ສະຫະປະຊາຊາດ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂນບາຍການຕ່າງປະເທດຂອງຫວຽດນາມ

08:52 | 25/10/2019

ຍສໝ - ໃນຕອນບ່າຍຂອງວັນທີ 23 ຕຸລາ 2019, ຢູ່ສໍານັກງານລັດຖະບານ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານປະຈໍາ ສປຊ ເນື່ອງໃນໂອກາດສະຫຼີມສະຫຼອງ ວັນສ້າງຕັ້ງ ສປຊ ຄື ວັນທີ 24 ຕຸລາ.

ສະຫະປະຊາຊາດ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂນບາຍການຕ່າງປະເທດຂອງຫວຽດນາມ

ບັນຍາກາດທີ່ການຕ້ອນຮັບ.(ພາບ: ສໍານັກຂ່າວສານຫວຽດນາມ)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖມະມົນຕີ ເຈືອງຮວ່າບິ່ງ ຢັ້ງຢືນວ່າ ຄວາມຕັດສິນໃຈຂອງລັດຖະບານໃນການກໍ່ສ້າງລັດຖະບານໃຫ້ມີຄວາມສ້າງສັນແມ່ນຖືກຕ້ອງ, ເຂັ້ມງວດ ແລະ ນໍາມາເຊິ່ງໝາກຜົນລະອຽດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ກໍສະເໜີໃຫ້ບັນດາອົງການຈັດຕັ້ງ ສປຊ ເປັນເຈົ້າການໃນການຄາດຄະເນ ແລະ ແຈ້ງໃຫ້ຊາບກ່ຽວກັບບັນດາທ່າອ່ຽງໃໝ່, ວິກິດການທີ່ອາດຈະເກີດຂຶ້ນຢູ່ພາກພື້ນ, ສາກົນ ແລະ ສົ່ງຜົນກະທົບຕໍ່ຫວຽດນາມ; ຊົມເຊີຍກຸ່ມຄູ່ຮ່ວມມືພັດທະນາທີ່ໄດ້ສໍາເລັດບາງບົດລາຍງານໃນຫຼາຍຂົງເຂດ, ໃນນັ້ນ, ມີຫຼາຍບົດສະຫະປະຊາຊາດໄດ້ເປັນປະທານ; ທ່ານໃຫ້ຮູ້ວ່າຈະຊີ້ນໍາ, ນໍາພາບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າ ແລະມີຄໍາຄິດເຫັນສ່ອງແສງຄືນກ່ຽວກັບເນື້ອໃນຂອງບັນດາບົດລາຍງານ.

ຕາງໜ້າໃຫ້ຫົວໜ້າຜູ້ຕາງໜ້າບັນດາອົງການຂອງສະຫະປະຊາຊາດ ປະຈໍາ ຫວຽດນາມ, ຜູ້ປະສານງານ Kamal Malhotra ເນັ້ນໜັກວ່າ, ສະຫະປະຊາຊາດຈະສືບຕໍ່ໜູນຊ່ວຍຢ່າງແຮງ ແລະຄຽງບ່າຄຽງໄຫຼ່ກັບຫວຽດນາມ ບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ, ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງໃນວິວັດການພັດທະນາ. ພິເສດແມ່ນຈະໜູນຊ່ວຍຫວຽດນາມ ກ່ຽວກັບບັນດານະໂຍບາຍພັດທະນາຄືສະມັດຕະພາບແຮງງານ, ຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດເພື່ອຫຼຸດພົ້ນອອກຈາກລະດັບລາຍຮັບປານກາງ.

ກ່ວາ 30 ປີຜ່ານມາ, ການຊ່ວຍເຫຼືອຂອງສະຫະປະຊາຊາດທີ່ສະຫງວນໃຫ້ ຫວຽດນາມ ມີຄວາມໝາຍຍິ່ງໃຫຍ່ທີ່ສຸດ, ສຸມໃສ່ໜູນຊ່ວຍໃນຫລາຍຂົງເຂດທີ່ຈຳເປັນ ກ່ຽວກັບການພັດທະນາເສດຖະກິດ, ສ້າງລະບອບລະບຽບການ, ກົດໝາຍ, ແກ້ໄຂບັນດາບັນຫາຮ້ອນເຮັ່ງໃນສັງຄົມ. ໄປຄຽງຄູ່ກັນນັ້ນ, ສະຫະປະຊາຊາດໄດ້ກາຍເປັນເວທີປາໄສເພື່ອໃຫ້ ຫວຽດນາມ ຜັນຂະຫຍາຍບັນດາຄຳຮຽກຮ້ອງຂອງນະໂຍບາຍການພົວພັນຕ່າງປະເທດ. ຫວຽດນາມ ໄດ້ຍາດແຍ່ງເອົາເວທີປາໄສສະຫະປະຊາຊາດເປັນພື້ນຖານເພື່ອເພີ່ມທະວີການພົວພັນກັບບັນດາອົງການຈັດຕັ້ງໃນລະບົບຂອງສະຫະປະຊາຊາດ, ເປີດກ້ວາງການພົວພັນ 2 ຝ່າຍ ແລະ ຫລາຍຝ່າຍກັບບັນດາປະເທດ, ອົງການຈັດຕັ້ງສາກົນ. ປັດຈຸບັນ, ເມື່ອ ຫວຽດນາມ ກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ເລື່ອງຊຸກຍູ້ການພົວພັນກັບສະຫະປະຊາຊາດ ແລະ ຍົກສູງການນຳໃຊ້ແຫຼ່ງກຳລັງໜູນຊ່ວຍຂອງສະຫະປະຊາຊາດຢ່າງມີປະສິດທິຜົນສູງກ່ວາອີກ ແນໃສ່ຮັບໃຊ້ໂດຍກົງໃຫ້ແກ່ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ແມ່ນຈຳເປັນທີ່ສຸດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.