ຫວຽດນາມ ສະໜັບສະໜູນບົດບາດໃຈກາງຂອງ ສປຊ ໃນໄລຍະຜ່ານມາ

15:25 | 12/04/2020

ຍສໝ - ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບພະຍາດໂຄວິດ-19.

ຫວຽດນາມ ສະໜ ບສະໜ ນບ ດບາດໃຈກາງຂອງ ສປຊ ໃນໄລຍະຜ ານມາ ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ
ຫວຽດນາມ ສະໜ ບສະໜ ນບ ດບາດໃຈກາງຂອງ ສປຊ ໃນໄລຍະຜ ານມາ ຫວຽດນາມ ສົ່ງນາຍທະຫານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ

ທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນບົດບາດໃຈກາງຂອງ ສປຊ ແລະຄວາມພະຍາຍາມຂອງທ່ານເລຂາທິການໃຫຍ່ ສປຊ ໃນໄລຍະຜ່ານມາ; ແບ່ງປັນຄໍາຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ກ່ຽວກັບການຢຸດຍິງຢູ່ບັນດາເຂດປະທະກັນໃນໂລກ, ສະເໜີໃຫ້ ສປຊ ແລະບັນດາຝ່າຍ ເອົາໃຈໃສ່ເຖິງບັນດາເປົ້າໝາຍທີ່ມີຄວາມສ່ຽງຫຼາຍກວ່າໝູ່, ຄື: ແມ່ຍິງ, ເດັກນ້ອຍ, ຜູ້ອາຍຸສູງ, ຄົນພິການ, ພ້ອມທັງເອົາໃຈໃສ່ເຖິງການຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານ ສປຊ ໃນຄວາມມານະພະຍາຍາມໜູນຊ່ວຍບັນດາປະເທດຮັບມືກັບພະຍາດໂຄວິດ-19.

ຫວຽດນາມ ສະໜ ບສະໜ ນບ ດບາດໃຈກາງຂອງ ສປຊ ໃນໄລຍະຜ ານມາ
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ.(ພາບ:zingnews.vn)

ວັນທີ 6 ເມສາ, ສໍານັກຂ່າວສານ AFP ໃຫ້ຂ່າວວ່າ, ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ນໍາເອົາການປົກປ້ອງແມ່ຍິງເຂົ້າໃນແຜນການກະທໍາເພື່ອແນໃສ່ຕ້ານຄືນກັບພະຍາດໂຄວິດ-19. ທ່ານ Antonio Guterres ຊີ້ແຈ້ງວ່າ “ສໍາລັບແມ່ຍິງ ແລະເດັກນ້ອຍຍິງ, ໄພຂົ່ມຂູ່ທີ່ປະກົດຕົວໃຫຍ່ທີ່ສຸດຢູ່ບ່ອນທີ່ເຂົາເຈົ້າຄວນໄດ້ຮັບຄວາມປອດໄພທີ່ສຸດ. ນັ້ນແມ່ນເຮືອນຂອງເຂົາເຈົ້າເອງ”. ສະນັ້ນ, ທ່ານເລຂາທິການໃຫຍ່ ສປຊ ຖືວ່າ ໄປຄຽງຄູ່ກັບໜ້າທີ່ຕ້ານໂລກລະບາດແລ້ວ, ຕ້ອງສະກັດກັ້ນການໃຊ້ຄວາມຮຸນແຮງຢູ່ທຸກແຫ່ງຫົນໃນໂລກ, ພິເສດແມ່ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ທ່ານ ເນັ້ນໜັກວ່າ ການສະກັດກັ້ນສະພາບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແມ່ນການກະທໍາອັນສໍາຄັນໃນແຜນການຮັບມືກັບໂລກລະບາດຂອງແຕ່ລະປະເທດ.

ຫວຽດນາມ ສະໜ ບສະໜ ນບ ດບາດໃຈກາງຂອງ ສປຊ ໃນໄລຍະຜ ານມາ
ຫວຽດນາມ ສະໜັບສະໜູນບົດບາດໃຈກາງຂອງ ສປຊ ໃນໄລຍະຜ່ານມາ.(ພາບປະກອບ:zingnews.vn)

ວັນທີ 7 ເມສາ, ສະພາຄວາມໝ້ັນຄົງ ສປຊ ໄດ້ດໍາເນີນກອງປະຊຸມອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ມາລີ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານ ສປຊ ປະຈໍາ ມາລີ (MINUSMA) ໃນ 3 ເດືອນຜ່ານມາ. ບັນດາສະມາຊິກຂອງສະພາຄວາມໝ້ັນຄົງ ສປຊ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງສືບຕໍ່ປະຕິບັດຂໍ້ຕົກລົງສັນຕິພາບປີ 2015; ສະໜັບສະໜູນການປະຕິບັດແຜນການດັດປັບການເຄື່ອນໄຫວຂອງ MINUSMA; ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມໝັ້ນຄົງຢູ່ມາລີ; ສະເໜີໃຫ້ມີມາດຕະການຊ່ວຍມາລີ ຮັບມືກັບພະຍາດ Covid-19 ໂດຍໄວ; ເຊີດຊູບົດບາດ ແລະການເຂົ້າຮ່ວມຂອງແມ່ຍິງໃນວິວັດທະນາການທາງການເມືອງຢູ່ມາລີ.

ຫວຽດນາມ ສະໜ ບສະໜ ນບ ດບາດໃຈກາງຂອງ ສປຊ ໃນໄລຍະຜ ານມາ
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ທີ່ກອງປະຊຸມຢູ່ນິວຢອກ. (ພາບ: UN)

ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ເນັ້ນໜັກເຖິງເລື່ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ສາມັນຊົນ, ພິເສດແມ່ນແມ່ຍິງ ແລະເດັກນ້ອຍ, ກໍາລັງປ້ອງກັນຄວາມໝັ້ນຄົງຂອງມາລີ ແລະກໍາລັງຮັກສາສັນຕິພາບ ສປຊ. ພ້ອມທັງ ໄດ້ຮຽກຮ້ອງໃຫ້ມີບັນດາມາດຕະການໜູນຊ່ວຍມາລີ ໃນສະພາບການທີ່ພະຍາດ ໂຄວິດ-19 ແຜ່ລະບາດຢ່າງກວ້າງຂວາງໃນໂລກ.

ວັນທີ 7 ເມສາ, ບັນດານັກຊ່ຽວຊານສິດທິມະນຸດຂອງ ສປຊ ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີບັນດາມາດຕະການປົກປ້ອງ ເພື່ອຊ່ວຍເຫຼືອເດັກນັບລ້ານຄົນໃນທົ່ວໂລກ ທີ່ອາດຈະຕ້ອງຕົກເຂົ້າສູ່ສະພາບການໃຊ້ຄວາມຮຸນແຮງ, ການຄ້າມະນຸດ, ສວຍໃຊ້ ແລະ ຖືກຂູດຮີດທາງເພດສຳພັນ ໃນສະພາບການເກີດໂລກລະບາດໂຄວິດ - 19. ທ່ານເລຂາທິການໃຫຍ່ ສປຊ ຖືວ່າ ໄປຄຽງຄູ່ກັບໜ້າທີ່ຕ້ານໂລກລະບາດແລ້ວ, ຕ້ອງສະກັດກັ້ນການໃຊ້ຄວາມຮຸນແຮງຢູ່ທຸກແຫ່ງຫົນໃນໂລກ, ພິເສດແມ່ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ທ່ານ ເນັ້ນໜັກວ່າ ການສະກັດກັ້ນສະພາບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແມ່ນການກະທໍາອັນສໍາຄັນໃນແຜນການຮັບມືກັບໂລກລະບາດຂອງແຕ່ລະປະເທດ. ຄໍາຮຽກຮ້ອງຂອງທ່ານ Antonio Guterres ໄດ້ຍົກອອກມາໃນສະພາບການທີ່ໂລກກໍາລັງປະເຊີນໜ້າກັບການເພີ່ມຂຶ້ນຢ່າງຮ້າຍແຮງກ່ຽວກັບສະພາບການໃຊ້ຄວາມຮຸນແຮງໃນຄອບຄົວຍ້ອນຜົນກະທົບຂອງພະຍາດໂຄວິດ-19.

ຫວຽດນາມ ສະໜ ບສະໜ ນບ ດບາດໃຈກາງຂອງ ສປຊ ໃນໄລຍະຜ ານມາ ບໍລິສັດຫວຽດນາມມອບຊຸດວິໄຈກວດຫາເຊື້ອໄວຣັດ SARS – CoV- 2 ໃຫ້​ອໍານາດ​ການ​ປົກຄອງ Moldova ຈໍານວນ 600 ຊຸດ

ຍສໝ - ຫວ່າງມໍ່ໆມານີ້, ບໍລິສັດ Farmacia Orient ໂດຍຄົນຫວຽດນາມ ເປັນເຈົ້າຂອງ ແລະ ບໍລິຫານ ໄດ້ມອບຊຸດວິໄຈກວດຫາເຊື້ອໄວຣັດ SARS – CoV- 2 ໂດຍເຢຍລະມັນຜະລິດ ຈໍານວນ 600 ຊຸດ ໃຫ້ແກ່ ອົງການການແພດປ້ອງກັນໂລກລະບາດແຫ່ງຊາດ Moldova.

ຫວຽດນາມ ສະໜ ບສະໜ ນບ ດບາດໃຈກາງຂອງ ສປຊ ໃນໄລຍະຜ ານມາ ຫວຽດນາມ ມອບເງິນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ -19

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຫງວຽນກ໊ວກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບສັນຍາລັກເງິນຈໍານວນ 50.000 ໂດລາສະຫະລັດຂອງຫວຽດນາມ ໃຫ້ແກ່ລັດຖະບານ ແລະປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ-19.

ຫວຽດນາມ ສະໜ ບສະໜ ນບ ດບາດໃຈກາງຂອງ ສປຊ ໃນໄລຍະຜ ານມາ ກະຊວງການຕ່າງປະເທດ ອີຕາລີ​ສະ​ແດງ​ຄວາມຂອບ​ໃຈ​ຫວຽດ​ນາມ ໃນ​ການໜູ​ນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ Covid– 19

ຍສໝ - ການຊ່ວຍເຫຼືອຂອງ ຫວຽດນາມເປັນທີ່ຈະແຈ້ງແລ້ວວ່າ ຈະປະກອບສ່ວນໜູນຊ່ວຍອີຕາລີບັນລຸໄດ້ຜົນສຳເລັດກໍ່ຄືຊ່ວຍຟື້ນຟູອີຕາລີ, ປະຊາຊົນອີຕາລີຍາມໃດກໍ່ຈົດຈຳຄຸນງາມຄວາມດີ ແລະ ຄວາມສາມັກຄີຂອງ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.