ຫວຽດນາມຖືການພົວພັນກັບສະຫະປະຊາຊາດ ແມ່ນບຸລິມະສິດອັນດັບສຳຄັນທີ່ສຸດ

16:51 | 12/02/2020

ທ່ານນາງເລທິຕວຽດມາຍເອກອັດຄະລັດຖະທູດວິສາບັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ , ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນຕ່າງ ຢູ່ Geneva (ປະເທດສະວິດ), ໄດ້ມີການພົບປະກັບທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ຫ້ອງການສະຫະປະຊາຊາດປະຈຳ Geneva ແລະ ຍື່ນສານຕາຕັ້ງຕໍ່ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃນຕອນບ່າຍ ວັນທີ 10 ກຸມພາ.

ໃນຕອນບ່າຍ ວັນທີ 10 ກຸມພາ, ທ່ານນາງເລທິຕວຽດມາຍເອກອັດຄະລັດຖະທູດວິສາບັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ , ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນຕ່າງ ຢູ່ Geneva (ປະເທດສະວິດ), ໄດ້ມີການພົບປະກັບທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ຫ້ອງການສະຫະປະຊາຊາດປະຈຳ Geneva ແລະ ຍື່ນສານຕາຕັ້ງຕໍ່ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres.

ຫວຽດນາມຖືການພົວພັນກັບສະຫະປະຊາຊາດ ແມ່ນບຸລິມະສິດອັນດັບສຳຄັນທີ່ສຸດ

ທ່ານນາງເລທິຕວຽດມາຍເອກອັດຄະລັດຖະທູດວິສາບັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ຍື່ນສານຕາຕັ້ງຕໍ່ ທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ຫ້ອງການສະຫະປະຊາຊາດປະຈຳ Geneva (ພາບ: baoquocte)


ໃນການແລກປ່ຽນກັບທ່ານນາງ ເລທິຕວຽດມາຍ, ຜູ້ອຳນວຍການໃຫຍ່ Tatiana Valovaya ຕີລາຄາສູງບົດບາດ ແລະ ການຮ່ວມມື ຂອງ ຫວຽດນາມກັບ ສະຫະປະຊາຊາດໃນຫຼາຍຂົງເຂດແຕກຕ່າງກັນ ແລະ ສະແດງຄວາມປາຖະໜາວ່າໃນອາຍຸການຂອງທ່ານນາງເອກອັກຄະລັດຖະທູດ, ຫວຽດນາມຈະສືບຕໍ່ມີການປະກອບສ່ວນຫຼາຍຢ່າງຢູ່ບັນດາເວທີປາໄສການເຄື່ອນໄຫວຂອງ ສະຫະປະຊາຊາດປະຈຳ Geneva, ຊຸກຍູ້ການພົວພັນລະຫວ່າງບັນດາເວທີປາໄສ ສະຫະປະຊາຊາດ ແລະ ສະມາຄົມບັນດາປະເທດ ອາຊຽນ ໃນຖານະເປັນປະທານອາຊຽນປີ 2020, ເພື່ອເປົ້າໝາຍແຫ່ງສັນຕິພາບສະຖຽນລະພາບ, ພັດທະນາຢ່າງໝັ້ນຄົງ ແລະ ວັດທະນະຖາວອນລວມໃຫ້ທັງໝົດບັນດາປະຊາຊາດ.

ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ເລທິຕວຽດມາຍ ຢັ້ງຢືນວ່າ ການພົວພັນກັບສະຫະປະຊາຊາດຍາມໃດກໍ່ແມ່ນບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ ແລະ ຫວຽດນາມ ຍາມໃດກໍ່ມີຄວາມມານະພະຍາຍາມເພຶ່ອກາຍເປັນສະມາຊິກຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນບັນດາເຄື່ອນໄຫວຂອງສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນຕ່າງໆ, ຊຸກຍູ້ການຮ່ວມມືລະຫວ່າງ ສະຫະປະຊາຊາດ ແລະ ອາຊຽນ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.