ຫວຽດນາມ ປະກອບສ່ວນໃນການແກ້ໄຂຫຼາຍບັນຫາຮ້ອນເຮັ່ງ ໃນເດືອນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ

16:30 | 06/02/2020

ຍສໝ - ໃນ ວັນທີ 5 ກຸມພາ 2020, ຫົວໜ້າກົມອົງການຈັດຕັ້ງສາກົນ (ກະຊວງການຕ່າງປະເທດ), ທ່ານ ໂດ໋ຫູ່ງວຽດ ໃຫ້ຮູ້ວ່າ ຫວຽດນາມໄດ້ປະກອບສ່ວນໃນການແກ້ໄຂບາງບັນຫາທີ່ສັບສົນເຊັ່ນ: ຊີຣີ, ມຽນມາ ແລະ Kashmir...

ຕາມກົມອົງການຈັດຕັ້ງສາກົນ, ໃນສະພາບການໃໝ່, ການແຂ່ງຂັນ ແລະ ການແກ້ງແຍ້ງລະຫວ່າງບັນດາປະເທດໃຫຍ່ສືບຕໍ່ມີຄວາມກົດດັນ, ສະນັ້ນ ການເຄື່ອນໄຫວຂອງສະພາຄວາມໝັ້ນຄົງຈຶ່ງສັບສົນຫຼາຍ. ໃນເດືອນມັງກອນ, ໃນຖານະທີ່ເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ໄດ້ດຳເນີນການເຄື່ອນໄຫວຕ່າງໆເຊັ່ນ: ເຂົ້າຮ່ວມກອງປະຊຸມກັບບັນດາເອກອັກຄະລັດຖະທູດ ຂອງບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ, ໄດ້ພົບປະກັບເລຂາທິການໃຫຍ່ສະຫະປະຊາຊາດ, ຜູ້ຕາງໜ້າອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ (NGO)…; ຈັດກອງປະຊຸມນັກຂ່າວ… ທ່ານຫົວໜ້າກົມອົງການຈັດຕັ້ງສາກົນ ທ່ານ ໂດ໋ຫູ່ງວຽດ ໄດ້ຢືນຢັນວ່າ, ຫວຽດນາມ ໄດ້ຈັດຕັ້ງ 2 ເຫດການຢ່າງສຳເລັດຜົນ ເຊິ່ງໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນ.

ຫວຽດນາມ ປະກອບສ່ວນໃນການແກ້ໄຂຫຼາຍບັນຫາຮ້ອນເຮັ່ງ ໃນເດືອນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ

ທ່ານຫົວໜ້າກົມອົງການຈັດຕັ້ງສາກົນ ທ່ານ ໂດ໋ຫູ່ງວຽດ ປຶກສາຫາລືກັບບັນດາສຳນັກຂ່າວກ່ຽວກັບເດືອນປະທານສະພາຄວາມໝັ້ນຄົງຂອງຫວຽດນາມ. (ພາບ: baoquocte.vn)

ຂໍ້ລິເລີ່ມທຳອິດ ແມ່ນກອງປະຊຸມເປີດລັດຖະມົນຕີ ທີ່ມີຫົວຂໍ້ວ່າ “ວັນຄົບຮອບ 75 ປີຂອງສະຫະປະຊາຊາດ: ປະຕິບັດຕາມກົດບັດເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”. ເຂົ້າຮ່ວມກອງປະຊຸມ ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ; ນັກປາຖະກະຖາ 111 ຄົນ ມາແຕ່ 106 ປະເທດ.

ຂໍ້ລິເລີ່ມທີສອງຂອງ ຫວຽດນາມ ໃນເດືອນເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ແມ່ນຄັ້ງທຳອິດທີ່ສະພາຄວາມໝັ້ນຄົງ ມີກອງປະຊຸມຊຸກຍູ້ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ອາຊຽນ. ກອງປະຊຸມແມ່ນໂອກາດ ເພື່ອເພີ່ມຄວາມຮູ້ຄວາມສາມາດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເວົ້າສະເພາະ ແລະ ປະຊາຄົມສາກົນເວົ້າລວມ ກ່ຽວກັບບົດບາດຂອງອາຊຽນ ໃນພາກພື້ນ ແລະ ປຶກສາຫາລືເນື້ອໃນຕ່າງໆທີ່ສາມາດເພີ່ມທະວີການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ອາຊຽນ.

ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດລ້ວນແຕ່ຊົມເຊີຍຂໍ້ລິເລີ່ມນີ້ຂອງຫວຽດນາມ, ພິເສດແມ່ນເນັ້ນໜັກ ເຖິງບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ ແລະ ເຂົ້າຮ່ວມການແກ້ໄຂບັນດາບັນຫາທົ່ວໂລກກໍ່ຄືການເຈລະຈາ, ຕັດສິນຄວາມສະຫງົບ ແລະ ຄວາມໝັ້ນຄົງໃນໂລກ. "ໃນຖານະເປັນປະທານ, ພວກເຮົາຕ້ອງປະຕິບັດຕາມກົດລະບຽບ ແລະ ຂັ້ນຕອນທັງໝົດ ຂອງສະພາຄວາມໝັ້ນຄົງ", ຫົວໜ້າກົມອົງການຈັດຕັ້ງສາກົນ. ທ່ານ ໂດ໋ຫູ່ງວຽດ ເນັ້ນໜັກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.