ຫວຽດນາມ-ລາວ ເພີ່ມທະສີຫານຮ່ວມມືດ້ານການທະຫານ

19:46 | 09/10/2023

ຫວຽດນາມ-ລາວ ເພີ່ມທະສີຫານຮ່ວມມືດ້ານການທະຫານ

ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ
“​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ “​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ

ຫວ່າງແລ້ວນີ້, ທີ່ກອງບັນຊາການທະຫານແຂວງລາຍເຈົາ (ຫວຽດນາມ) ໄດ້ດໍາເນີນກອງປະຊຸມປະຈຳປີ 2023 ລະຫວ່າງກອງບັນຊາການທະຫານແຂວງລາຍເຈົາ ກັບກອງບັນຊາການທະຫານແຂວງອຸດົມໄຊ (ລາວ).

ຫວຽດນາມ-ລາວ ເພີ່ມທະສີຫານຮ່ວມມືດ້ານການທະຫານ

ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ທີ່ກອງປະຊຸມ, ໃນບັນຍາກາດອັນສະໜິດສະໜົມ, ຄວາມສາມັກຄີມິດຕະພາບ, ສອງຝ່າຍໄດ້ແລກປ່ຽນໝາກຜົນທີ່ພົ້ນເດັ່ນກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງສອງຝ່າຍໃນໄລຍະຜ່ານມາ. ພ້ອມກັນນັ້ນກໍ່ເຫັນດີເປັນເອກະພາບ ແລະຕີລາຄາຜົນການຮ່ວມມືດ້ານການທູດປ້ອງກັນຊາດຕາມບົດບັນທຶກຊ່ວຍຈຳປີ 2023 ທີ່ສອງກົມກອງໄດ້ລົງນາມ.

ໃນໄລຍະຜ່ານມາ, ກອງບັນຊາການທະຫານແຂວງລາຍເຈົາ ແລະກອງບັນຊາການທະຫານແຂວງອຸດົມໄຊ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນຂໍ້ມູນຂ່າວສານ ແລະຈັດຕັ້ງກອງປະຊຸມແລກປ່ຽນວຽກງານເປັນປະຈຳໄລຍະ ເພື່ອແນໃສ່ເປັນເຈົ້າການໃນການເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ໃນການກໍ່ສ້າງຮາກຖານການເມືອງ, ກໍ່ສ້າງກຳລັງປະກອບອາວຸດ, ກໍ່ສ້າງເຂດປ້ອງກັນ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການແລກປ່ຽນບົດຮຽນປະສົບການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ; ຕັ້ງໜ້າໂຄສະນາເຜີຍແຜ່ ແລະເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຢ່າງມີປະສິດທິຜົນ, ເລິກເຊິ່ງກວ້າງຂວາງ, ປະກອບສ່ວນກໍ່ສ້າງ ແລະປັບປຸງຄວາມສາມັກຄີ “ມິດຕະພາບ, ການຮ່ວມມື ແລະ ພ້ອມກັນພັດທະນາ”.

ເພື່ອສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ ແລະພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະແຂວງ, ສອງຝ່າຍໄດ້ເນັ້ນໜັກເຖິງການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນໃນການກໍ່ສ້າງກຳລັງປະກອບອາວຸດຂອງແຂວງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ; ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນແຂວງ ລາຍເຈົາ ແລະແຂວງອຸດົມໄຊ ກ່ຽວກັບມູນເຊື້ອສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ທີ່ກອງປະຊຸມ, ກອງບັນຊາການທະຫານແຂວງລາຍເຈົາ ແລະ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳປີ 2024.

ບູນມີ

ເຫດການ
302 Found

Found

The document has moved here.