ຫວຽດນາມ ຮຽກຮ້ອງໃຫ້ ອີຢູ ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນບັນດາເວທີປາໄສສະພາຄວາມໝັ້ນຄົງສະຫະປະຊາຊາດ

11:49 | 20/02/2020

ຍສໝ - ພົນໂທ ຫງວຽນວັນແທ່ງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດບັນດາລະບຽບການພາຍໃນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA)

ໃນວັນທີ 17 ກຸມພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ກ່າວຄຳປາໄສທີ່ການຕ້ອນຮັບທ່ານນາງ Paola Pampaloli, ຮອງຜູ້ອຳນວຍການພາກພື້ນ ອາຊີ-ປາຊີຟິກ ຂອງອົງການການຕ່າງປະເທດເອີລົບ (EEAS), ພົນໂທ ຫງວຽນວັນແທ່ງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດບັນດາລະບຽບການພາຍໃນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA), ໄດ້ຜັນຂະຫຍາຍ ແລະ ປະຕິບັດໃນຂອບເຂດກ້ວາງຂວາງ, ພິເສດແມ່ນບັນດາວິສາຫະກິດຂອງ ຫວຽດນາມ ແລະ ເອີລົບ.

ຫວຽດນາມ ຮຽກຮ້ອງໃຫ້ ອີຢູ ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນບັນດາເວທີປາໄສສະພາຄວາມໝັ້ນຄົງສະຫະປະຊາຊາດ

ທ່ານນາງ Paola Pampaloli, ຮອງຜູ້ອຳນວຍການພາກພື້ນ ອາຊີ-ປາຊີຟິກ ແລະ ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຫງວຽນວັນແທ່ງ. (ພາບ: bocongan.gov.vn)

ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຫງວຽນວັນແທ່ງ ໄດ້ເນັ້ນໜັກວ່າ, ກະຊວງຕຳ ຫຼວດ ຫວຽດນາມ ໄດ້ພວມປະຕິບັດການຮ່ວມມືຢ່າງມີປະສິດທິຜົນກັບບັນດາອົງການປະຕິບັດກົດໝາຍ ຂອງບັນດາປະເທດສະມາຊິກ ອີຢູ, ພິເສດແມ່ນບັນດາປະຊາຄົມຊາວຫວຽດນາມ ໃນຫຼາຍຂົງເຂດເຊັ່ນຄວາມປອດໄພທາງອິນເຕີເນັດ, ການປ້ອງກັນການກໍ່ການຮ້າຍ, ການຄ້າຂາຍຢາເສບຕິດ, ການຄ້າມະນຸດ.

ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຫງວຽນວັນແທ່ງ ຢືນຢັນວ່າໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ອີຢູ ໃນບັນດາຂົງເຂດທີ່ຕ່າງຝ່າຍມີຄວາມສົນໃຈ, ແບ່ງປັນຂໍ້ມູນຂ່າວສານ, ປະສານສົມທົບກັບການສືບສວນ, ສ້າງຄວາມສາມາດ ແລະ ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ໃນການຄ້າມະນຸດ ...

ທ່ານນາງ Paola Pampaloli ຢັ້ງຢືນວ່າດວຍຄວາມຮັບຜິດຊອບໃນຖານະຕຳແໜ່ງວຽກງານຂອງຕົນ, ຈະສືບຕໍ່ມານະພະຍາຍາມນໍາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ EU ກັບ ຫວຽດນາມ ເວົ້າລວມ, ລະຫວ່າງ EEAS ກັບ ກະຊວງຕຳຫຼວດ ຫວຽດນາມ ໃຫ້ໄດ້ຮັບການປັບປຸງ, ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.