ບຸລິມະສິດ 7 ຢ່າງຂອງ ຫວຽດນາມ ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021

15:55 | 02/01/2020

ຍສໝ - ແຕ່ວັນທີ 1 ມັງກອນປີ 2020, ຫວຽດນາມ ໄດ້ເຂົ້າຮັບໜ້າທີ່ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ຫວຽດນາມໄດ້ສະເໜີ 7 ຫົວເລື່ອງ ບຸລິມະສິດ ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021.

ແຕ່ວັນທີ 1 ມັງກອນປີ 2020, ຫວຽດນາມ ໄດ້ເຂົ້າຮັບໜ້າທີ່ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ຫວຽດນາມໄດ້ສະເໜີ 7 ຫົວເລື່ອງ ບຸລິມະສິດ ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021.

1. ການປ້ອງກັນການຂັດແຍ້ງ, ການພົວພັນຕ່າງປະເທດຢ່າງກຽມເພື່ອ ສະກັດກັ້ນ, ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ.

2. ບັນຫາມະນຸດສະທຳ, ການປົກປ້ອງປະຊາຊົນ, ພື້ນຖານໂຄງລ່າງທີ່ຈຳເປັນ ສຳລັບປະຊາຊົນໃນເຂດຂັດແຍ່ງ.

3. ວິທີແກ້ໄຂຜົນຮ້າຍຫຼັງຈາກຂໍ້ຂັດແຍ່ງ (ລວມທັງໄພອັນຕະລາຍຈາກລະເບີດຝັງດິນ).

ບຸລິມະສິດ 7 ຢ່າງຂອງ ຫວຽດນາມ ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021

ທ່ານຮອງລັດຖະມົນຕີ ເລຫ່ວາຍຈູ່ງ ທີ່ກອງປະຊຸມເມື່ອຫວຽດນາມໄດ້ຮັບເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. (ພາບ: baoquocte.vn)

4. ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ.

5. ການປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ.

6. ແມ່ຍິງ, ຄວາມສັນຕິພາບ ແລະ ຄວາມປ້ອງກັນຄວາມສະຫງົບ, ເດັກນ້ອຍໃນຄວາມຂັດແຍ່ງປະກອບອາວຸດ; ປັບປຸງວິທີການເຮັດວຽກຂອງ ສະພາຄວາມໝັ້ນຄົງ, ເພີ່ມທະວີການຮ່ວມມື ລະຫວ່າງສະພາຄວາມໝັ້ນຄົງ ແລະ ອົງການຈັດຕັ້ງພາກພື້ນ.

7. ປັບປຸງວິທີການເຮັດວຽກຂອງ ສະພາຄວາມໝັ້ນຄົງ, ເພີ່ມທະວີການຮ່ວມມື ລະຫວ່າງສະພາຄວາມໝັ້ນຄົງ ແລະ ອົງການຈັດຕັ້ງພາກພື້ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.