ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືຊາວໜຸ່ມ

11:14 | 10/10/2023

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືຊາວໜຸ່ມ

ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ
ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ໄລຍະ 2021 - 2030. ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ໄລຍະ 2021 - 2030.

ວັນທີ 8 ຕຸລາ, ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໄດ້ຈັດການຝຶກອົບຮົມໃຫ້ຄະນະຜູ້ແທນຊາວໜຸ່ມຫວຽດນາມທີ່ ຈະໄປເຂົ້າຮ່ວມລາຍ ການພົບປະມິດຕະພາບຊາວໜຸ່ມຫວຽດນາມ-ລາວ 2023 ແຕ່ວັນທີ 9 ຫາວັນທີ 14 ຕຸລາ ຢູ່ລາວ. ນີ້ແມ່ນການເຄື່ອນໄຫວ ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ສົມທົບກັບສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈັດຕັ້ງ.

ໃນລາຍການ, ຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ນໍາໂດຍສະຫາຍ ບຸ່ຍກວາງຮຸຍ, ກໍາມະການສູນກາງພັກສໍາຮອງ, ເລຂາຜູ້ທີໜຶ່ງສູນກາງຊາວໜຸ່ມ ຈະເຂົ້າຢ້ຽມຂໍ່ານັບການນໍາພັກ, ລັດລາວ; ພົບປະສອງຝ່າຍຂັ້ນສູງລະຫວ່າງການນໍາສູນກາງຊາວໜຸ່ມສອງປະເທດ; ພົບປະກັບການນໍາແຂວງວຽງຈັນ, ລາວ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືຊາວໜຸ່ມ
ບັນຍາກາດທີ່ລາຍການຝຶກອົບຮົມ. ພາບ: thanhnien.vn

ທີ່ການຝຶກອົບຮົມ, ນັກບັນລະຍາຍໄດ້ແລກປ່ຽນຫົວເລື່ອງ ສະເພາະກັບບັນດາຜູ້ແທນ: “ແຈ້ງຂໍ້ມູນພື້ນຖານກ່ຽວກັບປະເທດ ສປປ ລາວ; ການພົວພັນຮ່ວມ ມືລະຫວ່າງສອງພັກ, ສອງລັດຫວຽດນາມ-ລາວ”; ນັກບັນລະຍາຍກໍ່ໄດ້ແລກປ່ຽນຫົວເລື່ອງສະເພາະ “ແນະນໍາກ່ຽວກັບຄະນະ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ການພົວພັນຮ່ວມມືມິດຕະພາບລະຫວ່າງ ຄະນະຊາວໜຸ່ມສອງປະເທດ...”.

ຕາມນັ້ນແລ້ວ, ໃນ 5 ປີຜ່ານມາ, ໄລຍະ 2016-2021, ພາຍໃຕ້ ການຊີ້ນໍາ, ນໍາພາຂອງສອງພັກ, ສອງລັດ, ພະນັກງານ, ຄະນະ, ຂະແໜງການ ແລະບັນດາທ້ອງຖິ່ນສອງປະເທດໄດ້ເປັນເຈົ້າການ, ຕັ້ງໜ້າ ສົມທົບກັນ ແລະຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງ, ສັນຍາ, ແຜນການ, ລາຍການ ຮ່ວມມືລະຫວ່າງສອງຝ່າຍ ຢ່າງມີປະສິດທີຜົນແລະບັນລຸໄດ້ຜົນງານແທດຈິງໃນທຸກຂົງເຂດ.

ການຮ່ວມມືລະຫວ່າງຄະນະຊາວໜຸ່ມ ແລະໄວໜຸ່ມຂອງສອງປະເທດໄດ້ຜັນຂະ ຫຍາຍໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະການນໍາຂັ້ນສູງລະຫວ່າງສູນກາງ ຊາວໜຸ່ມ, ຈັດຕັ້ງການພົບປະມິດຕະພາບຊາວໜຸ່ມຫວຽດນາມ-ລາວ ໃນແຕ່ລະປີ; ຈັດຕັ້ງພົບປະແລກປ່ຽນ, ພົບປະຊາວໜຸ່ມບັນດາແຂວງທີ່ມີຊາຍແດນຕິດຈອດກັນ ຫຼື ແຮກສ່ຽວ; ຈັດຄະນະຄົ້ນຄວ້າຕາມຫົວເລື່ອງສະເພາະ...

ກ່າວຄໍາເຫັນທີ່ການຝຶກອົບຮົມ, ສະຫາຍ ບຸ່ຍກວາງຮຸຍ ສະເໜີໃຫ້ບັນດາຜູ້ແທນ ເຊື່ອມຊຶມທັດທະນະທີ່ໄດ້ຝຶກອົບຮົມມາ, ປະຕິບັດຂໍ້ກໍານົດໃຫ້ດີເພື່ອຮັບປະກັນໃຫ້ລາຍການ ພົບປະແລກປ່ຽນດຳເນີນໄປດ້ວຍດີທີ່ສຸດ. ຜ່ານລາຍການ, ຮັບປະກັນການເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງຊາວໜຸ່ມ ສອງປະເທດ; ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງການພົວພັນທີ່ເປັນ ມູນເຊື້ອອັນດີງາມລະຫວ່າງສອງປະເທດຫວຽດນາມ-ລາວ.

ບູນມີ

ເຫດການ