ຫວຽດນາມ-ລາວ-ກໍາປູເຈຍ ລົງສຳຫຼວດພູມີປະເທດຕົວຈິງຢູ່ເຂດສາມຫຼ່ຽມພັດທະນາ

01:35 | 25/10/2023

ຫວຽດນາມ-ລາວ-ກໍາປູເຈຍ ລົງສຳຫຼວດພູມີປະເທດຕົວຈິງຢູ່ເຂດສາມຫຼ່ຽມພັດທະນາ

ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ ກອງ K53 ແຂວງກອນຕຸມ ຫວຽດນາມ ຈັດພິທີສົ່ງພະນັກງານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກໍາປູເຈຍ
ຫວຽດນາມ, ລາວ ແລະ ກໍາປູເຈຍ ຕົກລົງເຫັນດີກ່ຽວກັບແຜນການລາຍລະອຽດເພື່ອເຊື່ອມໂຍງ ພື້ນຖານເສດຖະກິດສາມປະເທດ ຫວຽດນາມ, ລາວ ແລະ ກໍາປູເຈຍ ຕົກລົງເຫັນດີກ່ຽວກັບແຜນການລາຍລະອຽດເພື່ອເຊື່ອມໂຍງ ພື້ນຖານເສດຖະກິດສາມປະເທດ

ວັນທີ 17 ຕຸລາ, ຄະນະສະມາຊິກສະພາແຫ່ງຊາດສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ ໄດ້ລົງສໍາຫຼວດພູມີປະເທດຕົວຈິງ ຢູ່ເຂດສາມຫຼ່ຽມພັດທະນາຂອງບັນດາແຂວງຕິດກັບ ຊາຍແດນຂຶ້ນກັບ 3 ປະເທດ.

ຫວຽດນາມ-ລາວ-ກໍາປູເຈຍ ລົງສຳຫຼວດພູມີປະເທດຕົວຈິງຢູ່ເຂດສາມຫຼ່ຽມພັດທະນາ

ທ່ານ ຫວູຫາຍຮ່າ ປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດຫວຽດນາມ ພ້ອມກັບການນຳຄະນະສະມາຊິກສະພາແຫ່ງຊາດກຳປູເຈຍ ແລະລາວ ປູກຕົ້ນໄມ້ຢູ່ຫຼັກໝາຍສາມແຍກຊາຍແດນ. ພາບ: daibieunhandan.vn

ຕາມນັ້ນແລ້ວ, ລາຍການໄດ້ດຳເນີນແຕ່ວັນທີ 17-21 ຕຸລາ ຢູ່ບັນດາແຂວງ: ຢາລາຍ, ກອນຕຸມ (ຫວຽດນາມ), Ratanakiri, Stung Treng (ກຳປູເຈຍ), ຈໍາປາສັກ (ລາວ). ຄະນະສະມາຊິກສະພາແຫ່ງຊາດສາມປະເທດ ໄດ້ດຳເນີນການສຳຫຼວດ ຢູ່ເຂດຫຼັກໝາຍຊາຍແດນຢູ່ດ່ານຊາຍແດນ ເບີ່ອີ, ເມືອງ ຫງອກໂຮ່ຍ, ແຂວງ ກອນຕຸມ.

ທີ່ການສຳຫຼວດ, ທ່ານ ຫວູຫາຍຮ່າ ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ຢືນຢັນຄວາມສຳຄັນຂອງການພັດທະນາການຮ່ວມມື CLV, ສ້າງການເຊື່ອມຕໍ່ຢ່າງຮອບດ້ານ, ການພັດທະນາເສດຖະກິດຢູ່ເຂດສາມຫຼ່ຽມພັດທະນາ ແລະມຸ່ງໄປເຖິງເປົ້າໝາຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນເຂດ.

ຢູ່ທີ່ນີ້, ການນຳບັນດາຄະນະ ໄດ້ເຂົ້າຮ່ວມການປູກຕົ້ນໄມ້ກ່ອນທີ່ຈະໄປນະຄອນ Pleiku (ແຂວງຢາລາຍ) ເພື່ອຢ້ຽມຢາມໂຄງການລົງທຶນຈາກຕ່າງປະເທດ ທີ່ພວມເຄື່ອນໄຫວຢ່າງມີປະສິດທິຜົນຢູ່ທ້ອງຖິ່ນນີ້.

ຄາດວ່າໃນ ວັນທີ 18 ຕຸລາ, ຄະນະສະມາຊິກສະພາແຫ່ງຊາດສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ ຈະມີການເຮັດວຽກຮ່ວມກັບບັນດາແຂວງໃນເຂດສາມຫຼ່ຽມພັດທະນາຂອງຫວຽດນາມ ລວມມີ: ແຂວງ ຢາລາຍ, ກອນຕຸມ, ດັກລັກ, ດັກນົງ, ບິ່ງເຟືອກ… ເພື່ອຮັບຟັງແນວຄວາມຄິດໃນການຮ່ວມມືພັດທະນາ ກໍ່ຄືຄໍາສະເໜີແນະເພື່ອໃຫ້ວິວັດການຮ່ວມມືລະຫວ່າງສາມປະເທດເຂົ້້າສູ່ລວງເລິກກວ່າອີກ.

ບູນມີ

ເຫດການ
302 Found

Found

The document has moved here.