ທ່ານ ຫງວຽນດັກວິງ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ອາຍຸການ 2023-2028.

01:40 | 12/10/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 9 ຕຸລາ, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ອາຍຸ​ການ 2023-2028. ທ່ານ ​ເຈີ່ນແທັງເມີນ ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳກອງ​ປະຊຸມ. ທ່ານ ຫງວຽນດັກວິງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ກຳມາທິການ​ວັດທະນະທຳ ​ແລະ ການ​ສຶກສາ​ສະພາ​ແຫ່ງ​ຊາດ ​ ໄດ້​ຮັບການເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ໄລຍະ​ທີ V, ອາຍຸ​ການ 2023-2028.

ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023 ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໃນປີ 2023
ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ​ເຈີ່ນ​ວັນ​ຕູຍ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ໃຫ້​ຮູ້​ວ່າ: ​ໄລຍະ​ຜ່ານ​ມາ ​ໄດ້ເຫັນປະຈັກຕາຫຼາຍເຫດການ​ສຳຄັນ​ຂອງ​ການ​ພົວພັນ ຫວຽດນາມ - ລາວ: 55 ປີ, 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ; 40 ປີ ​ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື. ປີ 2017 ແລະ 2022 ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ປີ​ນ້ຳ​ໃຈ​ສາ​ມັກ​ຄີ ແລະ ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ.

ທ່ານ ຫງວຽນດັກວິງ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ອາຍຸການ 2023-2028.
ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທັງເມີນ

​ໃນ​ສະພາບ​ການ​ນັ້ນ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍ ​ແລະ ອຸດົມສົມບູນ, ປະກອບສ່ວນ​ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ​ໃນ​ນັ້ນ, ຈຸດ​ພົ້ນ​ເດັ່ນ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ຢ່າງ​ກວ້າງ​ຂວາງ, ບັນດາ​ການ​ເຄື່ອນ​ໄຫວ​ດ້ວຍ​ຫົວ​ຂໍ້ “​ເດີນ​ຕາມ​ຮອຍ​ຜູ້​ນຳ”, “ກັບ​ຄືນ​ສູ່​ກົກເຄົ້າເຫງົ້າກໍ”, ບັນດາ​ການ​ເຄື່ອນ​ໄຫວມຸ່ງໄປເຖິງລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ, ປັບປຸງ ແລະ ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ...

ທ່ານກໍ່​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ແທນ ​ເຕົ້າໂຮມ​ກຳລັງ​ສະຕິ​ປັນຍາ, ຄົ້ນ​ຄ້ວາ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ບັນດາ​ເອກະສານ​ທີ່​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ, ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ດ້ວຍ​ຈຳນວນທີ່​ພຽງພໍ ​ແລະ ມີ​ຄຸນ​ນະພາ​ບດີ ​ເພື່ອ​ນຳ​ໜ້າ​ວຽກ​ງານ​ຂອງ​ສະມາຄົມ​ໃນ​ໄລຍະ​ຕໍ່​ໄປ.

ຕາມທ່ານ​​ປະທານ​ສະມາຄົມ​ມິດຕະພາບ ​ລາວ-ຫວຽດນາມ ບໍ່ວຽງ​ຄຳ ວົງ​ດາລາ ​ແລ້ວ, ​ໃນ​ອາຍຸການ 2014-2023, ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ໄດ້​ພັດທະນາ​ສະມາຄົມ​ຢ່າງ​ກວ້າງຂວາງ ​ໂດຍ​ການເຜີຍແຜ່ມູນເຊື້ອ​ຂອງ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ລາວ, ​ໂດຍ​ສະ​ເພາະ​ແມ່ນ​ໃຫ້ແກ່ລຸ້ນໜຸ່ມ.

ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ໄດ້​ສົມທົບ​ກັບ​ສະມາຄົມ​ມິດຕະພາບ ​ລາວ - ຫວຽດນາມ ຈັດ​ຕັ້ງ​ຫຼາຍ​ລາຍການ, ​ເຄື່ອນ​ໄຫວ​ດ້ວຍ​​ຮູບ​ການ ​ແລະ ​ຮູບແບບ​ທີ່​ຫຼາກຫຼາຍ, ມີ​ເນື້ອ​ໃນທີ່​ເລິກ​ເຊິ່ງ, ພິ​ເສດ​ແມ່ນ​ລາຍການ​ງານມະໂຫລານມິດຕະພາບ​ປະຊາຊົນ ​ຫວຽດນາມ - ລາວ. ຜ່ານບັນດາ​ການ​ເຄື່ອນ​ໄຫວ, 2 ສະມາຄົມ​ໄດ້​ເຜີຍ​ແຜ່ ​ແລະ ສຶກສາໃຫ້ປະຊາຊົນ​ສອງ​ປະ​ເທດ​ໃຫ້​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ເຖິງ​ສາຍ​ພົວພັນ​ມິດຕະພາບລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ອັນ​ບໍລິສຸດ​ຜຸດຜ່ອງ, ຊື່​ສັດ ​ແລະ ຫາ​ຍາກ​​ໃນ​ໂລກ.

ທ່ານ ຫງວຽນດັກວິງ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ອາຍຸການ 2023-2028.

ທ່ານ ຟານ​ແອງ​ເຊີນ (ຜູ້ທີ​ສອງຈາກ​ຂວາມື), ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ມອບ​ທຸງ​ທີ່​ລະນຶກ​ໃຫ້​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ.

​ໂດຍໄດ້ຮອງຮັບ​ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ສຳຄັນ​ທີ່​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທັງເມີນ ຖື​ວ່າ: ​ໃນ​ສະພາບ​ການ​ທີ່​ສັບສົນ​ຂອງ​ໂລກ​ປະຈຸ​ບັນ, ​ການທູດ​ປະຊາຊົນແມ່ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ທີ່ຮອບດ້ານ ​ແລະ ທັນ​ສະ​ໄໝ, ສະນັ້ນຕ້ອງການ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ກໍ່ສ້າງ ​ແລະ ຮັດ​ແໜ້ນ​ພື້ນຖານ​ມິດຕະພາບ ​ແລະ ​ພື້ນຖານສັງຄົມ. ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ໃນ​ຂະ​ບວນການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທັງເມີນ ສະ​ເໜີ​ວ່າ ​ໃນ​ໄລຍະ​ໃໝ່, ສະມາຄົມຈົ່ງ​ສືບ​ຕໍ່ເຊື່ອມຊຶມ ​ແລະ ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ຂອງ​ສອງ​ພັກ ​ແລະ ລັດຫວຽດນາມ - ລາວ, ນຳ​ໃຊ້​ຫົວຄິດ​ປະດິດ​ສ້າງຢ່າງມີໄຫວພິບ, ມີຮູບແບບ ແລະ ວິທີການທີ່ເຫມາະສົມ; ຍູ້​ແຮງ​ການ​ສຶກສາ ​ແລະ ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ໃຫ້ແກ່ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ ​.

ຕາມ​ບົດ​ລາຍ​ງານ​ຂອງ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ, ​ໃນອາຍຸການ 2023-2028, ທຸກ​ຂັ້ນ​ຂອງ​ສະມາຄົມ​ໃນ​ທົ່ວ​ປະ​ເທດ​ ຈະ​ສຸມ​ໃສ່​ຊຸກຍູ້​ວຽກ​ງານ​ໂຄສະນາ​ສຶກສາ​ຂອງໝູ່​ມະຫາຊົນປະຊາຊົນ, ພິ​ເສດ​ແມ່ນໃຫ້​ແກ່​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ. ສືບ​ຕໍ່​ສ້າງ​ຮູບ​ແບບ​ການ​ປະ​ຕິ​ບັດ​ແບບ​ໃໝ່​ທີ່​ອຸ​ດົມ​ສົມ​ບູນ, ມີ​ຄວາມ​ຫຼາກ​ຫຼາຍ ແລະ​ ນັບ​ມື້​ນັບ​ແທດ​ຈິງ. ຄົ້ນ​ຄ້​ວາ​ຂໍ້​ມູນ​ຂ່າວ​ສານ ແລະ ໂຄ​ສະ​ນາ​ເວັບ​ໄຊ​ພາ​ສາ​ລາວຂອງ​ວາ​ລະ​ສານຍຸກສະໄໝ ພາຍ​ໃຕ້ການຊີ້ນຳຂອງ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ.

​ໂດຍຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ​ວັນ​ບຸນ​ສຳຄັນ​ຂອງ​ລາວ ​ແລະ ບັນດາ​ເຫດການ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດເປັນ​ຢ່າງ​ດີ​, ພິ​ເສດ​ແມ່ນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ ຄົບຮອບ 50 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ; ຈັດ​ຕັ້ງງານສມະໂຫລານມິດຕະພາບປະຊາຊົນ​ ​ຫວຽດ​ນາມ - ລາວ ຄັ້ງ​ທີ 6 ຢູ່ລາວໃນປີ 2027.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.