ນັກຮຽນຮູ້ອິນເດຍຕີລາຄາບົດບາດຂອງຫວຽດນາມກັບ ອາຊຽນ ແລະ ສະພາຄວາມໝັ້ນຄົງສະຫະປະຊາຊາດ

05:55 | 24/03/2020

ຍສໝ - ໃນຖານະທີ່ເປັນກໍາມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມມີໂອກາດທີ່ເໝາະສົມກັບເປົ້າໝາຍການພັດທະນາຂອງອາຊຽນກັບຂໍ້ລິເລີ່ມຂອງສະຫະປະຊາຊາດ. ນັ້ນແມ່ນການປະເມີນຜົນຂອງ ທ່ານ ດຣ Pankaj Jha, ນັກຮຽນຮູ້ແຖວໜ້າຂອງອິນເດຍກ່ຽວກັບບັນຫາສາກົນ, ໄດ້ຖືກເຜີຍແຜ່ໃນເວັບ Modern Policy ໃນເດືອນມີນາ ປີ 2020.

ນັກຮຽນຮູ້ອິນເດຍຕີລາຄາບົດບາດຂອງຫວຽດນາມກັບ ອາຊຽນ ແລະ ສະພາຄວາມໝັ້ນຄົງສະຫະປະຊາຊາດ

ບັນຍາດກາດທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເມື່ອວັນທີ 11/3. (ພາບ:TTXVN)

ໜັງສືພິມຍຸກສະໄໝຂໍແນະນຳເນື້ອໃນບົດຂຽນ ຄືດັ່ງຕໍ່ໄປນີ້:

ຫວຽດນາມໄດ້ຮັບຕຳແໜ່ງເປັນປະທານອາຊຽນຈາກປະເທດໄທແຕ່ເດືອນພະຈິກ 2019 ດ້ວຍວາລະກອງປະຊຸມ ປີ 2020 ເຊິ່ງລວມມີຫຼາຍບັນຫາ ແລະ ສິ່ງທ້າທາຍ. ພາຍໃຕ້ຂອບເຂດທາງດ້ານພູມສາດ-ດ້ານການເມືອງ ທີ່ກວ້າງຂວາງຂອງພາກພື້ນມະຫາສະມຸດອິນເດຍ ແລະ ມະຫາສະມຸດປາຊີຟິກ. ອາຊຽນຮັບຮູ້ວ່າຈຳເປັນຕ້ອງມີຍຸດທະສາດ ສຳລັບພາກພື້ນນີ້.

ດ້ວຍເຫດນັ້ນ, ອາຊຽນອອກຖະແຫຼງການກ່ຽວກັບວິໄສທັດ ສຳລັບພາກພື້ນມະຫາສະມຸດອິນເດຍ ແລະ ມະຫາສະມຸດປາຊີຟິກ ແລະ ຈາກຖະແຫຼງການນີ້ ອາຊຽນຈຳເປັນຕ້ອງເປັນເຈົ້າການໃນການປັບຕົວເພື່ອເຂົ້າກັບໂຄງປະກອບສິດອໍານາດທີ່ມີການປ່ຽນແປງໄປເລື້ອຍໆ.

ບັນດາການຜັນແປຄືໃນປະຈຸບັນ - ຈາກຄວາມເຄັ່ງຕຶງໃນທະເລຕາເວັນອອກເນື່ອງຈາກການອ້າງສິດອະທິປະໄຕ ຂອງຈີນທີ່ບໍ່ມີເຫດຜົນ, ໄຟໄໝ້ປ່າໃນປະເທດອິນໂດເນເຊຍ, ຄວາມເຄັ່ງຕຶງລະຫວ່າງອິນໂດເນເຊຍ ແລະ ຈີນ ກ່ຽວກັບການຫາປາຜິດກົດໝາຍໃນທະເລຕາເວັນອອກ... ແມ່ນບັນດາສິ່ງທ້າທາຍຕ່າງປະຈໍາປີ ສໍາລັບ ປະທານອາຊຽນ.ບັນຫາໄຟໄໝ້ປ່າຢູ່ອິນໂດເນເຊຍ ແລະ ບັນຫາສິ່ງແວດລ້ອມອື່ນໆຮຽກຮ້ອງໃຫ້ມີວິທີການຮ່ວມມື.

ອາຊຽນ ຍັງຕ້ອງກຽມພ້ອມທີ່ຈະປະເຊີນກັບສະພາບການຊະລໍຕົວຂອງເສດຖະກິດໂລກ ຍ້ອນການລະບາດຂອງ COVID-19 ແລະ ການຂະຫຍາຍຕົວຂອງເສດຖະກິດທີ່ຫຼຸດລົງ ແມ່ນມີຜົນກະທົບບໍ່ພຽງແຕ່ໃນອາຊີເທົ່ານັ້ນ ແຕ່ກໍ່ໄປຍັງໃນທົ່ວໂລກອີກດ້ວຍ. ສິ່ງທ້າທາຍອີກຢ່າງໜຶ່ງ ໃນປີນີ້ ສຳລັບຫວຽດນາມ ແມ່ນຄວາມເຫັນດີເຫັນພ້ອມທີ່ຈຳເປັນໃນບັນດາປະເທດສະມາຊິກອາຊຽນ ແມ່ນວ່າບັນດາຝ່າຍໃນທະເລຕາເວັນອອກເຊິ່ງທີ່ມີຄວາມຂັດແຍ້ງກ່ຽວກັບກົດແຫ່ງການປະພຶດ (COC) ຕ້ອງການມີບັນດາຂໍ້ກຳນົດການຈັດຕັ້ງປະຕິບັດ ແລະ ການແກ້ໄຂຕາມລະບຽບກົດໝາຍ.

ຮ່າງ COC ໃນປະຈຸບັນໄດ້ແກ້ໄຂຫຼາຍບັນຫາຢ່າງກວ້າງຂວາງ, ເຊິ່ງສ່ອງແສງໃຫ້ເຫັນຄວາມປາດຖະໜາ ແລະ ຕຳແໜ່ງ ທາງດ້ານກົດໝາຍຂອງຜູ້ຮຽກຮ້ອງແຕ່ລະຄົນ. ເຖິງຢ່າງໃດກໍ່ຕາມ, ວິທີການແກ້ໄຂຄວາມວິຕົກກັງວົນຂອງບັນດາຝ່າຍ ແລະ ບັນລຸຮ່າງເອກະສານລວມແມ່ນໜ້າທີ່ທ້າທາຍ ສຳລັບຫວຽດນາມ.

ຫວຽດນາມ ຈະຕ້ອງນຳໃຊ້ທັກສະດ້ານການທູດທີ່ມີຄວາມຄ່ອງແຄ້ວ, ແລະ ມີການເຈລະຈາຕ່າງໆຢ່າງສະຫຼາດເພື່ອບັນລຸເປົ້າໝາຍນີ້. ຍິ່ງໄປກວ່ານັ້ນ, ຫວຽດນາມໄດ້ຮັບການຍອມຮັບເປັນພື້ນຖານເສດຖະກິດພົ້ນເດັ່ນ ແລະ ເປັນປະເທດທີ່ຈະເລີນຮຸ່ງເຮືອງກໍ່ຕ້ອງມີບົດບາດໃນພາກພື້ນ.

ນີ້ຈະຮຽກຮ້ອງໃຫ້ມີຄວາມຍືດຍຸ່ນຂອງການປັບຕົວຈາກສູດທີ່ແນ່ນອນຂອງການສ້າງຄວາມເຫັນດີເຫັນພ້ອມກັບການນຳໃຊ້ມາດຕະການທີ່ມີຄວາມຄ່ອງແຄ້ວເພື່ອບັນລຸຂໍ້​ແລກປ່ຽນສົນທະນາຮ່ວມກັນ. ກອງປະຊຸມລັບຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ໃນໄຕມາດທຳອິດຂອງ ປີ 2020 ຈະເປັນພື້ນຖານໃຫ້ແກ່ວາລະກອງປະຊຸມທັງໝົດ ສຳລັບປີ 2020.

ຫວຽດນາມໃນຖານະເປັນພື້ນຖານເສດຖະກິດທີ່ກໍາລັງພົ້ນເດັນທັງເປັນປະເທດສະມາຊິກ APEC ແລະ ເປັນປະເທດທີ່ໄດ້ຮັບຜົນປະໂຫຍດຈາກຂະບວນການ RCEP ຈະຕ້ອງບັນລຸເປົ້າໝາຍ ຄື: RCEP ຈະໄດ້ຮັບການເຊັນໂດຍມີ ຫລື ບໍ່ມີການເຂົ້າຮ່ວມຂອງອິນເດຍ.

ດ້ວຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ການພົວພັນອັນເປັນມຸນເຊື້ອທີ່ດີງາມກັບອິນເດຍ, ຫວຽດນາມຈະນຳອິນເດຍກັບຄືນສູ່ໂຕະເຈລະຈາ. ນີ້ຈະແມ່ນຈຸດເດັ່ນຂອງບົດບາດເປັນປະທານອາຊຽນ. ກ່ອນໜ້ານັ້ນ, ອິນເດຍບໍ່ໄດ້ເຂົ້າຮ່ວມກອງປະຊຸມຢູ່ບາລີ ເພື່ອເຈລະຈາກັບສະມາຊິກອາຊຽນກ່ຽວກັບ RCEP.

ວຽກງານການຕ່າງປະເທດໃນປີ 2020 ​ແມ່ນ​ໄດ້ປະຕິບັດໜ້າ​ທີ່ວຽກ​ງານ​ທີ່​ສຳຄັນສໍາເລັດຜົນຫຼາຍດ້ານ

ບົດບາດຂອງປະທານອາຊຽນ 2020 ກໍ່ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຫວຽດນາມກໍ່ປະສົບຜົນສຳເລັດໃນທາງບວກ ແລະ ມີປະສົບການຫຼາຍຢ່າງຈາກການ​ຮັບຕຳແໜ່ງ​ເປັນປະທານອາຊຽນ​ໃນ​ປີ 2011 ເຊິ່ງທີ່ໄດ້ແກ້ໄຂບັນດາບັນຫາທີ່ຄ້າຍຄືກັນ. ຫວຽດນາມ ໄດ້ປະຕິບັດຕາມ “ວິທີການຂອງອາຊຽນ” ແທນທີ່ຈະສະເໜີວິທີແກ້ໄຂໃໝ່, ແຕກຕ່າງຈາກວິທີການຄິດທຳມະດາ.

ສະພາບທາງດ້ານພູມສາດ-ການເມືອງ ແລະ ການຄິດໄລ່ດ້ານຍຸດທະສາດ ໃນປີ 2020 ຈະບໍ່ເປັນເລື່ອງງ່າຍ ສຳລັບຫວຽດນາມໃນການຕັດສິນໃຈ ແລະ ຫວຽດນາມຕ້ອງມີຄວາມເຂັ້ມແຂງ​ໃນການດັດປັບ ​ແລະ ການສ້າງຄວາມເຊື່ອໝັ້ນ​ໃນການແກ້ໄຂບັນຫາໃນລະດັບສາກົນ, ຄຳຖາມກໍ່ຄືວ່າບົດບາດໃຈກາງຂອງອາຊຽນຈະຍັງຄົງເປັນເຄື່ອງມືທີ່ມີປະສິດທິຜົນໃນການແກ້ໄຂບັນດາບັນຫາຢູ່ທະເລ.

ນັກຮຽນຮູ້ອິນເດຍຕີລາຄາບົດບາດຂອງຫວຽດນາມກັບ ອາຊຽນ ແລະ ສະພາຄວາມໝັ້ນຄົງສະຫະປະຊາຊາດ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແຄບຄັ້ງທີ 26 ທີ່ນະຄອນດານັງ, ເດືອນມີນາ 2020.(ພາບ:TTXVN)

ບັນດາໂຄງການປະຊາຄົມອາຊຽນ - ຊຸມຊົນດ້ານການເມືອງຄວາມໝັ້ນຄົງ, ຊຸມຊົນດ້ານເສດຖະກິດ -ວັດທະນະທຳ ຈະຮອດເວລາທົບທວນໃນໄລຍະກາງໃນປີ 2020 ແລະ ປີ 2025 ຈະເປັນເວລາກຳນົດສຳລັບບັນດາໂຄງການເຫຼົ່ານີ້. ໂຄງການປະຕິບັດງານ III ຂອງຂໍ້ລິເລີ່ມການເຊື່ອມໂຍງອາຊຽນ (2016-2020) ຕ້ອງການຄວາມພະຍາຍາມຫຼາຍເພາະວ່າມາຮອດປະຈຸບັນນີ້ມີພຽງ 19/26 ເທົ່າກັບ (ກວມເອົາ 73,1%) ຂອງເປົ້າໝາຍ ທີ່ບັນລຸໄດ້.

ໜຶ່ງ ໃນບັນດາສິ່ງທ້າທາຍທີ່ໃຫຍ່ທີ່ສຸດ ສຳລັບບັນດາປະເທດອາຊຽນແມ່ນການຮັບມືກັບການລະບາດຂອງ COVID-19 ໃນພາກພື້ນ ແລະ ວາງແຜນປະຕິບັດງານຮອບດ້ານ ເພື່ອຄວບຄຸມການລະບາດ ແລະ ການວາງແຜນປະສານງານຂອງຄວາມພະຍາຍາມຮ່ວມກັນໃນພາກພື້ນ ເພື່ອບັນລຸເປົ້າໝາຍດັ່ງກ່າວ, ອາຊຽນ ຈຳເປັນຕ້ອງສ້າງສູນສຸກເສີນດ້ານສາທາລະນະສຸກ, ປັບປຸງລະບົບສະຖານທີ່ຄົ້ນຄ້ວາສຸຂະພາບວົງຄະນະຍາດ, ຄວບຄຸມການແຜ່ກະຈາຍຄວາມສ່ຽງ ແລະ ຮຽນຮູ້ປະສົບການໃນການຮັບມືກັບການລະບາດຂອງພະຍາດນີ້ຂອງປະເທດຈີນ. ຫວຽດນາມ ​ໃນ​ນາມ​ປະທານ​ອາ​ຊຽນ ຈະຕ້ອງຖືເປັນບູລິມະສິດໃນການແກ້ໄຂບັນຫານີ້ໃນປີ, ຖ້າບໍ່ດັ່ງນັ້ນ, ພະຍາດລະບາດດັ່ງກ່າວຈະກໍ່ໃຫ້ເກີດຜົນກະທົບທາງການເມືອງ, ເສດຖະກິດ ແລະ ວັດທະນະທຳຕໍ່ພາກພື້ນ.

ຫຼັງຈາກຄວາມເຄັ່ງຕຶງໃນທະເລຕາເວັນອອກໃນໄລຍະຜ່ານມາ, ຄວາມເປັນປະໂຫຍດຂອງສົນທິສັນຍາສັນຕິພາບ ແລະ ມິດຕະພາບໃນອາຊີຕາເວັນອອກສ່ຽງໃຕ້ ກຳລັງຖືກທ້າທາຍ ຈຳເປັນຕ້ອງທົບທວນຄືນ ແລະ ກຳນົດຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບທີ່ຈະຕ້ອງປະຕິບັດພາຍໃຕ້ TAC ສຳລັບບັນດາປະເທດໃຫຍ່ ແລະ ພາກພື້ນ.

ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຕ້ອງມີຊ່ອງທາງວິທີການ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງບັນດາຄູ່ຮ່ວມມືພ້ອມກັນນັ້ນກໍ່ປົກປ້ອງສິດຜົນປະໂຫຍດຂອງພາກພື້ນ. ສິດຜົນປະໂຫຍດລວມ ແລະ ຈຸດລວມຂອງບັນດາຄູ່ຮ່ວມເຈລະຈາ ແມ່ນກິດຈະກຳບັນເທົາທຸກດ້ານມະນຸດສະທຳ ແລະ ການຫຼຸດຜ່ອນໄພພິບັດ, ການຮັບມືກັບການກໍ່ການຮ້າຍ ແລະ ການເກັບກູ້ລະເບີດບໍ່ທັນແຕກ.

ໃນຖານະທີ່ເປັນກໍາມະທິການບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມມີໂອກາດສາມາດເຮັດໃຫ້ເປົ້າໝາຍການພັດທະນາຂອງອາຊຽນສອດຄ່ອງກັບຂໍ້ລິເລີ່ມຕ່າງໆຂອງສະຫະປະຊາຊາດ. ຄວາມຄ້າຍຄືກັນລະຫວ່າງວິໄສທັດອາຊຽນ 2025 ແລະ ວາລະກອງປະຊຸມການພັດທະນາແບບຍືນຍົງຂອງສະຫະປະຊາຊາດ 2030 ຕ້ອງມີການສຶກສາເພື່ອໃຫ້ຫວຽດນາມສາມາດສະເໜີບັນດາຂໍ້ສະເໜີທີ່ເປັນໄປໄດ້ສຳລັບການປະຕິບັດຕົວຈິງ.

ສິ່ງທ້າທາຍທີ່ກ່ຽວຂ້ອງກັບການລັກລອບຄ້າຂາຍ ແລະ ການຜະລິດຢາເສບຕິດ, ການຄ້າມະນຸດຕ້ອງໄດ້ຮັບການແກ້ໄຂທັງໃນອາຊຽນ ແລະ ສປຊ. ອາຊຽນໄດ້ຮັບຮອງເອົາແຜນປະຕິບັດງານ ເພື່ອປ້ອງກັນ ແລະ ຮັບມືຕໍ່ການເພີ່ມຂຶ້ນຂອງລັດທິຫົວຮຸນແຮງ ແລະ ແຜນການນີ້ຕ້ອງການ ການເປັນຕົວແທນ ແລະ ການສະໜັບສະໜູນຈາກອົງການສະຫະປະຊາຊາດ.

ຕຳແໜ່ງຂອງຫວຽດນາມຈະເປັນກຳລັງໜູນ ສຳ ລັບສິ່ງດັ່ງກ່າວ ແລະ ບັນດາຄວາມມານະພະຍາຍາມຂອງພາກພື້ນກໍ່ຄວນໄດ້ຮັບການຊຸກຍູ້ໃນທິດທາງນີ້. ຄວາມປອດໄພທາງອິນເຕີເນັດ ຍັງໄດ້ຖືກກ່າວເຖິງໂດຍອາຊຽນ ແລະ ສະຫະປະຊາຊາດ, ແຕ່ກົນໄກການຕິດຕາມກວດກາໃນພາກພື້ນຍັງຈຳກັດຢູ່.

ບົນພື້ນຖານຂໍ້ລິເລີ່ມຂອງອາຊຽນເຊັ່ນ: ສູນຄວາມປອດໄພເຄືອຂ່າຍອິນເຕິເນັດ ແລະ ຂໍ້ລິເລີ່ມການສ້າງຄວາມສາມາດດ້ານຄວາມປອດໄພຂອງຄວາມປອດໄພເຄືອຂ່າຍອິນເຕິເນັດ ໂດຍໄດ້ຮັບການຊ່ວຍເຫຼືອຂອງສິງກະໂປ ແລະ ຍີ່ປຸ່ນ, ຫວຽດນາມ ຈະໄດ້ຮັບການຕີລາຄາຢ່າງດີຖ້າປັບປຸງບັນດາບັນຫາເຫຼົ່ານີ້ເປັນຢ່າງດີ.

ພາຍໃນອາຊຽນ, ໃນສະພາບການປະຕິວັດເຕັກໂນໂລຢີ 4.0, ການເຊື່ອມຕໍ່ດີຈີຕອນ… ຍັງບໍ່ທັນຄົບຖ້ວນ, ຫວຽດນາມ ຕ້ອງຍູ້ແຮງຄວາມມານະພະຍາຍາມປະສານສົມທົບກັບບັນດາປະເທດ, ສະໜອງກົນໄກການການສົນທະນາ​​ແບບປົກກະຕິລະຫວ່າງບັນດາປະເທດອາຊຽນ ​ໃຫ້​ມີປະສິດທິຜົນກວ່າ. ຫວຽດນາມກໍ່ຕ້ອງຍູ້ແຮງຄວາມເປັນໄປໄດ້ຂອງບັນດາກົນໄກຮ່ວມມືລະຫວ່າງອາຊຽນ ແລະ ອົງການປະລະມານູສາກົນ (IAEA). ສິ່ງດັ່ງກ່າວຮຽກຮ້ອງໃຫ້ມີຄວາມເອົາໃຈໃສ່ເປັນພິເສດຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອສ້າງກອບກົດໝາຍໃນອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານນິວເຄຼຍ.

ປະຈຸບັນອາຊຽນຕ້ອງປະເຊີນ ​​ໜ້າ ກັບບັນດາການເຄື່ອນໄຫວຂອງການຫາປາທີ່ຜິດກົດໝາຍ, ແລະ ເລື່ອງນີ້ຕ້ອງໄດ້ຮັບການແກ້ໄຂໃນລະດັບໂລກ ແລະ ຈຳເປັນຕ້ອງມີສົນທິສັນຍາກ່ຽວກັບບັນຫານີ້. ຫວຽດນາມອາດຈະໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ບັນຫານີ້ໃນກອງປະຊຸມສະຫະປະຊາຊາດ,ຫວຽດນາມ ກໍ່ຕ້ອງແກ້ໄຂສິ່ງທ້າທາຍຕ່າງໆທີ່ກ່ຽວຂ້ອງກັບການສຶກສາ, ຍູ້ແຮງ ແລະ ປົກປ້ອງສິດ, ການພັດທະນາທັກສະ ແລະ ການຝຶກອົບຮົມວິຊາຊີບໃຫ້ແມ່ຍິງ ແລະ ເດັກນ້ອຍ.

ມົນລະພິດສິ່ງແວດລ້ອມໃນທະເລ ແລະ ການປ່ຽນແປງດິນຟ້າອາກາດ ກໍ່ແມ່ນຫົວຂໍ້ປົກກະຕິໃນສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ຫວຽດນາມ ຕ້ອງການແກ້ໄຂບັນຫານີ້ໂດຍຕິດພັນກັບຄວາມກັງວົນໃນອາຊີຕາເວັນອອກສ່ຽງໃຕ້ ແລະ ໃຫ້ເຫດຜົນເພື່ອຕ້ອງການຄວາມພະຍາຍາມຮ່ວມກັນທົ່ວໂລກ. ບັນຫາອື່ນໆເຊັ່ນ: ການຄຸມຄອງຖ່ານຂີ້ຕົ້ມ, ໄຟໄໝ້ປ່າໂດຍຜ່ານການສະໜັບສະໜູນດ້ານການເງິນ… ຄວນສະເໜີຢ່າງລະມັດລະວັງ. ໃນຂະນະທີ່ວາລະກອງປະຊຸມອາຊຽນ ຈຳເປັນຕ້ອງລົງທືນຄວາມພະຍາຍາມຫລາຍຂື້ນເພາະໃນປີ 2020 ຈະມີຫລາຍຂໍ້ລິເລີ່ມທີ່ ຈຳເປັນຕ້ອງໄດ້ທົບທວນ ແລະ ປະເມີນເພື່ອວາງອອກແຜນທີ່ເສັ້ນທາງທີ່ສົມບູນແບບສຳລັບອະນາຄົດ.

ຄຽງຂ້າງນັ້ນ, ບັນດາບັນຫາໃນສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ຕ້ອງຍົກອອກບັນດາ ຄຳໝັ້ນສັນຍາທີ່ກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງບັນດາປະເທດພັດທະນາ ແລະ ກໍາລັງພັດທະນາ ກ່ຽວກັບມົນລະພິດທາງນໍ້າ, ການຊຸກ​ຍູ້ຊ່ວຍ​ເຫຼືອດ້ານການເງິນ ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກໄພທຳມະຊາດໃນລະດັບສາກົນ.ໃນຄວາມເປັນຈິງແລ້ວ, ບັນຫາມົນລະພິດຂອງແມ່ນໍ້າຂອງ ແລະ ການສ້າງເຂື່ອນຈະໄດ້ຮັບຄວາມສົນໃຈໃນປີນີ້.

ປີ 2020 ຈະເປັນປີທີ່ມີສິ່ງທ້າທາຍຫຼາຍຢ່າງ ພ້ອມທັງເປັນປີທີ່ນຳໃຊ້ຄຳໝັ້ນສັນຍາໃນພາກພື້ນ ແລະ ທົ່ວໂລກກ່ຽວກັບຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ, ການພັດທະນາ, ການຄ້າ ແລະ ການເຊື່ອມຕໍ່. ດ້ວຍປະສົບການທີ່ຜ່ານມາໃນຖານະເປັນປະທານອາຊຽນ ແລະ ກໍາມະການບໍ່ຖາວອນຂອງສະພາຄວາມ ໝັ້ນຄົງສະຫະປະຊາຊາດ ກ່ອນໜ້ານີ້, ຫວຽດນາມ ສາມາດດຸ່ນດ່ຽງບັນດາຄຳໝັ້ນສັນຍາ, ເຮັດໃຫ້ປະຊາຄົມສາກົນ ມີຄວາມປະທັບໃຈໃນເວທີປາໄສພາກພື້ນ ແລະ ທົ່ວໂລກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.