຊາຍແດນ 253 ຂອງລາວ ເປັນປະຈຳເພື່ອຄຸ້ມຄອງດ່ານຊາຍແດນ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາປະເພດຕ່າງໆ, ສະກັດກັ້ນອິດທິກໍາລັງປໍລະປັກ ທີ່ຕ້ານທໍາລາຍພາລະກິດລວມຂອງສອງປະເທດ, ສອງຊາດ ”.

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ
ພະນັກງານ, ນັກຮົບທະຫານຊາຍແດນດ່ານສາກົນ ເກົ່າແຈວ ໜູນຊ່ວຍພົນລະເມືອງປະເທດ ເພື່ອນລາວ ເຂົ້າ-ອອກເມືອງ. ພາບ: baohatinh.vn

ໂດຍປະຕິບັດການຮ່ວມມື, ການພົວພັນຕ່າງປະເທດເຂດຊາຍແດນ, ຫຼາຍປີຜ່ານມາ, ກອງບັນຊາການ ແລະບັນດາກົມກອງທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຮັກສາສາຍສຳພັນ, ການພົວພັນທີ່ສະໜິດສະໜົມກັບບັນດາກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ, ໂດຍສະເພາະແມ່ນ 2 ແຂວງທີ່ມີຊາຍແດນຕິດຈອດກັນ ນັ້ນແມ່ນບໍລິຄໍາໄຊ ແລະຄໍາມ່ວນ. ນອກຈາກຄ້າຍທະຫານຊາຍແດນ ດ່ານສາກົນ ເກົ່າແຈວ ທີ່ພວມແຮກສ່ຽວກັບກອງຮ້ອຍທະຫານຊາຍແດນ 253 ແລະຄ້າຍຕໍາຫຼວດ 505 ແລ້ວ, ຍັງມີຄ້າຍທະຫານຊາຍແດນ ເຊີນຮົ່ງ ແຮກສ່ຽວກັບກອງຮ້ອຍທະຫານຊາຍແດນ 252, ຄ້າຍທະຫາຍຊາຍແດນ ບ້ານຢ່າງ ແຮກສ່ຽວກັບກອງຮ້ອຍທະຫານຊາຍແດນ 311 ແລະຄ້າຍຕໍາຫຼວດ 515.

ພ້ອມກັບການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືໂດຍກົງແລ້ວ, ທະຫານຊາຍແດນແຂວງຮ່າຕິ້ງ ຍັງສວມບົດບາດສໍາຄັນໃນການເຄື່ອນໄຫວການທູດປະຊາຊົນ. ບັນດາກົມກອງທະຫານຊາຍແດນ ທີ່ຕັ້ງທັບໃນເສັ້ນຊາຍແດນລວມ ທີ່ຍາວ 164 ກວ່າກິໂລແມັດ ຍາມໃດກໍເປັນຂົວຕໍ່, ເປັນຕ່ອງໂສ້ເພື່ອປະຕິບັດການແຮກສ່ຽວກຸ່ມບ້ານເຂດຊາຍແດນ, ການພົບປະແລກປ່ຽນ, ຖອດຖອນບົດຮຽນ ເຊິ່ງກັນ ແລະກັນຂອງຄະນະພັກ, ອໍານາດການປົກຄອງທຸກຂັ້ນ ແລະປະຊາຊົນສອງຝ່າຍ.

ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ຕົ້ນເດືອນກັນຍາຜ່ານມາ, ຄະນະປະຕິບັດງານທະຫານຊາຍແດນແຂວງຮ່າຕິ້ງ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບກໍາລັງທີ່ກ່ຽວຂ້ອງຂອງ 2 ແຂວງ ບໍລິຄໍາໄຊ ແລະຄໍາມ່ວນ. ທີ່ການພົບປະຕ່າງໆ, ບັນດາຝ່າຍ ໄດ້ຕີລາຄາ, ຖອດຖອນບົດຮຽນໃນວຽກງານສົມທົບກັນ ແລະເຫັນດີເປັນເອກະພາບຕໍ່ໂຄງການ, ແຜນການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະຈະມາເຖິງເພື່ອມຸ່ງໄປເຖິງການສ້າງເສັ້ນຊາຍແດນລວມ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ
ຄະນະປະຕິບັດງານ ຂອງທະຫານຊາຍແດນແຂວງຮ່າຕິ້ງ ໄປຢ້ຽມຢາມ, ເຮັດວຽກ ແລະລົງນາມແຜນການສົມທົບກັບກໍາລັງທີ່ກ່ຽວຂ້ອງ ຢູ່ແຂວງຄໍາມ່ວນ ໃນວັນທີ 8 ກັນຍາ 2023 ຜ່ານມາ. ພາບ: baohatinh.vn

ພັນເອກພິເສດ ບຸ່ຍຮົ່ງແທັງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໃຫ້ຮູ້ວ່າ “ຜ່ານການເຮັດວຽກ, ພວກຂ້າພະເຈົ້າ ໄດ້ເຫັນດີເປັນເອກະພາບ ສືບຕໍ່ເພີ່ມທະວີການຕໍ່ສູ້ກັບການເຄື່ອນໄຫວຕ້ານທໍາລາຍຂອງບັນດາອິດທິກໍາລັງປໍລະປັກ, ເຮັດໃຫ້ທຸກກົນອຸບາຍທໍາລາຍຄວາມໝັ້ນຄົງດ້ານການເມືອງຢູ່ແຕ່ລະປະເທດ ແລະຄວາມສາມັກຄີພິເສດ ຫວຽດນາມ-ລາວ ປະລາໄຊລົງ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ. ທະຫານຊາຍແດນແຂວງຮ່າຕິ້ງ ຈະພ້ອມກັບກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນໃນການຕໍ່ສູ້ກັບອາດຊະຍາກໍາຢາເສບຕິດ, ການຄ້າມະນຸດ, ການເຂົ້າອອກເມືອງຜິດກົດໝາຍ, ການສໍ້ໂກງການຄ້າຢ່າງມີປະສິດທິຜົນ; ປະຕິບັດການລາດຕະເວນເສັ້ນຊາຍແດນ, ຫຼັກໝາຍຊາຍແດນສອງຝ່າຍ, ຝຶກອົບຮົມວຽກງານປົກປັກຮັກສາຊາຍແດນ; ໜູນຊ່ວຍກັນໃນການສະກັດກັ້ນ ແລະຕ້ານໄພພິບັດທໍາມະຊາດ, ໂລກລະບາດ, ພົບປະແລກປ່ຽນວັດທະນະທໍາ, ພັດທະນາເສດຖະກິດ-ສັງຄົມ...

ບູນມີ

ທ່ານອາດຈະມັກ

ເຫດການ