“ຜູ້ຕາງໜ້າສັນຕິພາບ” ຂອງຫວຽດນາມ ໄດ້ຮັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສະຫະປະຊາຊາດ

06:30 | 19/11/2019

ຍສໝ - ວັນທີ 14 ພະຈິກ, ທີ່ Bentiu, ຊູດັງໃຕ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບກອງບັນຊາການຄະນະປະຕິບັດງານ ຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ຊູດັງໃຕ້ ຈັດພິທີມອບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສະຫະປະຊາຊາດ ໃຫ້ແກ່ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 1 ຂອງຫວຽດນາມ. ທ່ານພົນໂທ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາພິທີ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ເຈິ່ນກວາງເຟືອງ ເນັ້ນໜັກວ່າ, ໃນໜຶ່ງປີກວ່າຜ່ານມາ, ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 1 ໄດ້ມີຄວາມບາກບັ່ນມານະພະຍາຍາມຫຼາຍທີ່ສຸດ ແລະບັນລຸໄດ້ບັນດາຜົນງານຕ່າງໆຢ່າງເປັນໜ້າຊື່ນຊົມໃນການສົ່ງເສີມສຸຂະພາບໃຫ້ແກ່ພະນັກງານ, ພາລະກອນຂອງສະຫະປະຊາຊາດຢູ່ຖານທັບ Bentiu; ພ້ອມທັງສະແດງໃຫ້ເຫັນຄຸນນະທາດ ແລະຄຸນສົມບັດອັນດີງາມຂອງທະຫານລຸງໂຮ່ ໃນສະພາບແວດລ້ອມເຮັດວຽກນາໆຊາດ ແລະໃນເງື່ອນໄຂຮ້າຍແຮງ, ໄດ້ຮັບອາລົມຈິດອັນດີງາມຈາກການນໍາຄະນະປະຕິບັດງານ, ຜູ້ບັນຊາການຖານທັບ ແລະບັນດາເພື່ອນຮ່ວມງານສາກົນ. ທ່ານພົນໂທ ເຈິ່ນກວາງເຟືອງ ຢັ້ງຢືນວ່າ: “ຄວາມບາກບັ່ນມານະພະຍາຍາມດັ່ງກ່າວນັ້ນໄດ້ສະແດງໃຫ້ເຫັນວ່າຫວຽດນາມ ເປັນປະເທດສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ ແລະກໍ່ແມ່ນອາລົມຈິດຂອງປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນຢູ່ຊູດັງໃຕ້”...

“ຜູ້ຕາງໜ້າສັນຕິພາບ” ຂອງຫວຽດນາມ  ໄດ້ຮັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສະຫະປະຊາຊາດ

ບັນດາພະນັກງານ, ພາລະກອນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຮັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສະຫະປະຊາຊາດ. (ພາບ: baoquocphong.vn)

ໃນບົດກ່າວປາໄສຂອງຕົນ, ທ່ານພົນຕີ Shailesh Tinaika ສະແດງຄວາມຂອບໃຈ, ຕີລາຄາສູງການເປັນມືອາຊີບ ແລະຄວາມຫ້າວຫັນສຸດໃຈຂອງຖັນແຖວພະນັກງານ, ພາລະກອນ, ພະຍາບານ, ແພດໝໍຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 1. ທ່ານພົນຕີ Shailesh Tinaika ເນັ້ນໜັກວ່າ: “ຂ້າພະເຈົ້າ ຄິດວ່າບໍ່ມີກົມກອງໃດທີ່ເຮັດໄດ້ດີກວ່າພວກເພື່ອນໃນການສະໜອງການບໍລິການສົ່ງເສີມສຸຂະພາບໃຫ້ແກ່ພາລະກອນສະຫະປະຊາຊາດ ກໍຄື ປະຊາຊົນທ້ອງຖິ່ນເມື່ອເຂົາເຈົ້າມີ ຄວາມຕ້ອງການ”...

“ຜູ້ຕາງໜ້າສັນຕິພາບ” ຂອງຫວຽດນາມ  ໄດ້ຮັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບ ສະຫະປະຊາຊາດ

ບັນດາບຸກຄົນດີເດັ່ນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຮັບໃບຍ້ອງຍໍຂອງຜູ້ບັນຊາການບັນດາກໍາລັງການທະຫານຄະນະປະຕິບັດງານ. (ພາບ: baoquocphong.vn):

ໃນບັນຍາກາດອັນຊົງກຽດນີ້, ທ່ານພົນໂທ ເຈິ່ນກວາງເຟືອງ, ທ່ານພົນຕີ Shailesh Tinaika ພ້ອມກັບຫົວໜ້າຖານທັບ Bentiu ແລະຜູ້ບັນຊາການແພດຂອງຄະນະປະຕິບັດງານ ໄດ້ມອບຫຼຽນກາເພື່ອພາລະກິດຮັກສາສັນຕິພາບສະຫະປະຊາຊາດ ໃຫ້ແກ່ໂຮງໝໍກາງສະໜາມ ຂັ້ນ 2 ເລກ 1 ຂອງຫວຽດນາມ. ນອກຈາກນີ້, ໝູ່ຄະນະໂຮງໝໍກາງສະໜາມຂັ້ນ 2 ເລກ 1 ແລະ ບຸກຄົນດີເດັ່ນ 4 ຄົນ ກໍ່ໄດ້ຮັບໃບຍ້ອງຍໍຂອງຜູ້ບັນຊາການບັນດາກໍາລັງການທະຫານ ຄະນະປະຕິບັດງານ ຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ຊູດັງໃຕ້.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.