ໜູນຊ່ວຍຊາວຫວຽດນາມ ຢູ່ ກຳປູເຈຍ ທີ່ມີສະພາບການຫຍຸ້ງຍາກ ພາຍຫຼັງໂລກລະບາດໂຄວິດ-19

20:39 | 04/08/2022

ຍສໝ-ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູຫງອກ​ລີ໋ ​ໄດ້​ຕີ​ລາຄາ​ສູງຕໍ່​ຄວາມຮັກແພງຊ່ວຍເຫຼືອກັນຂອງບັນດາຜູ້ໃຈສັດທາ ແລະ ບັນດາຄົນ​ງານ ​ຫວຽດນາມ ຢູ່​ແຂວງ​ Preah Sihanouk ​ທີ່ໄດ້​ຮ່ວມແຮງ ​ແລະ ປະກອບລາຍ​ຮັບ​ສ່ວນ​ໜຶ່ງ​ຂອງຕົນເພື່ອ​ ​ຊ່ວຍເຫຼືອ ​ແລະ ​ແບ່ງປັນ​ໃຫ້ແກ່ບັນດາຜູ້ທີ່ມີສະພາບການຫຍຸ້ງຍາກໃນ​ຊຸມ​ຊົນ.

ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ
ກວດ-ປິ່ນປົວພະຍາດໃຫ້ແກ່ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ຢູ່ ກຳປູເຈຍ ກວດ-ປິ່ນປົວພະຍາດໃຫ້ແກ່ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ຢູ່ ກຳປູເຈຍ
ໜູນຊ່ວຍຊາວຫວຽດນາມ ຢູ່ ກຳປູເຈຍ ທີ່ມີສະພາບການຫຍຸ້ງຍາກ ພາຍຫຼັງໂລກລະບາດໂຄວິດ-19
ບັນດາຄອບຄົວທີ່ມີເຊື້ອຊາດ ຫວຽດນາມ ແລະ ຄົນ ກໍາປູເຈຍ ທີ່ມີສະພາບການຫຍຸ້ງຍາກ ທີ່ ບໍລິເວນແຂວງ Kampot, Campuchia ມາຮັບເຄື່ອງໜູນຊ່ວຍ. ( ພາບ: TTXVN)

ວັນ​ທີ 1 ສິງຫາ​ນີ້, ສະຖານກົງສຸນ​ໃຫຍ່ ​ຫວຽດນາມ ປະຈຳ​ແຂວງ Preah Sihanouk ​ໄດ້​ສົມທົບ​ກັບ​ຄະນະ​ບໍລິຫານ​ງານ​ສະມາຄົມ ​ຂະ​ແມ - ຫວຽດນາມ ​ແຂວງ Kampot ​ແລະ ບັນດາຜູ້ໃຈສັດທາ ​ໄດ້​ຈັດ​ຕັ້ງ​ມອບ​ຂອງຂວັນ 230 ພູດ ​ໃຫ້ແກ່​ບັນດາ​ຄອບຄົວ, ​ເດັກນ້ອຍທີ່ມີ​ເຊື້ອສາຍ ຫວຽດນາມ ​ແລະ ຄົນກຳປູ​ເຈຍ ທີ່ມີສະພາບການ​ຫຍຸ້ງຍາກ ຢູ່ບໍລິເວນ​ແຂວງ​ Kampot.

ຕາງໜ້າ​ໃຫ້​ປະຊາ​ຄົມ​ປະຈໍາ​ຖິ່ນ, ທ່ານ Por Suon, ນາຍຕາແສງ Trey Kok Ward, ນະຄອນ Kampot ​ໄດ້​ສະ​ແດງ​ຄວາມ​ຮູ້ບຸຸນຄຸນ ​ຢ່າງ​ເລິກ​ເຊິ່ງຕໍ່ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ ຫວຽດນາມ ​ຕໍ່​ປະຊາຊົນ​ກຳປູ​ເຈຍ, ພ້ອມກັນນັ້ນ ກໍຢືນຢັນວ່າ ຈະສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ແກ່​ຄົນທີ່ມີເຊື້ອຊາດ ​ຫວຽດນາມ ຢູ່ໃນ​ທ້ອງ​ຖິ່ນໄດ້​ພັດທະນາ, ຮ່ວມດຳລົງ​ຊີວິດ​ສາມັກຄີ​ກັບ​ປະຊາ​ຄົມ​ທ້ອງ​ຖິ່ນ, ປະກອບສ່ວນເຂົ້າໃນການ​ຮັກສາ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ ກຳປູ​ເຈຍ - ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູຫງອກ​ລີ໋ ​ໄດ້​ຕີ​ລາຄາ​ສູງຕໍ່​ຄວາມຮັກແພງຊ່ວຍເຫຼືອກັນຂອງບັນດາຜູ້ໃຈສັດທາ ແລະ ບັນດາຄົນ​ງານ ​ຫວຽດນາມ ຢູ່​ແຂວງ​ Preah Sihanouk ​ທີ່ໄດ້​ຮ່ວມແຮງ ​ແລະ ປະກອບລາຍ​ຮັບ​ສ່ວນ​ໜຶ່ງ​ຂອງຕົນເພື່ອ​ ​ຊ່ວຍເຫຼືອ ​ແລະ ​ແບ່ງປັນ​ໃຫ້ແກ່ບັນດາຜູ້ທີ່ມີສະພາບການຫຍຸ້ງຍາກໃນ​ຊຸມ​ຊົນ. ໃນໄລຍະຈະມາເຖິງ, ກົງສຸນໃຫຍ່ຈະສືບຕໍ່ສົມທົບກັບຄະນະບໍລິຫານງານສະມາຄົມຊາວ ຂະແມ - ຫວຽດນາມ ຢູ່ບັນດາແຂວງຢູ່ໃນບໍລິເວນກົງສຸນ ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອໜູນຊ່ວຍປະຊາຄົມ.

ຫອມມາລາ

ເຫດການ
302 Found

Found

The document has moved here.