ເຊີດຊູຜູ້ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບຫວຽດນາມ - ລາວ

07:00 | 27/09/2023

ວັນທີ 26 ກັນຍາ, ກະຊວງປ້ອງກັນປະເທດລາວ ໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ 1 ໃຫ້ແກ່ ສະຫາຍ ພົນຈັດຕະວາ ຮວ່າງເທ້ທ້ຽນ ທີ່ໄດ້ມີຜົນງານປະກອບສ່ວນເຂົ້າໃນການປະຕິວັດລາວ, ປະກອບສ່ວນເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງ ກອງທັບສອງປະເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ຫວຽດນາມ ​ແລະ ລາວ ​ໃນ​ການ​ຕໍ່ສູ້​ຕ້ານ​ສັດຕູ​ຕົວດຽວກັນ.

ການ​ຮ່ວມ​ມື​ວຽກງານ​ປ້ອງ​ກັນ​ຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນຂອງ​ການ​ພົວພັນ​ ຫວຽດນາມ - ລາວ ການ​ຮ່ວມ​ມື​ວຽກງານ​ປ້ອງ​ກັນ​ຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນຂອງ​ການ​ພົວພັນ​ ຫວຽດນາມ - ລາວ
ການພົວພັນ ລາວ-ຫວຽດນາມ ຈະຫັນໄປສູ່ໜ້າປະຫວັດສາດໃໝ່ທີ່ສວຍສົດງົດງາມ, ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ ການພົວພັນ ລາວ-ຫວຽດນາມ ຈະຫັນໄປສູ່ໜ້າປະຫວັດສາດໃໝ່ທີ່ສວຍສົດງົດງາມ, ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ

ສະຫາຍ ພົນຈັດຕະວາ ຮວ່າງເທ້ທ້ຽນ (1922 - 1995) ອະດີດກໍາມະການສໍາຮອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ IV, ຫົວໜ້າຄະນະ B.68 ສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ກຳມະການການເມືອງ - ເລຂາຄະນະພັກ ກອງບັນຊາການ ເຈືອງເຊີນ (ກອງ 559). ທ່ານ​ແມ່ນ​ໜຶ່ງ ​ໃນ​ບັນດາ​ນັກຮົບ​ປະຕິວັດ​ທີ່​ເຄື່ອນ​ໄຫວ​ຢູ່​ທັງ 3 ປະ​ເທດ​ອິນ​ດູ​ຈີນ, ຊ່ວຍ​ເຫຼືອ​ການ​ປະຕິວັດ​ລາວ ​ແລະ ການ​ປະຕິວັດ​ກຳປູ​ເຈຍ.

ເຊີດຊູຜູ້ປະກອບສ່ວນໃຫ້ແກ່ການພົວພັນມິດຕະພາບຫວຽດນາມ - ລາວ

ພົນຈັດຕະວາ ຮວ່າງເທ້ທ້ຽນ (ເບື້ອງຊ້າຍສຸດ) ໄດ້ຖ່າຍຮູບທີ່ລະນຶກກັບ ການນໍາທະຫານເຂດພາກກາງລາວ ແລະ ຄະນະພັກແຂວງ ສາລະວັນ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກກັບກອງພົນ 968 ຢູ່ແຂວງ ສາລະວັນ, ພາກໃຕ້ຂອງລາວ ເມື່ອປີ 1972.

ພິ​ເສດ, ​ໃນ​ສົງຄາມ​ຕໍ່ຕ້ານ​ອາ​ເມ​ລິ​ກາ, ​ແຕ່​ເດືອນ ພຶດສະພາ 1970 – ກຸມພາ 1975, ສະຫາຍ ພົນຈັດຕະວາ ຮວ່າງ​ເທ້ທ້ຽນ ​ໄດ້​ປະຕິບັດງານ ​ແລະ ຕໍ່ສູ້​ຢູ່​ສະໜາມ​ຮົບສາຍພູຫຼວງ (Truong Son), ໂດຍ​ດຳລົງ​ຕຳ​ແໜ່​ງ​ເປັນ​ຮອງ​ກຳມະການການ​ເມືອງ ແນວໂຮມ 968 - ພາກ​ໃຕ້​ຂອງ​ລາວ, ຮອງ​ກຳມະການການ​ເມືອງ ກອງບັນຊາການ ເຈືອງ​ເຊີນ ທັງເປັນກຳມະການການ​ເມືອງ - ​ເລຂາ​ຄະນະ​ພັກ​ກອງ​ບັນຊາ​ການ​ເຂດ 470, ​ກຳມະການການ​ເມືອງ - ເລຂາ​ຄະນະ​ພັກ​ກອງ​ບັນຊາ​ການ ​ເຈືອງ​ເຊີນ. ໃນໄລຍະນີ້, ທ່ານໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການປະຕິວັດລາວ.

​ວັນ​ທີ 30 ມັງກອນ ​ຫາ ​ວັນ​ທີ 23 ມີນາ 1971, ພົນ​ຈັດຕະວາ ຮວ່າງ​ເທ້ທ້ຽນ​ ​ໄດ້​ເຂົ້າ​ຮ່ວມ ກອງ​ບັນຊາ​ການ​ກຸ່ມຝ່າຍ​ຕາ​ເວັນ​ຕົກ​ ໃນ​ການ​ສູ້ຮົບ​ຕ້ານສັດຕູຢູ່​ເສັ້ນທາງ​ເລກ 9 - ພາກ​ໃຕ້​ຂອງ​ລາວ. ໃນໄລຍະບັ້ນການຕໍ່ສູ້ຢູ່ເສັ້ນ​ທາງ​ເລກ 9 - ພາກ​ໃຕ້​ຂອງ​ລາວ, ສະ​ຫາຍ ຮວ່າງ​ເທ້ທ້ຽນ ພ້ອມກັບກອງ​ບັນ​ຊາ​ການປະຈັນບານ​ ໄດ້​ບັນຊາກຳ​ລັງ​ທະ​ຫານ​ທີ່​ເດັດດ່ຽວ ແລະ ມີໄຫວພິບໃນການຕໍ່​ສູ້, ສະ​ກັດ​ກັ້ນ​ທະຫານຫຸ່ນລາວ ແລະ ​ທະຫານ​ໄທ, ດັບສູນ​ສັດ​ຕູ​ນັບ​ຮ້ອຍ​ຄົນ, ເອົາ​ຊະ​ນະຍຸດທະວີທີ "ການເຄື່ອນທີ່ທາງອາກາດ" ຂອງສັດຕູ, ປົດປ່ອຍເມືອງ ພະລານ, ເຮັດໃຫ້ສັດຕູບໍ່ສາມາດປະຕິບັດກົນອຸບາຍສົມທົບກັບທະຫານອາເມລິກາ ແລະ ທະຫານຫຸ່ນໄຊງ່ອນ ຢູ່ ເຊໂປນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະອັນໃຫຍ່ຫຼວງຂອງຂະບວນການຕໍ່ສູ້. ໄຊຊະນະເສັ້ນທາງເລກ 9 - ພາກໃຕ້ຂອງລາວ ໄດ້ເຮັດໃຫ້ທະຫານ ອາເມລິກາ ແລະ ທະຫານຫຸ່ນໄຊງ່ອນ ປະລາໄຊຢ່າງໜັກໜ່ວງ , ປົກປັກຮັກສາແລວທາງຄົມມະນາຄົມຍຸດທະສາດ ລຽບຕາມຊາຍແດນ ຫວຽດນາມ - ລາວ ຢ່າງໝັ້ນຄົງ, ເປີດກວ້າງສະພາບການໃໝ່ໃນສະໜາມຮົບ, ສ້າງທີ່ຕັ້ງ ແລະ ກຳລັງແຮງໃນການນຳພາພາລະກິດການ​ປະຕິວັດຂອງປະຊາຊົນ​ລາວ ​ໄດ້​ຮັບ​ໄຊຊະນະ​ຢ່າງສົມບູນ.

ພາຍຫຼັງ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ຕໍ່ສູ້​ຕ້ານຢູ່​ເສັ້ນທາງ​ເລກ 9 - ພາກ​ໃຕ້​ຂອງ​ລາວ, ​ໃນ​ຕົ້ນ​ເດືອນ ເມສາ 1971, ສະຫາຍ ຮວ່າງ​ເທ້ທ້ຽນ​ ​ແລະ ສະຫາຍ ດົ່ງສີງວຽນ ຜູ້​ບັນຊາ​ການ​ກອງ​ບັນຊາ​ການ ​ເຈື່ອງ​ເຊີນ ​ໄດ້​ຈັດ​ຕັ້ງ​ການ​ສູ້​ຮົບ​ໃໝ່, ທຳລາຍລ້າງ ​ 3 ກອງ​ພັນ​​ທະຫານຫຸ່ນລາວ ແລະ ທະຫານໄທ, ປົດ​ປ່ອຍ ​ດົງ​ເຮັ້ນ, ​ໄດ້​ບຸກ​ໂຈມ​ຕີ​ສັດຕູ​ໄປ​ຮອດ​ເຊ​ໂນ (​ເສັ້ນທາງ 13), ຮັບປະກັນ​ຄວາມ​ປອດ​ໄພ​ຢູ່​ແລວ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ສາຍ​ພູຫຼວງ (​ເຈື່ອງ​ເຊີນ).

Thừa uỷ nhiệm của Nhà nước Lào, Đại sứ Sengphet Houngboungnuang trao Huân chương Anh dũng hạng Nhất truy tặng cố Thiếu tướng Hoàng Thế Thiện, nguyên Thứ trưởng Bộ Quốc Phòng Việt Nam. Đại diện gia đình Thiếu tướng Hoàng Thế Thiện đón nhận huân chương (ngoài cùng bên phải ảnh).

ໂດຍ​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ລັດຖະບານ​ລາວ, ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ, ​ເອກ​ອັກ​ຄະ​ລັດ​ຖະ​ທູດລາວ ປະຈຳຫວຽດນາມ ໄດ້​ມອບ​ຫຼຽນ​ໄຊ​ພິລະອາດຫານຊັ້ນ​ໜຶ່ງ ​ໃຫ້​ທ່ານ​ພົນ​ຈັດຕະວາ ຮວ່າງເ​ທ້ທ້ຽນ​, ອະ​ດີດ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ. ຕາງໜ້າ​ຄອບຄົວ​ ທ່ານ​ພົນ​ຈັດຕະວາ ຮ​ວ່າງເ​ທ້ທ້ຽນ ​ຮັບ​ຫຼຽນ​ໄຊ (​ຂວາ​ສຸດ​ຂອງ​ຮູບ​ພາບ)

ຕໍ່ຈາກນັ້ນ, ​ໃນ​ຖານະ​ເປັນ​ຮອງກຳມະການການເມືອງ​ ກອງບັນຊາການເຈືອງເຊິ່ນ, ທ່ານ​ພົນ​ຈັດຕະວາ ຮວ່າງ​ເທ້ທ້ຽນ​ ​ໄດ້​ບັນຊາ​ກອງ​ທະຫານພາກໃຕ້ລາວ​ ໃນ​ການ​ບຸກ​ໂຈມ​ຕີ​ຂະຫຍາຍ​ເຂດ​ປົດ​ປ່ອຍ​ພາກກາງ​-ພາກໃຕ້ລາວ​ ​ແຕ່​ວັນ​ທີ 18 ຕຸລາ 1972 ຫາ​ເດືອນ 8 ກຸມພາ 1973 ແລະ ໄດ້ຮັບໄຊຊະນະອັນຍິ່ງໃຫຍ່. ຜົນສຳ​ເລັດ​ດັ່ງກ່າວ​ ໄດ້​ຊ່ວຍ​ປົດ​ປ່ອຍ​ແຂວງ​ສາລະ​ວັນ, ​ແລ້ວ​ປົດ​ປ່ອຍ​ເມືອງ​ທ່າ​ແຕງ, ຫ້ວຍ​ຊາຍ, ຫ້ວຍ​ກົງ, ​ສາມແຍກລາວງາມ, ສ່ວນຫຼາຍຂອງພູສູງບໍລະເວນ ແລະ ເທດສະບານປາກຊ່ອງ, ​ເຮັດ​ໃຫ້ຖານທັບ​ພາກໃຕ້ຂອງລາວ​​ກວ້າງຂວາງ​ກວ່າ​ເກົ່າ.

ການ​ບຸກ​ໂຈມ​ຕີ​ຢ່າງ​ຕໍ່​ເນື່ອງ​ຂອງ​ທະຫານ ​ເຈືອງ​ເຊີນ ​ແລະ ເພື່ອນລາວ ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 128 ວັນ ​ແລະ ​ໄດ້​ດັບສູນ​ 5.538 ທະຫານຫຸ່ນລາວ ​ແລະ ທະຫານ​ໄທ; ຕັດຮອນກຳລັງ 3 ກອງເຫຼົ່າຮົບເຄື່ອນທີ່ຢ່າງໜັກໜ່ວງ (GM 41​, 42​, 33​)​; ​ໄດ້​ທຳລາຍ​ກອງ​ພັນ​ໃຫຍ່ 621 ຂອງ​ກອງທະຫານໄທ ​ແລະ ສຳນັກງານກອງພັນໃຫຍ່​ຂອງ​ກອງ​ທະຫານ​ຫຸ່ນ​ລາວ 401 ພ້ອມ​ດ້ວຍ​ບັນດາຖານຮົບປືນ​ໃຫຍ່; ​ໄດ້​ຍິງ​ເຮືອບິນ​ອາເມລິກາ ຕົກ 57 ລຳ​ (ບໍ່​ລວມ​​ກຳລັງເຮັດໜ້າທີ່​ຂົນ​ສົ່ງ), ລົດະ​ທະຫານ 24 ຄັນ​ຖືກ​ທຳລາຍ. ​ເນື້ອ​ທີ່​ດິນ​ກວ້າງ​ໃຫຍ່​ດ້ວຍທີ່ຕັ້ງຍຸດ​ທະ​ສາດ​ຂອງ​ສັດຕູຫຼາຍແຫ່ງ​ ນັບ​ແຕ່​ພະ​ລານ​ ລົງ​ຮອດ​ເມືອງ​ສາ​ລະວັນ, ​ບໍ​ລະ​ເວນ, ອັດຕະປື​ ກໍ່ໄດ້​ຮັບ​ການ​ປົດ​ປ່ອຍ.

​ໃນໄລຍະ​ນີ້, ທ່ານ​ພົນ​ຈັດຕະວາ ຮວ່າງເທ້​ທ້ຽນ ກໍ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ເປັນ​ກຳມະການ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ກອງ​ບັນຊາ​ການ​ເຂດ 470 - ​ອົງການປະຈັນກອງ​ບັນຊາ​ການ ​ເຈືອງ​ເຊີນ, ຕັ້ງຖານປະຈຳ​ຢູ່​ຕອນທ້າຍ​ເສັ້ນທາງ​ໂຮ່ຈີ​ມິນ, ປົກ​ປັກ​ຮັກສາ​ເຂດຖານທີ່ໝັ້ນ​ຍຸດ​ທະ​ສາດ. ຢູ່​ເຂດ​ຊາຍ​ແດນ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ. ເຖິງວ່າສັດຕູຈະບຸກໂຈມຕີຢ່າງດຸເດືອດ, ແຕ່ກໍ່ມີບາງເທື່ອຖະໜົນຫົນທາງຖືກກີດຂວາງ, ຂາດເຂີນນ້ຳມັນເຊື້ອໄຟ, ບັ້ນການຕໍ່ສູ້ທີ່ລຳບາກຍາກເຂັນ ແລະ ດຸເດືອດທີ່ສຸດ, ແຕ່ ສະຫາຍ ຮວ່າງເທ້ທ້ຽນ ພ້ອມກັບຄະນະພັກ - ກອງບັນຊາການເຂດ 470 ກໍ່ໄດ້ຊອກຫາຫຼາຍວິທີເຮັດໃຫ້ສັດຕູປະລາໄຊ, ​ ​ໄດ້​ສຳ​ເລັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ພື້ນຖານ​ຍຸດ​ທະ​ສາດ​ຢູ່​ເຂດ​ຊາຍ​ແດນ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ.

ບັນດາຜົນງານການປະກອບສ່ວນຂອງ ສະຫາຍ ພົນຈັດຕະວາ ຕໍ່ກັບການປະຕິວັດລາວ ໃນເວລາເຮັດວຽກ ແລະ ຕໍ່ສູ້ຢູ່ສະໜາມຮົບ ເຈື່ອງເຊີນ ໃນໄລຍະສົງຄາມຕ້ານ ອາເມລິກາ ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນາະໜິດແໜ້ນລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ​ໃນ​ການ​ຕໍ່ສູ້​ຕ້ານ​ສັດຕູ​ຕົວດຽວ, ​ເຊິ່ງໄດ້​ບັນທຶກ​ໄວ້​ໃນ​ປຶ້ມປະຫວັດສາດ​ຂອງ​ທັງ​ສອງ​ປະ​ເທດ.

ອານຸໄຊ ສະຫວັດ

ເຫດການ