ຫວຽດນາມ ມານະພະຍາຍາມຮັກສາສັນຕິພາບ ຢູ່ຊູດັງໃຕ້

15:25 | 21/11/2019

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຊູດັງໃຕ້, ໃນລະຫວ່າງວັນທີ 18-19 ພະຈິກ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ເຈິ່ນກວາງເຟືອງ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ, ລັດຖະມົນຕີກະຊວງກະສິກຳ ແລະຄວາມໝັ້ນຄົງດ້ານສະບຽງອາຫານຂອງຊູດັງໃຕ້; ພົບປະກັບບັນດາການນຳຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້.

ທີ່ການເຂົ້າຢ້ຽມຂ່ຳນັບທ່ານ Kuol Mangyang, ລັດຖະມົນຕີກະຊວງປ້ອງກັນປະເທດຊູດັງໃຕ້, ທ່ານພົນໂທ ເຈິ່ນກວາງເຟືອງ ໃຫ້ຮູ້ວ່າ, ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນເດືອນກຸມພາ 2019, ນີ້ແມ່ນຄັ້ງທີສອງທີ່ກະຊວງປ້ອງກັນປະເທດຫວຽດນາມ ຈັດສົ່ງຄະນະປະຕິບັດງານໄປຊູດັງໃຕ້. ທ່ານພົນໂທ ເຈິ່ນກວາງເຟືອງ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະກຳລັງຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້, ໃນນັ້ນມີບັນດານາຍທະຫານຜັນຂະຫຍາຍຕາມຮູບການສ່ວນຕົວ ແລະໂຮງໝໍກາງສະໜາມຂັ້ນ 2. ໃນໄລຍະຈະມາເຖິງ, ຫວຽດນາມ ຈະຜັນຂະຫຍາຍກອງຊ່າງແສງໄປຄະນະປະຕິບັດງານຮັກສາສັນຕິພາບຢູ່ຊູດັງໃຕ້ ດ້ວຍບັນດາກິດຈະກຳຕົ້ນຕໍຄືກໍ່ສ້າງພື້ນຖານໂຄງລ່າງ, ສ້ອມແປງຂົວ, ທາງ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ພື້ນຖານໂຄງລ່າງຢູ່ຊູດັງໃຕ້. ທ່ານພົນໂທ ເຈິ່ນກວາງເຟືອງ ກໍ່ປາດຖະໜາວ່າກະຊວງປ້ອງກັນປະເທດ ແລະບັນດາອົງການທີ່ກ່ຽວຂ້ອງຂອງຊູດັງໃຕ້ ຈະສ້າງເງື່ອນໄຂເພື່ອໃຫ້ໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຂອງຫວຽດນາມ ປະຕິບັດສໍາເລັດໜ້າທີ່.

ຫວຽດນາມ ມານະພະຍາຍາມຮັກສາສັນຕິພາບ ຢູ່ຊູດັງໃຕ້

ທ່ານພົນໂທ ເຈິ່ນກວາງເຟືອງ ເຂົ້າຢ້ຽມຂ່ຳນັບທ່ານນາງ Awut Deng Acuil ລັດຖະມົນຕີການຕ່າງປະເທດ ແລະຮ່ວມມືສາກົນ. (ພາບ: qdnd.vn)

ທ່ານ Kuol Mangyang ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ມາຢ້ຽມຢາມ, ເຮັດວຽກຢູ່ຊູດັງໃຕ້; ຂອບອົກຂອບໃຈ ແລະຕີລາຄາສູງເລື່ອງລັດຖະບານ ແລະກອງທັບປະຊາຊົນຫວຽດນາມ ໄດ້ຈັດສົ່ງກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້. ທ່ານ Kuol Mangyang ຢັ້ງຢືນວ່າ ຊູດັງໃຕ້ ປາດຖະໜາຢາກຮ່ໍາຮຽນບັນດາບົດຮຽນຂອງຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພັດທະນາເສດຖະກິດ-ສັງຄົມ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນ...

ເມື່ອແລກປ່ຽນກັບທ່ານນາງ Awut Deng Acuil ລັດຖະມົນຕີການຕ່າງປະເທດ ແລະຮ່ວມມືສາກົນ, ທ່ານພົນໂທ ເຈິ່ນກວາງເຟືອງ ຖືວ່່າເລື່ອງຫວຽດນາມ ແລະຊູດັງໃຕ້ ສ້າງຕັ້ງການພົວພັນທາງການທູດໃນເດືອນກຸມພາ 2019 ແມ່ນຂີດໝາຍສຳຄັນໃນການພົວພັນສອງຝ່າຍລະຫວ່າງສອງປະເທດ; ຢັ້ງຢືນວ່າ ລັດຖະບານ ແລະກອງທັບປະຊາຊົນຫວຽດນາມ ແບ່ງປັນຄວາມຫຍຸ້ງຍາກໃນປັດຈຸບັນຂອງລັດຖະບານ, ປະຊາຊົນຊູດັງໃຕ້ ທີ່ພວມປະເຊີນໜ້າ ແລະສະໜັບສະໜູນວິວັດທະນາການສັນຕິພາບຢູ່ຊູດັງໃຕ້; ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະຄົ້ນຄວ້າ ແລະຜັນຂະຫຍາຍຫຼາຍແຜນການຮ່ວມມືລະອຽດ, ເພີ່ມທະວີການແລກປ່ຽນບົດຮຽນສ້າງສາ ແລະພັດທະນາປະເທດຊາດ.

ກໍ່ທີ່ການພົບປະກັບການນຳບັນດາກະຊວງ, ຂະແໜງການຂອງຊູດັງໃຕ້, ທ່ານພົນໂທ ເຈິ່ນກວາງເຟືອງ ເນັ້ນໜັກວ່າ, ແຜນນະໂຍບາຍຂອງຫວຽດນາມ ໃນການຈັດສົ່ງກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຂອງຫວຽດນາມ ຕໍ່ກັບປະຊາຄົມສາກົນ, ປະຕິບັດພັນທະສາກົນຂອງປະເທດສະມາຊິກຕໍ່ກັບການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບໃຫ້ການກໍ່ສ້າງຄືນໃໝ່ ແລະການພັດທະນາຢູ່ພາກພື້ນກໍ່ຄືໃນໂລກ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບຊູດັງໃຕ້ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກໍ່ສ້າງກອງທັບຫຼວງ, ພັດທະນາເສດຖະກິດ, ພິເສດໃນຂົງເຂດກະສິກຳ ແລະສາທາລະນະສຸກ...

ຫວຽດນາມ ມານະພະຍາຍາມຮັກສາສັນຕິພາບ ຢູ່ຊູດັງໃຕ້

ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ຖ່າຍຮູບເປັນທີ່ລະນຶກພ້ອມກັບການນຳຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້. (ພາບ: qdnd.vn)

ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ການພົບປະກັບທ່ານ David Shearer, ຫົວໜ້າຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້ ແລະບັນດາການນຳຂອງຄະນະປະຕິບັດງານ, ທ່ານພົນໂທ ເຈິ່ນກວາງເຟືອງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະຜັນຂະຫຍາຍກອງຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ; ສະເໜີ ສປຊ ກໍ່ຄືຄະນະປະຕິບັດງານຊູດັງໃຕ້ ສືບຕໍ່ສ້າງເງື່ອນໄຂ ແລະໜູນຊ່ວຍໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຂອງຫວຽດນາມ.

ບັນດາກຳລັງຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້ ສະແດງຄວາມປະທັບໃຈຕໍ່ກຳລັງຄວາມສາມາດ, ລະດັບວິຊາສະເພາະກໍ່ຄືທ່າທີເຮັດວຽກຂອງບັນດານາຍທະຫານຮັກສາສັນຕິພາບສະຫະປະຊາຊາດມາຈາກຫວຽດນາມ, ໃນນັ້ນມີບັນດານາຍທະຫານທີ່ໄດ້ຜັນຂະຫຍາຍຕາມຮູບການສ່ວນຕົວ ແລະຖັນແຖວພະນັກງານ, ພາລະກອນ, ແພດໝໍຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຢູ່ Bentiu (ຊູດັງໃຕ້); ຢັ້ງຢືນວ່າ ສປຊ ປາດຖະໜາວ່າ ຫວຽດນາມ ຈະຈັດສົ່ງນາຍທະຫານໄປຄະນະປະຕິບັດງານຕື່ມອີກ, ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃຫ້ຫຼາຍກວ່າອີກ.

(ຄໍາຮຸ່ງ)

ເຫດການ
302 Found

Found

The document has moved here.