ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 43 ຂອງສະພາສິດທິມະນຸດສະຫະປະຊາຊາດ

11:33 | 25/02/2020

ຍສໝ - ວັນທີ 24 ກຸມພາ, ກອງປະຊຸມຄັ້ງທີ 43 ຂອງສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ໄດ້ໄຂຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນເຈນີວາ (ສະວິດເຊີແລນ).

ທີ່ກອງປະຊຸມ, ທ່ານ ນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ ໄດ້ຕາງໜ້າບັນດາປະເທດອາຊຽນ ໄດ້ເນັ້ນໜັກວ່າບັນດາປະເທດອາຊຽນ ຍາມໃດກໍ່ເອົາໃຈໃສ່ ແລະ ມານະພະຍາຍາມປົກປ້ອງ ແລະ ໂຄສະນາສິດຂອງເດັກນ້ອຍ, ສະແດງອອກໃນຫລາຍເອກະສານສິ່ງສຳຄັນຄື ວິໄສທັດປະຊາຄົມອາຊຽນ 2025, ແຜນທັງໝົດສຳລັບການກໍ່ສ້າງປະຊາຄົມວັດທະນະທຳ - ສັງຄົມອາຊຽນ 2025...

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 43 ຂອງສະພາສິດທິມະນຸດສະຫະປະຊາຊາດ

ທ່ານ ນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ. (ພາບ: baotintuc.vn)

ທ່ານ ນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ ເນັ້ນໜັກວ່າ ໂດຍປະເຊີນໜ້າກັບສິ່ງທ້າທາຍໃໝ່ ຂອງສະພາບການປະຈຸບັນ, ການປະຕິວັດອຸດສາຫະກຳ 4.0, ການປ່ຽນແປງຂອງດິນຟ້າອາກາດ..., ດ້ວຍຄວາມຕັດສິນໃຈປະຕິບັດຄຳໝັ້ນສັນຍາພາຍໃຕ້ສະຫະປະຊາຊາດວ່າດ້ວຍສິດທິຂອງເດັກ, ບັນດາປະເທດອາຊຽນ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດ, ກັບບັນດາອົງການຕ່າງໆຂອງອົງການສະຫະປະຊາຊາດເພື່ອສົ່ງເສີມ ແລະ ປົກປ້ອງສິດຂອງເດັກ, ຫັນການຈັດຕັ້ງປະຕິບັດວາລະ ປີ 2030 ຂອງ ສປຊ ເພື່ອການພັດທະນາແບບຍືນຍົງ.

ຕາມແຜນການ, ບັນດາປະມຸກລັດ ແລະ ຜູ້ນຳຂັ້ນສູງຂອງບັນດາປະເທດ ຈະເຂົ້າຮ່ວມການສົນທະນາໃນກອງປະຊຸມລະດັບສູງ, ຈະດຳເນີນໃນເວລາ 3 ວັນ ແຕ່ວັນທີ 24 - 26 ກຸມພາ. ກອງປະຊຸມປະກອບມີ: ສຳມະນາລະດັບສູງກ່ຽວກັບການປົກປ້ອງສິດທິເດັກ (ເນື່ອງໃນໂອກາດຄົບຮອບ 30 ປີຂອງສົນທິສັນຍາສະຫະປະຊາຊາດວ່າດ້ວຍສິດທິເດັກ - CRC); ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ - ຊາຍ (ເນື່ອງໃນໂອກາດ ຄົບຮອບ 25 ປີ ແຫ່ງການຖະແຫຼງການ ຂອງ Bejing ເພື່ອປະຕິບັດງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ); ຍົກສູງຄວາມຮັບຮູ້ກ່ຽວກັບສິດທິຂອງຄົນພິການ ແລະ ສິດທິຂອງປະຊາຊົນບັນດາເຜົ່າໃນອາຟຣິກາ (ເນື່ອງໃນໂອກາດວັນສາກົນຕ້ານຈຳແນກເຊື້ອຊາດຜິວພັນ 21/3).

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.