ອວຍພອນປີໃໝ່, ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແລະ ເວເນຊູເອລາ
ທ່ານເອກອັກຄະລັດຖະທູດ ຫງວຽນຫວູຕຸ່ງ ໄດ້ອວຍພອນບຸນເຕັດທາງໄກເຊື່ອມຕໍ່ເກືອບ 100 ແຫ່ງທີ່ຕາງໜ້າໃຫ້ຊາວ ຫວຽດນາມ ກວ່າ 200.000 ຄົນພວມອອກແຮງງານ, ຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ.
ທ່ານເອກອັກຄະລັດຖະທູດ ຫງວຽນຫວູຕຸ່ງ ໄດ້ອວຍພອນບຸນເຕັດທາງໄກເຊື່ອມຕໍ່ເກືອບ 100 ແຫ່ງທີ່ຕາງໜ້າໃຫ້ຊາວ ຫວຽດນາມ ກວ່າ 200.000 ຄົນພວມອອກແຮງງານ, ຮ່ຳຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ.
ຍສໝ - ປີຜ່ານມາ, ປະຊາຄົມຊາວຂະແມເຊື້ອຊາດຫວຽດນາມ ຢູ່ກຳປູເຈຍ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທັງໂລກລະບາດທັງຍ້າຍບ່ອນຢູ່ອາໄສ ແລະຫາເງິນລ້ຽງຊີບ. ຫຼາຍໝູ່ຄະນະ, ສ່ວນບຸກຄົນໃນທົ່ວປະເທດໄດ້ມາຫາພໍ່ແມ່ ປະຊາຊົນເພື່ອຊ່ວຍເຫຼືອເຊິ່ງກັນແລະກັນຜ່ານຜ່າຄວາມຫຍຸ້ງຍາກຢ່າງທັນການ.
ຍສໝ - ໃນ 2 ວັນ, ແຕ່ວັນທີ 15-16 ມັງກອນນີ້, ຢູ່ສະຖານທູດຫວຽດນາມ ປະຈຳ ສິງກະໂປ, ໄດ້ດຳເນີນງານປະກວດຫໍ່ເຂົ້ົ້າຕົ້ົ້ມ, ປະດັບປະດາ, ວາງສະແດງບັນດາຜະລິດຕະພັນ ດ້ວຍຫົວຂໍ້ “ປີໃໝ່ຫວຽດນາມ” ຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຕອນຄໍ່າວັນທີ 12 ມັງກອນ, ທີ່ວັດເຝິດຕິ໊ກ ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນພິທີມອບໃບຍ້ອງຍໍໃຫ້ບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ມີຜົນງານໃນວຽກງານຊ່ວຍເຫຼືອ ແລະຂົນຂວາຍການຊ່ວຍເຫຼືອໃຫ້ຊາວລາວ ທີ່ປະສົບໄພທໍາມະຊາດ, ພະຍາດໃນໄລຍະຜ່ານມາ ແລະພິທີປຸກລະດົມບໍລິຈາກໃຫ້ໂຄງການບູລະນະວັດເຝິດຕິ໊ກວຽງຈັນ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳກຳປູເຈຍແລ້ວ, ຕອນເຊົ້າວັນທີ 11 ມັງກອນນີ້, ຢູ່ດ່ານຊາຍແດນສາກົນຮ່າຕຽນ (ແຂວງກຽນຢາງ) - Prek Chak (ແຂວງ Kampot, ກຳປູເຈຍ), ຜູ້ຕາງໜ້າແຂວງກຽນຢາງ ໄດ້ມອບເງິນມູນຄ່າ 300 ລ້ານດົ່ງ ໃຫ້ຜູ້ຕາງໜ້າກົງສຸນໃຫຍ່ຫວຽດນາມ ຢູ່ແຂວງ ແຂວງ Kampot, ກຳປູເຈຍ.
ຍສໝ - ຕາມການຊີ້ນຳຂອງຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ, ຜູ້ໂດຍສານທີ່ເຂົ້າເມືອງ ຕ້ອງໄດ້ມີຜົນການກວດ PCR ເປັນລົບ ພາຍໃນ 72 ຊົ່ວໂມງ. ຄຽງຄູ່ກັນນັ້ນ, ເມື່ອເຂົ້າໄປສະໜາມບິນ, ຜູ້ໂດຍສານຕ້ອງປະຕິບັດຕາມຄຳແນະນຳທັງ 5 ຢ່າງ.
ຍສໝ - ການນຳຂອງພັກ ແລະ ລັດ ແມ່ນມີຄວາມເອົາໃຈໃສ່ທີ່ສຸດ ແລະ ຊີ້ນຳ ເພື່ອສ້າງເງື່ອນໄຂສູງສຸດໃຫ້ປະຊາຊົນໄປກັບເມືອຢາມບ້ານເກີດເມືອງນອນ.
ຍສໝ - ນັ້ນແມ່ນຄຳຢືນຢັນຂອງ ທ່ານນາງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ທີ່ກອງປະຊຸມເຜີຍແຜ່, ເຊື່ອມຊືມຂໍ້ສະຫຼຸບທີ 12 ຂອງກົມການເມືອງກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (NVNONN) ໃນສະພາບການໃໝ່ໄດ້ດຳເນີນຫວ່າງແລ້ວນີ້.
ຍສໝ - ຫວ່າງແລ້ວນີ້, ທີ່ກອງປະຊຸມຂ່າວໂດຍທະນາຄານແຫ່ງລັດ ຫວຽດນາມ ຈັດຕັ້ງປະຕິບັດວຽກງານຂອງຂະແໜງການທະນາຄານປີ 2022 ໄດ້ຕອບສຳພາດຕໍ່ນັກຂ່າວຈາກສຳນັກຂ່າວສານຫວຽດນາມ, ທ່ານ ຮອງຜູ້ວ່າການທະນາຄານແຫ່ງລັດ ດ່າວມີງຕູ ໃຫ້ຮູ້ວ່າ: ຈຳນວນເງິນຕາຕ່າງປະເທດ ທີ່ຊາວຫວຽດນາມຢູ່ຕ່າງປະເທດສົ່ງກັບ ຫວຽດນາມ ໃນປີ 2021 ຄາດວ່າຈະບັນລຸ 12,5 ຕື້ USD, ເພີ່ມຂຶ້ນປະມານ 10% ເມື່ອທຽບໃສ່ປີ 2020.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈີ່ນແທັງເມືນ ໄດ້ມີການພົບປະກັບຜູ້ແທນ 55 ຄົນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ແບບຢ່າງດີເດັ່ນ ຄັ້ງທີ 4 “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ໄລຍະ 2021-2026.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງວຽງຈັນ (ສປປ.ລາວ), ໄດ້ຈັດພິທີເລີ່ມລົງມືໂຄງການກໍ່ສ້າງ ອາຄານກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂອບເຂດຂອງກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ.ລາວ ທີ່ອຸປະຖຳໂດຍສະມາຄົມຊາວຫວຽດນາມ ຢູ່ນະຄອນຫລວງວຽງຈັນ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະໂຄສະນາສຶກສາ ຄະນະພັກນະຄອນ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງກອງປະຊຸມຜັນຂະຫຍາຍວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່.
ຍສໝ - ການແຂ່ງຂັນບານເຕະ “FAVIJA Kanto Cup 2021” ສຳລັບປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ແມ່ນເພື່ອໃຫ້ພໍ່ແມ່ປະຊາຊົນສາມາດແລກປ່ຽນ, ຮ່ຳຮຽນ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນສະພາບການທີ່ຫຍຸ້ງຍາກ.
ຍສໝ - ຄະນະປະສານງານຊຸມຊົນຫວຽດນາມ ຢູ່ Johor (ມາເລເຊຍ) ຫາກໍ່ຈັດຕັ້ງພິທີສະຫຼຸບວຽກງານໃນປີ 2021 ແລະ ທິດທາງປີ 2022.
ຍສໝ - ພາສາຫວຽດ ນັບທັງພາສາເວົ້າ ແລະຕົວໜັງສື ແມ່ນມໍລະດົກວັດທະນະທໍາ ແລະປະຫວັດສາດອັນລໍ້າຄ່າຂອງຊາດຫວຽດນາມ. ຢູ່ຕ່າງປະເທດ, ພາສາຫວຽດຍາມໃດກໍໄດ້ຮັບການເຊີດຊູ ແລະຮັກສາໄວ້ຈາກປະຊາຄົມຊາວຫວຽດນາມ ໃນ 5 ທະວີບ.
ຍສໝ - ກະຊວງຄົມມະນາຄົມຂົນສົ່ງ, ຂະແໜງການເດີນອາກາດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງລາຍງານຕໍ່ບັນດາການນຳ, ຊຸກຍູ້ການກະກຽມເປີດເສັ້ນທາງການຄ້າສາກົນຄືນໃໝ່, ມີຂັ້ນຕອນເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບຄືນເມືອປະເທດ, ແກ້ໄຂຄວາມຕ້ອງການກັບຄືນເມືອປະເທດຂອງປະຊາຊົນ ໂດຍໄວ ແລະ ສະດວກທີ່ສຸດ.
ຍສໝ - ວັນທີ 2 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ, ຢູ່ໂຮງແຮມ Ukraine, ມົດສະກູ ໄດ້ມີການພົບປະຢ່າງຈິງໃຈ ແລະ ອົບອຸ່ນລະຫວ່າງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ.
ຫວ່າງແລ້ວນີ້, ອົງການພັດທະນາ ສປຊ (UNDP) ປະຈໍາຫວຽດນາມ ປະກາດຜົນງານກວດກາສັງຄົມໂດຍ UNDP ແລະສະຖາບັນຄົ້ນຄວ້າພັດທະນາແມ່ນໍ້າຂອງ (MDRI) ປະຕິບັດດ້ວຍການຊ່ວຍເຫຼືອຂອງກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ ໂດຍຊີ້ໃຫ້ເຫັນວ່າຊາວຫວຽດນາມ ສ່ວນຫຼາຍໄດ້ຕີລາຄາສູງ, ສະໜັບສະໜູນມາດຕະການຮັບມືກັບພະຍາດໂຄວິດ-19 ຂອງລັດຖະບານຢ່າງແຮງ.
ວັນທີ 4 ທັນວາ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ສົມທົບກັບກົມພັດທະນາຕະຫຼາດ ແລະວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີ ແລະ ຫ້ອງການໂຄງການ 844 (ກະຊວງວິທະຍາສາດ ແລະເຕັກໂນໂລຢີ) ພ້ອມກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມສໍາມະນາ “ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າກັບລະບົບນິເວດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ” ແລະເປີດຕົວ “ເຄືອຂ່າຍສະມາຄົມປັນຍາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດໜູນຊ່ວຍການປ່ຽນແປງໃໝ່ປະດິດສ້າງ ແລະການຫັນເຕັກໂນໂລຢີເປັນການຄ້າ”.
ຕອນຄ່ຳວັນທີ 19 ພະຈິກ, ພິທີໄຫວ້ອາໄລ ປະຊາຊົນເສຍຊີວິດ ແລະ ພະນັກງານ, ນັບຮົບເສຍສະຫລະຊີວິດຍ້ອນໂລກລະບາດໂຄວິດ-19 ໄດ້ດຳເນີນໃນທົ່ວປະເທດ.