ເລຂາທິການ​ໃຫຍ່, ປະທານ​ປະ​ເທ​ດຫວຽດນາມ: ຫວຽດນາມ ຈະດໍາລົງຕໍາແໜ່ງປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ປະສົບຜົ

10:22 | 02/01/2020

ຍສໝ - ວັນທີ 01 ມັງກອນ 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານປີໃໝ່ 2020, ເຊິ່ງເປັນປີສ້າງຂີດໝາຍເຫດການທໍາອິດ ທີ່ຫວຽດນາມ ເປັນກຽດໄດ້ດໍາລົງສອງຕໍາແໜ່ງສໍາຄັນໄປພ້ອມໆກັນ ນັ້ນຄື ເປັນປະທານ ອາຊຽນ 2020 ແລະ ກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

ເລຂາທິການ​ໃຫຍ່, ປະທານ​ປະ​ເທ​ດຫວຽດນາມ: ຫວຽດນາມ ຈະດໍາລົງຕໍາແໜ່ງປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ປະສົບຜົ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ.(ພາບ: TTXVN)

ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ຫວຽດນາມຕັດສິນໃຈຮັບດໍາລົງຕໍາແໜ່ງປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ໃຫ້ສໍາເລັດຜົນສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍໃນການຜັນຂະຫຍາຍແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ; ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍໃນການພົວພັນຕ່າງປະເທດ.

ຫວຽດນາມ ໄດ້ກໍານົດ ຫົວຂໍ້ວ່າ: ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນຫົວຂໍ້ຂອງປີເປັນປະທານ ອາຊຽນ 2020 ແລະ ຫົວຂໍ້ “ຫວຽດນາມ: ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ຶອໃຈເພື່ອສັນຕິພາບແບບຍືນຍົງ” ເມື່ອດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ດ້ວຍຫົວຂໍ້ດັ່ງກ່າວ, ຫວຽດນາມ ຈະພ້ອມກັບບັນດາປະເທດສະມາຊິກ, ເພື່ອນມິດສາກົນ ແລະ ຄູ່ຮ່ວມມື ສຸມໃສ່ບັນດາກໍານົດທິດສໍາຄັນ. ທີໜຶ່ງແມ່ນ, ຍົກສູງຜົນປະໂຫຍດລວມຂອງພາກພື້ນ ແລະ ປະຊາຄົມສາກົນ ແມ່ນສັນຕິພາບ, ຮ່ວມມື ແລະ ພັດທະນາ. ທີສອງ, ຊຸກຍູ້ບົດບາດຂອງລັດທິຫຼາຍຝ່າຍ, ກົດບັດ ສປຊ ແລະ ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ເພື່ອໂລກແຫ່ງສັນຕິພາບ, ຍຸຕິທໍາ ແລະ ສວຍງາມກວ່າ. ພິເສດ, ເນື່ອງໃນໂອກາດນີ້, ແມ່ນຕ້ອງເພີ່ມທະວີປະສິດທິຜົນຂອງການຮ່ວມມື ແລະ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ ແລະ ສປຊ ໃຫ້ມີປະສິດທິຜົນ. ທີສາມ ແມ່ນເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍລວມຂອງທົ່ວໂລກ ແລະ ພາກພື້ນ.

ນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ, ແຕ່ກໍ່ແມ່ນຄວາມຮັບຜິດຊອບ ແລະຄວາມຫຍຸ້ງຍາກ, ສິ່ງທ້າທາຍອັນໃຫຍ່ຫຼວງ, ຮຽກຮ້ອງການເຂົ້າຮ່ວມຂອງທັງລະບົບການເມືອງ, ການຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຫວຽດນາມ; ພ້ອມກັບການສະໜັບສະໜູນຈາກເພື່ອນມິດສາກົນ ແລະປະຊາຄົມສາກົນ. ພວກເຮົາເຊື່ອໝັ້ນວ່າຫວຽດນາມ ຈະດໍາລົງຕໍາແໜ່ງປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ປະສົບຜົນສໍາເລັດ, ປະກອບສ່ວນສໍາຄັນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.