ຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ

16:30 | 17/06/2022

ຍສໝ-ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງຄະນະ​ກຳມະການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ ຟຸ່ງ​ແຄັງ​ຕ່າຍ ເປັນຫົວໜ້າຄະນະ ໄດ້ມີການ​ສຳ​ຫຼວດກ່ຽວກັບວຽກ​ງານ​ຊາວ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ ທີ່ສຳນັກງານ​ຄະນະ​ກຳມະການ​ກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (UBNVNONN) ​ນະຄອນ ​ໂຮ່ຈີ​ມິນ.

ປ່ຽນແປງໃໝ່ເຕັກໂນໂລຊີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ ເພື່ອຍົກສູງກຳລັງຄວາມສາມາດຮັບມື ປ່ຽນແປງໃໝ່ເຕັກໂນໂລຊີ, ຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ ເພື່ອຍົກສູງກຳລັງຄວາມສາມາດຮັບມື
ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງແມ່ນວິທີການເພື່ອຍົກສູງທີ່ຕັ້ງ ແລະ ກຳລັງແຮງຂອງປະເທດຊາດ ຢ່າງມີປະສິທິຜົນ ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງແມ່ນວິທີການເພື່ອຍົກສູງທີ່ຕັ້ງ ແລະ ກຳລັງແຮງຂອງປະເທດຊາດ ຢ່າງມີປະສິທິຜົນ
ຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ
ພາບປະກອບ

ໂດຍລາຍງານຕໍ່ຄະນະປະຕິບັດງານ, ທ່ານ ຟຸ່ງກົງຢູງ, ຫົວໜ້າຄະນະ​ກຳມະການ​ກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (UBNVNONN) ​ນະຄອນ ​ໂຮ່ຈິ​ມິນ ໃຫ້ຮູ້ວ່າ: ປະຊາຄົມຊາວ ຫວຽດນາມ ຂອງນະຄອນ ໂຮ່ຈີມິນ ຢູ່ຕ່າງປະເທດ ປະຈຸບັນມີປະມານ 2 ກວ່າລ້ານຄົນ, ກວມປະມານ 40% ຈຳນວນທັງໝົດຊາວຫວຽດນາມອາໄສຢູ່ຕ່າງປະເທດ ເຊິ່ງກໍາລັງດຳລົງຊີວິດ ແລະ ເຮັດວຽກຢູ່ 130 ປະເທດ ແລະ ເຂດແຄ້ວນ, ໃນນັ້ນ ຫຼາຍກວ່າ 80% ແມ່ນຢູ່ບັນດາປະເທດພັດທະນາ.

ສ່ວນຫຼາຍປະຊາຊົນມີສະຖານະພາບທາງດ້ານກົດຫມາຍ ແລະ ຊີວິດແບບຫມັ້ນຄົງ, ມີການເຊື່ອມຕົວຢ່າງເລິກເຊິ່ງເຂົ້າໃນສັງຄົມຂອງປະເທດປະຈໍາຖິ່ນ. ປະຈຸ​ບັນ ມີປະມານ 500 ​ສະມາຄົມ​ຊາວ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ​ ໃນ​ທົ່ວ​ໂລກ, ​ລວມ​ມີ​ສະມາຄົມຊາວ​ຫວຽດນາມ, ສະມາຄົມ​ນັກທຸລະກິດ, ປັນຍາ​ຊົນ, ນັກ​ສຶກສາ, ສະມາຄົມຂອງຄົນບ້ານເກີດດຽວກັນ, ສະມາຄົມຕາມ​ວິຊາອາຊີບ.

ຕາມ​ບົດ​ລາຍ​ງານ​ຂອງ​ທະນາຄານ​ແຫ່ງ​ລັດ, ​ໃນ 10 ປີ ມານີ້, ຈຳນວນ​ເງິນ​ສົ່ງ​ກັບ​ປະເທດ​ໄດ້​ເພີ່ມ​ຂຶ້ນ ​ສະ​ເລ່ຍ 10 – 15%/​ປີ. ນະຄອນ​ໂຮ່ຈິ​ມິນ ​ແມ່ນ​ທ້ອງ​ຖິ່ນ​ທີ່​ມີຈໍານວນເງິນສົ່ງກັບປະເທດໃນແຕ່ລະ​ປີ ກວມ​ເກືອບ 50% ຍອດ​ຈຳນວນ​ເງິນ​ສົ່ງກັບປະເທດໃນທົ່ວ​ປະ​ເທດ; ປີ 2021, ຈໍານວນເງິນ​ສົ່ງກັບ​ນະຄອນ​ໂຮ່ຈິ​ມິນ​ ​ບັນລຸ 6,6 ຕື້ USD, ​ເພີ່ມ​ຂຶ້ນ 9% ​ເມື່ອ​ທຽບ​ໃສ່​ປີ​ກາຍ.

ທ່ານ ຟຸ່ງ​ແຄັງ​ຕ່າຍ ຕີ​ລາຄາ​ວ່າ ຜ່ານ​ການ​ເຮັດວຽກ, ຄະນະວຽກປະຕິບັດງານ​ ເກັບກໍາໄດ້​ບັນດາ​ຂໍ້​ມູນ​ ແລະ ໄດ້​ແບ່ງປັນ​ບົດຮຽນອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ຫຼາຍ​ເນື້ອ​ໃນ​ທີ່​ພົ້ນ​ເດັ່ນ​ຄື: ການຈັດ​ຕັ້ງ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ໄດ້ສະ​ເຫຼີ​ມສະຫຼອງ​ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງ​ນອນ; ປະສານ​ສົມທົບ​ຕິດຕາມກວດກາ ​ແລະ ຕີລາຄາຄຸນນະພາບກ່ຽວ​ກັບ​ວຽກ​ງານຊາວ​ຫວຽດນາມ ອາໄສຢູ່​ຕ່າງປະ​ເທດ; ສົມທົບ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ປະຕິບັດ​ສະຫວັດດີການ​ສັງຄົມ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ; ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ; ໜູນຊ່ວຍ​ການເຮັດລະບຽບການບໍລິຫານ ແລະ ທາງດ້ານກົດໝາຍ ໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ຫອມມາລາ

ເຫດການ
302 Found

Found

The document has moved here.