ສາດສະດາຈານຊາວຫວຽດນາມ ໄດ້ຮັບລາງວັນອັນສູງສົ່ງຂອງ ສະຫະສະມາຄົມເຄມີລາຊະວົງ ອັງກິດ

09:24 | 09/06/2022

ຍສໝ - ລາງວັນຂອງສະຫະສະມາຄົມເຄມີລາຊະວົງ ອັງກິດ ແມ່ນໜຶ່ງໃນບັນດາລາງ ວັນທີ່ມີມາແຕ່ດົນນານ ແລະ ມີອິດທິພົນຊື່ສຽງທີ່ສຸດໃນໂລກ.

ອັງກິດ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບການສົ່ງອອກຜັກ-ໝາກໄມ້ຂອງຫວຽດນາມ ອັງກິດ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບການສົ່ງອອກຜັກ-ໝາກໄມ້ຂອງຫວຽດນາມ
ອັງກິດ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ອາຊຽນ ອັງກິດ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ອາຊຽນ

ທ່ານນາງ ຫງວຽນທິກິມແທັງ, ສາດສະດາຈານຊາວຫວຽດນາມ ໄດ້ຮັບນາມມະຍົດແມ່ນຜູ້ຮັບໄຊຊະນະຍາດໄດ້ລາງວັນລະຫວ່າງຂະແໜງ (Interdisciplinary Prize) ຂອງສະຫະສະມາຄົມເຄມີລາວົງ ອັງກິດ (RSC) ເຊິ່ງຮັບຮູ້ຄວາມດີເລີດໃນການຄົ້ນຄ້ວາ ແລະ ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

ສາດສະດາຈານຊາວຫວຽດນາມ ໄດ້ຮັບລາງວັນອັນສູງສົ່ງຂອງ ສະຫະສະມາຄົມເຄມີລາຊະວົງ ອັງກິດ
ສາດສະດາຈານ ຫງວຽນທິກິມແທັງ. ພາບ: TTXVN

ສາດສະດາຈານ ຫງວຽນທິກິມແທັງ, ພວມເຮັດວຽກຢູ່ມະຫາວິທະຍາໄລ UCL ລາຊະອານາຈັກ ອັງກິດ, ຍາດໄດ້ລາງວັນໃນຄັ້ງນີ້ຍ້ອນມີບັນດາການປະກອບ ສ່ວນສຳຄັນໃນການຄົ້ນຄ້ວາພື້ນຖານກ່ຽວກັບເຄມີສັງລວມ ແລະ ບັນດາການ ໄຈ້ແຍກກ່ຽວກັບລັກສະນະຟິຊິກຂອງວັດຖຸ nano plasmonic. ທ່ານ ປອ ນາງ Helen Pain, ຜູ້ອຳນວຍການຝ່າຍບໍລິຫານສະຫະສະມາຄົມເຄມີລາຊາວົງ ອັງກິດ ໃຫ້ຮູ້ວ່າ: ການຄົ້ນຄ້ວາຂອງ ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທັງ ແມ່ນຕົວຢ່າງທີ່ດີເລີດກ່ຽວກັບສາຍເຫດເປັນຫຍັງໂລກຈຶ່ງໄດ້ເຊີດຊູວິທະຍາສາດຍິ່ງໃຫຍ່.

ລາງວັນຂອງສະຫະສະມາຄົມເຄມີລາຊະວົງ ອັງກິດ ແມ່ນໜຶ່ງໃນບັນດາລາງ ວັນທີ່ມີມາແຕ່ດົນນານ ແລະ ມີອິດທິພົນຊື່ສຽງທີ່ສຸດໃນໂລກ, ເຊິ່ງຮັບຮູ້ບັນດາ ຜົນງານຂອງສ່ວນບຸກຄົນ, ຫົວໜ່ວຍ ແລະ ອົງການຕ່າງໆໃນການພັດທະນາ ຂະແໜງເຄມີ. ມາຮອດປະຈຸບັນ, ມີນັກເຄມີ 60 ທ່ານໄດ້ຮັບການເຊີດຊູ ຈາກສະຫະສະມາຄົມເຄມີລາຊະວົງ ອັງກິດ ແລະ ຫລັງຈາກນັ້ນ ກໍ່ໄດ້ຮັບລາງວັນ Nobel ໃຫ້ແກ່ການຄົ້ນຄວ້າຂອງຕົນ.

ບູນມີ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ