ຫວຽດນາມ ພ້ອມແລ້ວທີ່ຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ

16:13 | 31/12/2019

ຍສໝ - ດ້ວຍຈໍານວນບັດສະໜັບສະໜູນສູງລະດັບສະຖິຕິ 192/193 ບັດ, ວັນທີ 7 ມິຖຸນາ, ຫວຽດນາມ ໄດ້ຮັບດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ.

ຫວຽດນາມ ພ້ອມແລ້ວທີ່ຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ

ວັນທີ 7 ມິຖຸນາ, ຫວຽດນາມ ໄດ້ຮັບດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ (ພາບ: TTXVN)

ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມ ຮັບໜ້າທີ່ອັນສໍາຄັນນີ້. ອີກຄັ້ງໜຶ່ງ, ຄວາມປາຖະໜາຢາກປະກອບສ່ວນຫຼາຍກວ່າອີກໃຫ້ແກ່ບັນດາບັນຫາຄວາມໝັ້ນຄົງ ແລະ ສັນຕິພາບຂອງໂລກ ສືບຕໍ່ໄດ້ຮັບການເຊື່ອມຕໍ່ຄືນໃໝ່ ພາຍຫຼັງໄລຍະ 40 ກວ່າ ປີ ທີ່ຫວຽດນາມເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງເວທີປາໄສໃຫຍ່ທີ່ສຸດໃນໂລກນີ້. ນັບແຕ່ວັນທີ 01 ມັງກອນ 2020, ຫວຽດນາມ ຈະຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ກ່ຽວກັບສິ່ງທ້າທາຍສຳລັບປະເທດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຖືວ່າ, ຫວຽດນາມ ຕ້ອງເຮັດແນວໃດເພື່ອທັງປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງໃນໂລກ, ທັງປົກປ້ອງສິດຜົນປະໂຫຍດຂອງຕົນ, ແຕ່ຍັງຮັກສາການພົວພັນອັນດີງາມກັບທຸກໆຝ່າຍໄດ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.