ສາຍພົວພັນມິດຕະພາບ ຫວຽດນາມ-ລາວ ທີ່ອົບອຸ່ນ

11:14 | 10/10/2023

ສາຍພົວພັນມິດຕະພາບ ຫວຽດນາມ-ລາວ ທີ່ອົບອຸ່ນ

ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ
ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ ກອນຕູມ ແລະ ອັດຕະປື ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ ກັບຄືນເມືອປະເທດ

ໂດຍແມ່ນເມືອງທີ່ຕັ້ງຢູ່ປະຕູທາງທິດຕາເວັນຕົກ ຂອງແຂວງແທັງຮວ໊າ, ມີເສັ້ນຊາຍແດນຕິດຈອດກັບສອງເມືອງຂອງແຂວງຫົວພັນ, ປະເທດລາວ ຍາວ 64 ກິໂລແມັດ; ເມືອງກວານເຊີນ (ແຂວງແທັງຮວ໊າ) ຍາມໃດກໍ່ຖືເປັນສຳຄັນຕໍ່ວຽກງານການທູດ ແລະການຮ່ວມມືພ້ອມກັນພັດທະນາ, ຜ່ານນັ້ນປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ສ້າງເງື່ອນໄຂພັດທະນາເສດຖະກິດ - ສັງຄົມ, ສ້າງເສັ້ນຊາຍແດນສັນຕິພາບ ແລະມິດຕະພາບ.

ໃນຊຸມປີມໍ່ໆມານີ້, ພາຍໃຕ້ການກຳນົດທິດທີ່ຖືກຕ້ອງ ແລະນະໂຍບາຍການຕ່າງປະເທດຂອງພັກ ແລະລັດ; ການພົວພັນລະຫວ່າງເມືອງ ກວານເຊີນ (ແຂວງແທັງຮວ໊າ) ກັບເມືອງວຽງໄຊ ແລະເມືອງຊຳໃຕ້ (ແຂວງຫົວພັນ, ປະເທດລາວ) ຍາມໃດກໍ່ໄດ້ຮັບການຮັກສາ ແລະພັດທະນາ.

ບົນພື້ນຖານຂໍ້ຕົກລົງ ແລະຄຳໝັ້ນສັນຍາທີ່ໄດ້ລົງນາມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈັດຕັ້ງການຢ້ຽມຢາມ, ແລກປ່ຽນວຽກງານ, ບົດຮຽນ ແລະ ຮ່ວມມືຮອບດ້ານໃນທຸກດ້ານ. ຜ່ານນັ້ນເພີ່ມທະວີນໍ້າໃຈມິດຕະພາບ ແລະສ້າງເງື່ອນໄຂພັດທະນາເສດຖະກິດ - ສັງຄົມ; ພ້ອມກັນນັ້ນ ຮັບປະກັນໃຫ້ເຂດຊາຍແດນພັດທະນາຢ່າງໝັ້ນຄົງ ແລະສັນຕິພາບ.

ສາຍພົວພັນມິດຕະພາບ ຫວຽດນາມ-ລາວ ທີ່ອົບອຸ່ນ

ການນໍາເມືອງກວານເຊີນ ແລະເມືອງວຽງໄຊ ລົງນາມໃນຂໍ້ຕົກລົງຮ່ວມມືໃນຫຼາຍດ້ານ. ພາບ: congly.vn

ໃນໂອກາດບຸນປີໃໝ່ປະຈຳຊາດຂອງແຕ່ລະປະເທດ, ສອງຝ່າຍຈະຈັດສົ່ງຄະນະຜູ້ແທນໄປຢ້ຽມຢາມ ແລະອວຍພອນປີໃໝ່ເຊິ່ງກັນ ແລະ ກັນ. ແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ເມືອງກວານເຊີນ ໄດ້ຈັດຕັ້ງ 2 ຄະນະໄປມອບຂອງຂວັນ ແລະອວຍພອນປີໃໝ່ໃນໂອກາດບຸນປີໃໝ່ລາວ ຢູ່ເມືອງຊຳໃຕ້ ແລະ ເມືອງວຽງໄຊ.

ສອງຝ່າຍຍາມໃດກໍ່ປະຕິບັດວຽກງານໂຄສະນາອົບຮົມໃຫ້ແກ່ພະນັກງານ, ສະມາຊິກພັກ ແລະປະຊາຊົນ; ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໃຫ້ມີຄວາມເຂົ້າໃຈກ່ຽວກັບມູນເຊື້ອ ແລະສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຂອງສອງຊາດ. ນອກຈາກນັ້ນ, ຍັງໄດ້ຊີ້ນໍາບັນດາກໍາລັງກ່ຽວຂ້ອງ, ກຸ່ມບ້ານ, ຕາແສງສົມທົບກັນ, ຮັກສາການແລກປ່ຽນວຽກງານເປັນປະຈໍາ, ປະຕິບັດບັນດາຄໍາໝັ້ນສັນຍາໃນການຄຸ້ມຄອງ, ປົກປັກຮັກສາປ່າ, ການປ້ອງກັນ, ຕ້ານອັກຄີໄພຢູ່ເຂດຊາຍແດນ; ສະກັດກັ້ນການຖາງປ່າ, ຈູດປ່າເພື່ອປູກຝັງ, ການຂຸດຄົ້ນເຄື່ອງປ່າຂອງດົງ, ການລ່າສັດ, ການຂົນສົ່ງສັດປ່າຜິດກົດໝາຍ. ແຕ່ລະປີ, ຂະແໜງສາທາລະນະສຸກເມືອງກວານເຊີນ ໄດ້ຈັດການກວດ, ປິ່ນປົວພະຍາດ ໃຫ້ແກ່ປະຊາຊົນລາວນັບຮ້ອຍເທື່ອຄົນ; ສອງຝ່າຍໄດ້ຈັດຕັ້ງການພົບປະແລກປ່ຽນ, ຖອນຖອນບົດຮຽນ, ໜູນຊ່ວຍ ແລະສ້າງເງື່ອນໄຂໃຫ້ແກ່ປະຊາຊົນເມືອງວຽງໄຊ ແລະ ເມືອງຊຳໃຕ້ ມາກວດ ແລະປິ່ນປົວພະຍາດຢູ່ໂຮງໝໍເມືອງກວານເຊີນ.

ສາຍພົວພັນມິດຕະພາບ ຫວຽດນາມ-ລາວ ທີ່ອົບອຸ່ນ
ເມືອງກວານເຊີນ ໜູນຊ່ວຍເມືອງວຽງໄຊ ຜັນຂະຫຍາຍຮູບແບບການປູກເຂົ້ານາແຊງ ດ້ວຍເນື້ອທີ່ 60 ເຮັກຕາ ຢູ່ 12 ບ້ານ. ພາບ: congly.vn

ເພື່ອຮ່ວມມືພ້ອມກັນພັດທະນາທາງດ້ານເສດຖະກິດ, ສັງຄົມ, ເມືອງກວານເຊີນ ແລະເມືອງວຽງໄຊ, ເມືອງຊຳໃຕ້ ຍາມໃດກໍ່ສົ່ງເສີມ ແລະສ້າງເງື່ອນໄຂໃຫ້ບັນດາອົງການ, ສ່ວນບຸກຄົນ ແລະວິສາຫະກິດຂອງສອງຝ່າຍ ເຂົ້າມາລົງທຶນ, ດຳເນີນທຸລະກິດ, ທຳການຜະລິດ; ສ້າງເງື່ອນໄຂໃຫ້ປະຊາຊົນສອງຝ່າຍ ໄດ້ແລກປ່ຽນສິນຄ້ານຳກັນ.

ຕາມການສະຖິຕິແລ້ວ, ໃນ 9 ເດືອນຕົ້ນປີ 2023, ຈຳນວນໃບແຈ້ງການພາສີຜ່ານດ່ານມີເກືອບ 1.500 ໃບ, ຈຳນວນພາຫະນະເຂົ້າ-ອອກເມືອງແມ່ນ 5.538 ຄັນ ແລະ ມີຜູ້ເຂົ້າ-ອອກເມືອງເກືອບ 20 ພັນເທື່ອຄົນ. ປີ 2022, ເມືອງກວານເຊີນ ໄດ້ໜູນຊ່ວຍເມືອງຊຳໃຕ້ ກໍ່ສ້າງສໍານັກງານ, ອົງການ ດ້ວຍຈຳນວນເງິນ 500 ລ້ານດົ່ງ; ໜູນຊ່ວຍພະນັກງານຂອງເມືອງຊຳໃຕ້ 3 ຄົນ ໄປບໍາລຸງທິດສະດີການເມືອງຊັ້ນກາງຢູ່ແຂວງ ແທັງຮວາ; ໜູນຊ່ວຍເມືອງວຽງໄຊ ກໍ່ສ້າງໂຮງຮຽນອະນຸບານບ້ານນາໄກ ດ້ວຍເງິນຈໍານວນ 1,3 ຕື້ດົ່ງ; ໜູນຊ່ວຍເບ້ຍໄມ້ກິນໝາກ ແລະເຕັກນິກການບົວລະບັດຕົ້ນໄມ້ກິນໝາກ 1 ເຮັກຕາ ດ້ວຍມູນຄ່າ 400 ລ້ານດົ່ງ ໃຫ້ທ້ອງຖິ່ນຂອງປະເທດເພື່ອນລາວ.

ຕາມແຜນການໄລຍະ 2023-2025, ເມືອງກວານເຊີນ ຈະໜູນຊ່ວຍງົບປະມານໃຫ້ບັນດາເມືອງຂອງລາວ 1,5 ຕື້ດົ່ງ. ໃນປີ 2024 ແລະ 2025, ແຕ່ລະປີຈະໜູນຊ່ວຍ 500 ລ້ານດົ່ງໃຫ້ເມືອງວຽງໄຊ ແລະ ເມືອງຊຳໃຕ້ ລົງທຶນພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ເມື່ອແລກປ່ຽນກັບນັກຂ່າວ, ທ່ານ ຮ່າຊວນແທ່ັງ, ຮອງເລຂາຜູ້ປະຈໍາການຄະນະພັກເມືອງກວານເຊີນ ໃຫ້ຮູ້ວ່າ: ເມືອງ ກວານເຊີນ ແມ່ນທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັບເມືອງວຽງໄຊ ແລະ ເມືອງຊຳໃຕ້ , ຮີດຄອງປະເພນີຂອງສອງຝ່າຍກໍ່ມີຫຼາຍຈຸດຄ້າຍຄືກັນ ແລະມີສາຍພົວພັນມິດຕະພາບມາແຕ່ດົນນານ.

ທ່ານ ຮ່າຊວນແທ່ັງ ແບ່ງປັນຕື່ມອີກວ່າ: “ໃນໄລຍະຈະມາເຖິງ, ເພື່ອປະຕິບັດຂໍ້ຕົກລົງຮ່ວມມືໃຫ້ດີກ່ວາອີກ, ສອງຝ່າຍຈະສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ແກ່ພະນັກງານ, ສະມາຊິກພັກ ແລະປະຊາຊົນສອງປະເທດໃຫ້ມີຄວາມເຂົ້າໃຈກ່ຽວກັບມູນເຊື້ອ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ. ພິເສດແມ່ນສອງຝ່າຍຈະສົມທົບກັນປົກປັກຮັກສາຄວາມສະຫງົບ, ຄວາມໝັ້ນຄົງຢູ່ເຂດຊາຍແດນລະຫວ່າງສອງປະເທດຄື: ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ບໍ່ລະເມີດເສັ້ນຊາຍແດນ, ຫຼັກໝາຍຊາຍແດນ..., ພ້ອມກັນນັ້ນ ກໍ່ສະໜັບສະໜູນເຊິ່ງກັນ ແລະກັນເພື່ອພັດທະນາເສດຖະກິດ”.

ບູນມີ

302 Found

Found

The document has moved here.