ຍສໝ - ພົນໂທ ຫງວຽນວັນແທ່ງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດບັນດາລະບຽບການພາຍໃນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA)
ທ່ານນາງເລທິຕວຽດມາຍເອກອັດຄະລັດຖະທູດວິສາບັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ , ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນຕ່າງ ຢູ່ Geneva (ປະເທດສະວິດ), ໄດ້ມີການພົບປະກັບທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ຫ້ອງການສະຫະປະຊາຊາດປະຈຳ Geneva ແລະ ຍື່ນສານຕາຕັ້ງຕໍ່ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃນຕອນບ່າຍ ວັນທີ 10 ກຸມພາ.
ໃນວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຂວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Axelle Nicaise, ອັກຄະລັດຖະທູດ, ຄະນະຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ຫວຽດນາມ.
ຍສໝ - ໃນ ວັນທີ 5 ກຸມພາ 2020, ຫົວໜ້າກົມອົງການຈັດຕັ້ງສາກົນ (ກະຊວງການຕ່າງປະເທດ), ທ່ານ ໂດ໋ຫູ່ງວຽດ ໃຫ້ຮູ້ວ່າ ຫວຽດນາມໄດ້ປະກອບສ່ວນໃນການແກ້ໄຂບາງບັນຫາທີ່ສັບສົນເຊັ່ນ: ຊີຣີ, ມຽນມາ ແລະ Kashmir...
ຍສໝ - ເນື່ອງໃນໂອກາດທີ່ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາຄວາມຫມັ້ນຄົງສະຫະປະຊາຊາດ ອາຍຸການ 2020 - 2021 ຢ່າງເປັນທາງການດ້ວຍຄະແນນສຽງສູງສຸດສະຫນັບສະຫນູນ 192/193, ໜັງສືພິມ ຍຸກສະໄໝ ນໍາສະເຫນີຮູບພາບປະທັບໃຈຂອງ ຫວຽດນາມ ຢູ່ໃນກອງປະຊຸມສະຫະປະຊາຊາດ ແລະ ເຫດການປະຫວັດສາດໃນວັນທີ 7 ເດືອນມິຖຸນານີ້.
ຍສໝ - ແຕ່ວັນທີ 1 ມັງກອນປີ 2020, ຫວຽດນາມ ໄດ້ເຂົ້າຮັບໜ້າທີ່ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ຫວຽດນາມໄດ້ສະເໜີ 7 ຫົວເລື່ອງ ບຸລິມະສິດ ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021.
ຍສໝ - ວັນທີ 01 ມັງກອນ 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານປີໃໝ່ 2020, ເຊິ່ງເປັນປີສ້າງຂີດໝາຍເຫດການທໍາອິດ ທີ່ຫວຽດນາມ ເປັນກຽດໄດ້ດໍາລົງສອງຕໍາແໜ່ງສໍາຄັນໄປພ້ອມໆກັນ ນັ້ນຄື ເປັນປະທານ ອາຊຽນ 2020 ແລະ ກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
ຍສໝ - ດ້ວຍຈໍານວນບັດສະໜັບສະໜູນສູງລະດັບສະຖິຕິ 192/193 ບັດ, ວັນທີ 7 ມິຖຸນາ, ຫວຽດນາມ ໄດ້ຮັບດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ.
ຍສໝ - ນັບແຕ່ວັນທີ 01 ມັງກອນ 2020, ຫວຽດນາມ ຈະຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.
ຍສໝ - ວັນທີ 18 ທັນວາ 2019, ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 30 ປີ (1989 – 2019) ແລະ 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (1944 – 2019) ຢູ່ສໍານັກງານທີ່ນິວຢອກ.
ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງງານກົມຮັກສາສັນຕິພາບ ຫວຽດນາມ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ “ຫວຽດນາມ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນສະພາບໃຊ້ພາສາ ຟຣັ່ງ”.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຊູດັງໃຕ້, ໃນລະຫວ່າງວັນທີ 18-19 ພະຈິກ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ເຈິ່ນກວາງເຟືອງ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ, ລັດຖະມົນຕີກະຊວງກະສິກຳ ແລະຄວາມໝັ້ນຄົງດ້ານສະບຽງອາຫານຂອງຊູດັງໃຕ້; ພົບປະກັບບັນດາການນຳຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້.
ຍສໝ - ວັນທີ 14 ພະຈິກ, ທີ່ Bentiu, ຊູດັງໃຕ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບກອງບັນຊາການຄະນະປະຕິບັດງານ ຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ຊູດັງໃຕ້ ຈັດພິທີມອບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສະຫະປະຊາຊາດ ໃຫ້ແກ່ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 1 ຂອງຫວຽດນາມ. ທ່ານພົນໂທ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາພິທີ.
ຍສໝ - ໃນຕອນບ່າຍຂອງວັນທີ 23 ຕຸລາ 2019, ຢູ່ສໍານັກງານລັດຖະບານ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານປະຈໍາ ສປຊ ເນື່ອງໃນໂອກາດສະຫຼີມສະຫຼອງ ວັນສ້າງຕັ້ງ ສປຊ ຄື ວັນທີ 24 ຕຸລາ.
ຍສໝ - ຕອນບ່າຍວັນທີ 30 ກັນຍາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຟືອງນາມ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Sem Sovanny, ຜູ້ອໍານວຍການສູນຄຸ້ມຄອງກໍາລັງຮັກສາສັນຕິພາບກໍາປູເຈຍ, ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2019, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມໜ່ວຍປະຕິບັດງານລະຫວ່າງຂະແໜງກ່ຽວກັບເລື່ອງຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.
ເມື່ອມໍ່ໆມານີ້, ທີ່ ກະຊວງການຕ່າງປະເທດ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ຕ້ອນຮັບ ທ່ານ ນາງ ຣິຄາດ້າ ຣິເຈີ (Ms Ricarda Rieger) ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຄົນໃໝ່ປະຈຳ ສປປ ລາວ.
ຍສໝ - ໃນເວລາ 22ໂມງ10ນາທີ, ຂອງຄ່ຳວັນທີ 7 ມິຖຸນາ ຕາມເວລາຂອງຫວຽດນາມ (ເວະລາ 11ໂມງ10 ນາທີ ຕາມເວລາຂອງນິວຢອກ), ດ້ວຍສຽງເຫັນດີສະໜັບສະໜູນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເລືອກຫວຽດນາມ ເປັນສະມາຊິກບໍ່ຖາວອນ ສະພາຄວາມຫມັ້ນຄົງ ໃນສະໄໝປີການ 2020 -2021
ຍສໝ - ແຕ່ວັນທີ 1 ມັງກອນ 2008 ຫາວັນທີ 31 ທັນວາ 2009, ຫວຽດນາມ ໄດ້ດໍາລົງຕໍາແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະ 2008-2009 ເປັນຄັ້ງທໍາອິດ
ວັນທີ 7 ມິຖຸນາ, ກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ສະຫະປະຊາຊາດຈະຈັດຕັ້ງການປ່ອນບັດໃຫ້ແກ່ 5 ຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ໃນນັ້ນ ມີຕຳແໜ່ງໜຶ່ງທີ່ສະຫງວນໃຫ້ກຸ່ມບັນດາປະເທດ ອາຊີ - ປາຊີຟິກ ແລະ ຫວຽດນາມ ເປັນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວທີ່ຕາງໜ້າໃຫ້ກຸ່ມນີ້.