ຫວຽດນາມ ກຽມພ້ອມສຳລັບອາຍຸການເປັນກຳມະການບໍ່ປະຈຳການ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

16:25 | 30/12/2019

ຍສໝ - ນັບແຕ່ວັນທີ 01 ມັງກອນ 2020, ຫວຽດນາມ ຈະຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນວ່າ, ໃນເບື້ອງຕົ້ນ ຫວຽດນາມ ໄດ້ເປັນເອກະພາບຮ່າງລາຍການເຮັດວຽກຂອງເດືອນມັງກອນ 2020, ໃນນັ້ນມີບັນດາລາຍການທີ່ພວກເຮົາຕ້ອງປະຕິບັດຢ່າງເປັນປະຈຳ, ພ້ອມກັນນັ້ນກໍ່ມີບັນດາເຫດການສະເພາະຂອງຫວຽດນາມ ເພື່ອສ້າງຂີດໝາຍໃນເດືອນມັງກອນ, ພ້ອມແລ້ວທີ່ຈະຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຫວຽດນາມ ກຽມພ້ອມສຳລັບອາຍຸການເປັນກຳມະການບໍ່ປະຈຳການ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ຫວຽດນາມ ກຽມພ້ອມສຳລັບອາຍຸການເປັນກຳມະການບໍ່ປະຈຳການ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. (ພາບ: nhandan.com.vn)

ກ່ຽວກັບສິ່ງທ້າທາຍສຳລັບປະເທດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຖືວ່າ, ຫວຽດນາມ ຕ້ອງເຮັດແນວໃດເພື່ອທັງປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງໃນໂລກ, ທັງປົກປ້ອງສິດຜົນປະໂຫຍດຂອງຕົນ, ແຕ່ຍັງຮັກສາການພົວພັນອັນດີງາມກັບທຸກໆຝ່າຍໄດ້.

ກ່ຽວກັບບັນດາບຸລິມະສິດໃນການສົນທະນາ ເມື່ອດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນມັງກອນ 2020, ທ່ານລັດຖະມົນຕີຊ່ວຍວ່າການ ເລຫ່ວາຍຈູ່ງ ໃຫ້ຮູ້ວ່າ, ຫວຽດນາມຈະເປັນປະທານກອງປະຊຸມ, ໃນນັ້ນມີການສົນທະນາຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ສະເຫຼີມສະຫຼອງຄົບຮອບ 75 ປີຂອງສປຊ; ກ່ຽວກັບການປະຕິບັດຕາມກົດບັດສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ພ້ອມທັງບົດບາດຂອງບັນດາອົງການຈັດຕັ້ງພາກພື້ນ ໃນການຮ່ວມມືກັບສະພາຄວາມໝັ້ນຄົງສະຫະປະຊາຊາດ. ຫວຽດນາມຍັງຈະປຶກສາຫາລືກ່ຽວກັບບັນຫາທີ່ກ່ຽວຂ້ອງກັບອີຣັກ, ເລບານອນແລະຕາເວັນອອກກາງ ...

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.