ນໍາການຮ່ວມມືລະຫວ່າງຮ່າໂນ້ຍ-ວຽງຈັນ ກາຍເປັນແບບຢ່າງໃນສາຍພົວພັນລະຫວ່າງທ້ອງຖິ່ນຫວຽດນາມ-ລາວ

00:57 | 06/10/2023

ນໍາການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ ໃຫ້ກາຍເປັນແບບຢ່າງໃນສາຍພົວພັນລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ແລະ ລາວ

ງານຕະຫຼາດນັດຂອງຂວັນຫັດຖະກຳສາກົນຮ່າໂນ້ຍ 2023: ຂົວຕໍ່ໃຫ້ບັນດາວິສາຫະກິດຜະລິດເຄື່ອງຫັດຖະກຳເຊື່ອມຕໍ່ທຸລະກິດ ງານຕະຫຼາດນັດຂອງຂວັນຫັດຖະກຳສາກົນຮ່າໂນ້ຍ 2023: ຂົວຕໍ່ໃຫ້ບັນດາວິສາຫະກິດຜະລິດເຄື່ອງຫັດຖະກຳເຊື່ອມຕໍ່ທຸລະກິດ
ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ

ຕອນບ່າຍວັນທີ 4 ຕຸລາ, ຢູ່ຮ່າໂນ້ຍ, ສະຫາຍ ດິງຕ໊ຽນຢູງ ເລຂາພັກນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ລາວ) ນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.

ກ່າວຄຳເຫັນທີ່ການຕ້ອນຮັບ, ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງແຂງ ແຮງຂອງນະຄອນຫຼວງຮ່າໂນ້ຍ ໃນໄລຍະມໍ່ໆມານີ້. ສ່ວນສະຫາຍ ດິງຕ໊ຽນຢູງ ກໍ່ສະເໜີວ່າ, ໄປຄຽງຄູ່ກັບການສະຫຼຸບການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງນະຄອນຫຼວງ ໃນໄລຍະຜ່ານມາ, ສອງຝ່າຍຄວນກະຕຸກຊຸກຍູ້ ບັນດາເມືອງຂອງສອງນະຄອນຫຼວງສືບຕໍ່ຜັນຂະຫຍາຍການຮ່ວມມືຢ່າງແໜ້ນແຟ້ນເພື່ອບັນລຸປະສິດທິຜົນສູງກວ່າເກົ່າ.

ສະຫາຍ ດິງຕ໊ຽນຢູງ ໃຫ້ຮູ້ວ່າ ພັກ, ລັດ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ ສະໜັບສະໜູນຝ່າຍລາວດຳລົງຕຳແໜ່ງປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສຳເລັດ. ພ້ອມກັນນັ້ນ, ນະຄອນຫຼວງຮ່າໂນ້ຍ ກໍ່ຈະຕອບສະໜອງ ແລະສົມທົບກັບຝ່າບລາວ ເພື່ອຈັດຕັ້ງປີທ່ອງທ່ຽວ 2024 ໃຫ້ປະສົບຜົນສໍາເລັດ...

ນໍາການຮ່ວມມືລະຫວ່າງຮ່າໂນ້ຍ-ວຽງຈັນ ກາຍເປັນແບບຢ່າງໃນສາຍພົວພັນລະຫວ່າງທ້ອງຖິ່ນຫວຽດນາມ-ລາວ

ສະຫາຍ ດິງຕ໊ຽນຢູງ ເລຂາພັກນະຄອນຮ່າໂນ້ຍ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ລາວ). ພາບ: TTXVN

ຕອນບ່າຍວັນທີ 4 ຕຸລາ, ສະຫາຍ ເຈິ່ນຊີ໊ແທັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ມີການພົບປະກັບສະຫາຍ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ (ລາວ) ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຮ່າໂນ້ຍ.

ທີ່ການພົບປະ, ສະຫາຍ ເຈິ່ນຊີ໊ແທັງ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ສອງປະເທດ ແລະສອງນະຄອນຫຼວງໄດ້ມີການແລກປ່ຽນ ແລະ ຮ່ວມມືເປັນປະຈຳ ໂດຍຜ່ານການເຄື່ອນໄຫວໃນທຸກຂົງເຂດ, ທຸກຂັ້ນ, ຕາມທິດມີປະສິດທິຜົນ ແລະ ແທດຈິງ. ເຖິງຢ່າງໃດກໍຕາມ, ປະຈຸບັນ, ສອງຝ່າຍຍັງມີບາງຂົງເຂດທີ່ຍັງບໍ່ທັນໄດ້ຄົ້ນຄວ້າ ແລະ ແລກປ່ຽນຢ່າງລະອຽດຄື: ການຫັນເປັນດີຈິີຕອນ, ອໍານາດການປົກຄອງເອເລັກໂຕນິກ, ການຄຸ້ມຄອງເຄືອຂ່າຍອິນເຕີແນັດ ແລະການປ້ອງກັນຕ້ານອາດຊະຍາກຳທາງອິນເຕີແນັດ. ສະນັ້ນ, ສອງຝ່າຍຄວນເພີ່ມທະວີການຮ່ວມມືໃນຂົງເຂດທີ່ກ່າວມາຂ້າງເທິງນັ້ນ.

ກ່ຽວກັບການຮ່ວມມືສອງຝ່າຍ ໃນໄລຍະຈະມາເຖິງ, ສະຫາຍ ເຈິ່ນຊີ໊ແທັງ ຢາກພ້ອມກັບສະຫາຍ ເຈົ້າຄອງນະຄອນຫຼວງວຽງຈັນ ເຫັນດີເປັນເອກະພາບຕາມຫຼັກການກ່ຽວກັບຮູບການສົມທົບກັນລະຫວ່າງບັນດາພະແນກ, ຄະນະ, ຂະແໜງການ ເພື່ອຍົກສູງກຳລັງຄວາມສາມາດໃນບາງຂົງເຂດເຕັກໂນໂລຢີໃໝ່, ປະກອບສ່ວນເຂົ້າໃນການພົວພັນສອງຝ່າຍລະຫວ່າງສອງປະເທດ ຢ່າງແທດຈິງ.

ສະຫາຍ ອາດສະພັງທອງ ສີພັນດອນ ເຫັນດີເປັນເອກະພາບຕໍ່ການ ຕີລາຄາສະພາບການຮ່ວມມືລະຫວ່າງ ສອງນະຄອນຫຼວງ ແລະ ສອງປະເທດ. ໃນຂອບເຂດການຮ່ວມມືລະຫວ່າງສອງນະຄອນຫຼວງ, ສະຫາຍ ອາດສະພັງທອງ ສີພັນດອນ ສະເໜີໃຫ້ຊຸກຍູ້ການເຄື່ອນໄຫວຮ່ວມມືກໍ່ສ້າງລະບົບການເມືອງປະຊາທິປະໄຕຢູ່ຂັ້ນເມືອງ; ສະຫາຍ ອາດສະພັງທອງ ສີພັນດອນ ໃຫ້ຮູ້ວ່າ ນະຄອນຫຼວງວຽງຈັນ ມີນະໂຍບາຍທົດລອງການເປັນເຈົ້າຕົນເອງດ້ານເສດຖະກິດຢູ່ບາງທ້ອງຖິ່ນ ໃນປີ 2024 ແລະຈະທະວີຄູນຮູບແບບການທົດລອງນີ້ໃນ 4/9 ເມືອງ.

ສະຫາຍ ອາດສະພັງທອງ ສີພັນດອນ ປາດຖະໜາວ່າ ສອງຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ຜ່ານນັ້ນກາຍເປັນການພົວພັນຮ່ວມມືຮອບດ້ານ, ນັບມື້ນັບ ພັດທະນາລະຫວ່າງສອງນະຄອນຫຼວງ.

ບູນມີ

ເຫດການ
302 Found

Found

The document has moved here.