ຫວຽດນາມ-ລາວ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ

15:01 | 26/10/2023

ຫວຽດນາມ-ລາວ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ

ນັກສຶກສາດີເດັ່ນຂອງຫວຽດນາມ - ລາວ - ກຳປູເຈຍ ຈຳນວນ 250 ຄົນໄດ້ພົບປະແລກປ່ຽນມິດຕະພາບຢູ່ ບາເຣ້ຍ - ຫວຸງເຕົ່າ ນັກສຶກສາດີເດັ່ນຂອງຫວຽດນາມ - ລາວ - ກຳປູເຈຍ ຈຳນວນ 250 ຄົນໄດ້ພົບປະແລກປ່ຽນມິດຕະພາບຢູ່ ບາເຣ້ຍ - ຫວຸງເຕົ່າ
ນ້ຳໃຈສາມັກຄີ ຫວຽດນາມ - ກູບາ ຍາມໃດກໍ່ໄດ້ຮັບການບຳລຸງສ້າງ, ຮັກສາ ແລະ ພັດທະນາຂອງປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ ນ້ຳໃຈສາມັກຄີ ຫວຽດນາມ - ກູບາ ຍາມໃດກໍ່ໄດ້ຮັບການບຳລຸງສ້າງ, ຮັກສາ ແລະ ພັດທະນາຂອງປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ

ວັນທີ 24 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງແນວລາວສ້າງຊາດ (ແນວລາວສ້າງຊາດ) ໂດຍສະຫາຍ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ (ບໍ່ປະຈຳການ) ນໍາໜ້າຄະນະ ມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນ.

ຫວຽດນາມ-ລາວ  ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ

ແນວລາວສ້າງຊາດ ແລະແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ປາດຖະໜາຢາກແບ່ງປັນ ແລະແລກປ່ຽນບົດຮຽນໃນການປະຕິບັດໜ້າທີ່ວຽກງານຂອງຕົນ. ພາບ: daidoanket.vn

ທີ່ການຕ້ອນຮັບຄະນະ, ສະຫາຍ ຫງວຽນແທ່ັງຈູງ, ຮອງປະທານຜູ້ປະຈໍາການຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນແນວລາວສ້າງຊາດ ໄດ້ດຳເນີນໃນສະພາບທີ່ສອງປະເທດພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງໃຫ້ສອງຝ່າຍຕ້ອງເພີ່ມທະວີ ແລະປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ທີ່ການເຮັດວຽກ, ສະຫາຍ ອ໋ອດ ພົງສະຫວັນ ໃຫ້ຮູ້ວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ ຂອງຄະນະຜູ້ແທນແນວລາວສ້າງຊາດ ໃນຄັ້ງນີ້ ແມ່ນການເຄື່ອນໄຫວສຳຄັນ ສະແດງໃຫ້ເຫັນຄວາມມານະພະຍາຍາມປັບປຸງ ແລະເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ພາຍຫຼັງແບ່ງປັນໝາກຜົນການເຄື່ອນໄຫວຂອງແນວລາວສ້າງຊາດ ແລະສະພາບຂົງເຂດກະສິກຳຂອງລາວ, ສະຫາຍ ອ໋ອດ ພົງສະຫວັນ ສະເໜີໃຫ້ນະຄອນໂຮ່ຈີມິນ ໜູນຊ່ວຍ ແລະຊ່ວຍເຫຼືຶອລາວໃນການເຄື່ອນໄຫວຜະລິດກະສິກຳ, ປຸງແຕ່ງຜະລິດຕະພັນ ແລະເພີ່ມທະວີການແລກປ່ຽນການຄ້າ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນປະສົບການ, ລົງນາມໃນສັນຍາຮ່ວມມືດ້ານເຕັກນິກ, ແຫຼ່ງແນວພັນໃນການຜະລິດກະສິກຳ ແລະ ການຮ່ວມມືດ້ານການຄ້າ.

ສະຫາຍ ອ໋ອດ ພົງສະຫວັນ ຫວັງວ່າ ນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງລາວ ຈະເພີ່ມທະວີການເຊື່ອມຕໍ່ ແລະການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລະຫວ່າງຄົນຮຸ່ນໜຸ່ມຂອງສອງປະເທດ ເພື່ອປະກອບສ່ວນປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາຂຶ້ນຕື່ມ.

ບູນມີ

ເຫດການ
302 Found

Found

The document has moved here.