ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືໃນຂົງເຂດໄອຍະການ

15:40 | 08/10/2023

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືໃນດ້ານໄອຍະການ

ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ
ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

ຕອນບ່າຍວັນທີ 5 ຕຸລາ, ຄະນະພະນັກງານ, ພະນັກງານໄອຍະກອນ, ອົງການໄອຍະການປະຊາຊົນແຫ່ງ ສປປ ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການໄອຍະການປະຊາຊົນແຂວງຈ່າວີງ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືໃນຂົງເຂດໄອຍະການ

ສະຫາຍ ຫງວຽນວັນຕູ່ງ ຫົວໜ້າອົງການໄອຍະການປະຊາຊົນແຂວງຈ່າວີງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: baotravinh.vn

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ຫງວຽນວັນຕູ່ງ ຫົວໜ້າອົງການໄອຍະການປະຊາຊົນແຂວງຈ່າວີງ ໃຫ້ຮູ້ວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີຄວາມສະໜິດຕິດພັນ, ມີວັດທະນະທຳທີ່ຄ້າຍຄືກັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ, ມີມູນເຊື້ອສະໜິດຕິດພັນກັນມາແຕ່ດົນນານ. ນໍ້າໃຈມິດຕະພາບລະຫວ່າງສອງປະເທດໂດຍປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ, ພ້ອມກັບການນຳລຸ້ນຕ່າງໆຂອງສອງປະເທດເພີ່ມພູນຄູນສ້າງ ແລະລຸ້ນຕໍ່ໆໄປ ຈະສືບຕໍ່ເພີ່ມພູນຄູນສ້າງຢ່າງແນ່ນນອນ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືໃນຂົງເຂດໄອຍະການ
ບັນຍາກາດທີ່ການເຮັດວຽກ. ພາບ: baotravinh.vn

ກ່ຽວກັບວິຊາການ, ສະຫາຍຫົວໜ້າອົງການໄອຍະການປະຊາຊົນແຂວງຈ່າວີງ ຖືວ່າ ການນຳຂະແໜງໄອຍະການປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືສາກົນຕິດພັນກັບການປະຕິບັດພາລະບົດບາດ, ໜ້າທີ່ຂອງຂະແໜງການ, ເປັນຕົ້ນແມ່ນການປະຕິບັດບັນດາໂຄງການຮ່ວມມືລະຫວ່າງອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະອົງການໄອຍະການປະຊາຊົນສູງສຸດລາວ.

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ຄຳແດງ ສີບຸນເຮືອງ, ໄອຍະກອນ, ອົງການໄອຍະການປະຊາຊົນລາວ ຕີລາຄາສູງໝາກຜົນທີ່ບັນລຸໄດ້ຂອງອົງການໄອຍະການປະຊາຊົນແຂວງຈ່າວີງ, ພ້ອມທັງປາດຖະໜາຢາກໃຫ້ສາຍພົວພັນລະຫວ່າງສອງປະເທດ, ເປັນຕົ້ນແມ່ນວຽກງານຂອງອົງການໄອຍະການສອງປະເທດ ຈະເລີນຮຸ່ງເຮືອງຕະຫຼອດໄປ. ໂອກາດນີ້, ພະນັກງານຫຼັກແຫຼ່ງຂອງສອງຝ່າຍໄດ້ມີການແລກປ່ຽນ, ແບ່ງປັນບັນຫາວິຊາການ, ທັກສະ, ປະສົບການໃນວຽກງານເຊິ່ງຂະແໜງໄອຍະການສອງປະເທດມີຄວາມສົນໃຈ.

ການໄປເຮັດວຽກໃນຄັ້ງນີ້ ໄດ້ປະກອບສ່ວນຊ່ວຍໃຫ້ພະນັກງານຫຼັກແຫຼ່ງຂອງທັງສອງຝ່າຍມີບົດຮຽນປະສົບການ, ທັກສະອັນລໍ້າຄ່າໃນວຽກງານຂອງຕົນໃນໄລຍະຈະມາເຖິງ. ພິເສດແມ່ນປະກອບສ່ວນເພີ່ມທະວີຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ ແລະສອງອົງການໄອຍະການຫວຽດນາມ ແລະລາວ...

ບູນມີ

302 Found

Found

The document has moved here.