ຫວຽດນາມ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນສະພາບໃຊ້ພາສາ ຟຣັ່ງ

09:08 | 09/12/2019

ຍສໝ - ຫວ່າງແລ້ວນີ້, ທີ່ສຳນັກງງານກົມຮັກສາສັນຕິພາບ ຫວຽດນາມ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ “ຫວຽດນາມ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນສະພາບໃຊ້ພາສາ ຟຣັ່ງ”.

ຫວຽດນາມ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນສະພາບໃຊ້ພາສາ ຟຣັ່ງ

ກອງປະຊຸມສຳມະນາສາກົນ (ພາບ: TTXVN)

ປີ 2019, ຫວຽດນາມ ໄດ້ຜັນຂະຫຍາຍຈັດສົ່ງນາຍທະຫານ ແລະ ໂຮງໝໍກາງສະໜາມຂັ້ນ 2 ໄປຍັງຄະນະປະຕິບັດງານຢູ່ ຊູດັງໃຕ້ ແລະ ສ.ອາຟຣິກາກາງ, ພ້ອມທັງ ຕັ້ງໜ້າກະກຽມໃຫ້ກົມກອງທະຫານຊ່າງ ເພື່ອຜັນຂະຫຍາຍຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ເມື່ອມີຄວາມຕ້ອງການ. ຄຳໝັ້ນສັນຍາຂອງ ຫວຽດນາມ ດຳເນີນໄປໃນສະພາບປະຊາຄົມໃຊ້ພາສາ ຝຮັ່ງ ນັບມື້ນັບມີບົດບາດສຳຄັນໃນບັນດາການເຄື່ອນໄຫວຮັກສາສັນຕິພາບ. ຫວຽດນາມ ໄດ້ ແລະ ພວມນັບມື້ນັບສະໜິດແໜ້ນກັບບັນດາການເຄື່ອນໄຫວຮັກສາສັນຕິພາບຂອງປະຊາຄົມໃຊ້ພາສາ ຝຣັ່ງ ກ່ວາອີກ, ເປັນຕົ້ນແມ່ນເມື່ອບັນດາການເຄື່ອນໄຫວຮັກສາສັນຕິພາບ ເບິ່ງລວມແລ້ວ ຕິດພັນກັບປະຊາຄົມໃຊ້ພາສາ ຝຣັ່ງ ຢ່າງແໜ້ນແຟ້ນ.

ຕອນບ່າຍວັນທີ 5 ທັນວາ, ຢູ່ນະຄອນໂຮ່ຈີມິນ, ກະຊວງປ້ອງກັນປະເທດໄດ້ຈັດພິທີ ເຊີດຊູໂຮງໝໍເຄື່ອນທີ່ພາກສະໜາມ ຂັ້ນ 2 ເລກ 1 ທີ່ໄດ້ປະຕິບັດສຳເລັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້. ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງຮ່ວາບິງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບ ສປຊ ເພືຶ່ອແນໃສ່ປະຕິບັດແນວທາງການທູດຂອງ ປະເທດຊາດ, ສ້າງຂີດໝາຍແຫ່ງການປ່ຽນແປງທັງກ່ຽວກັບ ຈຳນວນ ແລະ ຄຸນນະພາບໃນການເຄື່ອນໄຫວຮ່ວມມືຫຼາຍຝ່າຍ ເວົ້າລວມ ແລະ ກ່ຽວກັບການປ້ອງກັນຊາດປ້ອງກັນສະຫງົບເວົ້າສະເພາະ, ໂດຍພິສູດໃຫ້ເຫັນບົດບາດຄວາມຮັບຜິດຊອບ ແລະ ການຮ່ວມແຮງຮ່ວມໃຈ ປະກອບເຫື່ອແຮງ ຂອງ ຊາດ ຫວຽດນາມ ຕໍ່ບັນດາປະເທດທີ່ຍັງປະສົບກັບຄວາມ ທຸກຍາກອຶດຫິວ ແລະ ມີການປະທະກັນ.

ຫວຽດນາມ ແລະ ບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດໃນສະພາບໃຊ້ພາສາ ຟຣັ່ງ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ. (ພາບ: TTXVN)

ວັນທີ 6 ທັນວາ, ທີ່ສໍານັກງານສະຫະປະຊາຊາດ ໄດ້ດໍາເນີນການໂອ້ລົມສົນທະນາ ພາຍໃຕ້ຫົວຂໍ້ “ເພີ່ມທະວີປະສິດທິຜົນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ”. ນີ້ແມ່ນຂໍ້ລິເລີ່ມ ໂດຍ ອາເມລິກາ, ປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ປະຈໍາເດືອນທັນວາ 2019 ຍົກອອກມາ ດ້ວຍການເຂົ້າຮ່ວມຂອງທ່ານ António Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ແລະຜູ້ຕາງໜ້າກວ່າ 100 ປະເທດສະມາຊິກສະຫະປະຊາຊາດ. ໂດຍໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາປະເທດສ້າງການພົວພັນຄູ່ຮ່ວມມືທີ່ມີປະສິດທິຜົນທີ່ສຸດໃນການເຄື່່ອນໄຫວຮັກສາສັນຕິພາບ ຢູ່ຄະນະປະຕິບັດງານ ຊູດັງໃຕ້, ຫວຽດນາມ ໄດ້ຮັບການເຊີື້ອເຊີນຮ່ວມຈັດຕັ້ງ ແລະກ່າວຄໍາເຫັນທີ່ວາລະປຶກສາຫາລືກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມື ໃນການເຄື່ອນໄຫວຮັກສາສັນຕິພາບ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ ໄດ້ແບ່ງປັນບົດຮຽນໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຂອງຫວຽດນາມກັບບັນດາປະເທດໜູນຊ່ວຍດ້ານການເງິນ, ບໍາລຸງສ້າງ, ພາຫະນະອຸປະກອນ ແລະຂົນສົ່ງ, ກໍຄືບັນດາປະເທດຈັດສົ່ງນາຍທະຫານໃນບໍລິເວນດຽວກັນ, ປະເທດຮັບເອົານາຍທະຫານ ແລະບັນດາອົງການຂອງສະຫະປະຊາຊາດ ໃນການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ຢູ່ ຊູດັງໃຕ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.